ເຂື່ອນໄຊຍະບູຣີ ຈະສ້າງຄວາມເສັຽຫາຍ

ນັກວິຊາການ ຕ່າງປະເທດ ເຊື່ອວ່າ ເຂື່ອນໄຊຍະບູຣີ ຈະສົ່ງ ຜົນກະທົບ ຕໍ່ລໍານໍ້າຂອງ, ຊີວະນາໆພັນ ແລະ ວິຖີຊີວິດ ຂອງ ປະຊາຊົນ.
ຈະເຣີນສຸກ
2010.10.07
F-Mekong-dams ແຜນທີ່ໂຄງການສ້າງເຂື່ອນ ແລະເຂື່ອນທີ່ມີຢູ່ແລ້ວ ໃນແມ່ນໍ້າຂອງ
AFP

ກົດຟັງສຽງ

ນັກວິຊາການ ຕ່າງປະເທດ ຣະບຸວ່າ ເຂື່ອນໄຊຍະບູຣີ ຈະສົ່ງຜົນກະທົບ ຢ່າງມະຫາສານ ຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ໂດຍສະເພາະ ປະຊາກອນປາ ແລະ ປະຊາຊົນ ໃນເຂດ ທີ່ກໍານົດໄວ້ ວ່າ ຈະມີການກໍ່ສ້າງ ເຂື່ອນໄຊຍະບູຣີ. Dr. Carl Middleton ນັກວິຊາການ ຊາວອັງກິດ ຈາກ ມະຫາວິທະຍາລັຍ ຈຸລາລົງກອນ ປະເທດໄທ ກ່າວວ່າ:

ທ່ານ ກ່າວວ່າ ແມ່ນແລ້ວ ເຂື່ອນນີ້ ຈະສົ່ງຜົນກະທົບ ຕໍ່ຊີວິດການ ເປັນຢູ່ ຂອງປະຊາຊົນ ຫລາຍພັນຄົນ, ພ້ອມດຽວກັນນັ້ນ ຍັງອາດເປັນຈຸດຈົບ ຂອງ ປາບຶກອີກດ້ວຍ.
ແລະວ່າ ປະຊາຊົນ ຈະໄດ້ຮັບຜົນກະທົບ ຈາກການສ້າງເຂື່ອນ ໄຊຍະບູຣີ ຫລາຍກວ່າ 2 ແສນຄົນ ໃນ 4 ເມືອງ, ປະຊາຊົນ ຈະຖືກໂຍກຍ້າຍ ຢ່າງໜ້ອຍ 10 ໝູ່ບ້ານ. ຖ້າຫາກວ່າ ມີການສ້າງເຂື່ອນ ຈະສົ່ງຜົນກະທົບ ຢ່າງຮຸ່ນແຮງ ບໍ່ສະເພາະ ແຕ່ຊາວລາວ ເທົ່ານັ້ນ, ແຕ່ຈະກະທົບ ໃນວົງກ້ວາງ ເຖິງ 4 ປະເທດ ຄື ລາວ, ໄທ, ກັມພູຊາ ແລະ ວຽດນາມ ອີກດ້ວຍ.

ນອກຈາກນັ້ນ ເຂື່ອນໄຊຍະບູຣີ ຈະເຮັດໃຫ້ ປາບຶກ ສ່ຽງຕໍ່ການສູນພັນ ເພາະວ່າ ພື້ນທີ່ ດັ່ງກ່າວ ຊາວບ້ານເຊື່ອກັນວ່າ ເປັນບ້ານ ຂອງບຶກ ໃນໜ້າແລ້ງ ແລະ ໃນບໍຣິເວນ ນັ້ນ ຍັງເປັນທີ່ຮາບ ລຸ່ມແມ່ນໍ້າຂອງ ທີ່ເປັນແຫລ່ງອາຫານ ແລະ ເປັນວັງປາ ສໍາຄັນ ໃນແມ່ນໍ້າຂອງ ອີກດ້ວຍ.

ການສຶກສາ ຈາກຄນະກັມມາທິການ ແມ່ນໍ້າຂອງ ຫລື MRC ກ່ຽວກັບ ເຂື່ອນໄຊຍະບູຣີ ຕັ້ງແຕ່ ປີ 2002 ຣະບຸວ່າ ພື້ນທີ່ ດັ່ງກ່າວ ທີ່ຈະເອົາໄປສ້າງເຂື່ອນ ເປັນພື້ນທີ່ ພູເຂົາສູງຊັນ ມີພື້ນທີ່ ຊຶ່ງເປັນແຫລ່ງອາຫານ ຂອງປາ, ຊຶ່ງປາຈໍານວນຫລາຍ ກໍຈະມາອາສັຍ ແລະ ຫາອາຫານ ໃນບໍຣິເວນ ດັ່ງກ່າວ.

ຄວາມຄືບໜ້າ ຫລ້າສຸດ ຂອງເຂື່ອນໄຟຟ້າ ໄຊຍະບູຣີ ນັ້ນ, ຣັຖວິສະຫະກິດ ໄຟຟ້າລາວ ເປີດເຜີຍ ວ່າ ກໍາລັງຢູ່ໃນ ຂັ້ນຕອນ ການສໍາຣວດ ອອກແບບ ແລະ ສຶກສາ ຜົນກະທົບ, ສ່ວນທາງດ້ານຝ່າຍ ບໍຣິສັດ ຊໍ. ການຊ່າງ ຂອງໄທ ກໍກໍາລັງ ຂໍກູ້ຢືມເງິນ ຈາກທະນາຄານ ການຄ້າ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 25, 2012 11:16 PM

ດີຫຼາຍໂຄງການສ້າງເຂື່ອນ ເພາະວ່າການສ້າງ ເປັນພະລັງງານ ທີ່ຂາວສະອາດໝັ້ນຄົງ ແລະ ຢັງຢືນມີຜົນກະທົບໜ້ອຍ ທັດຈາກພະລັງງານ ຈາກແສງອາທິດ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Jul 21, 2011 11:22 PM

ໂຄງການນີ້ຫນ້າສົນໃຈດີ ແລະຫວັງວ່າພະນັກງານຂອງລັດຄົງຈະບໍ່ສວຍໃຊ້ໂອກາດ corruption ... ປະເທດດ້ອຍພັດທະນາກໍ່ຍອ້ນພວກນີ້ແລະ
ປະຊາຊົນຕາດຳໆ ບໍ່ສຶດຕໍ່ຕ້ານໄດ້ຖ້າບໍ່ຍາກຕຶດຄຸກ... ລາວຈົງຈະເລີນ

Anonymous
Oct 23, 2011 02:28 PM

ການຄໍຣັບຊັນມັນມີຢູ່ແລ້ວ!! ແຕ່ຢາກໃຫ້ເບິ່ງປະຊາຊົນຈະດີກວ່າ. ຖ້າມີຜົລດີກັບ ປຊຊ ແມ່ນເຫັນດີ. ແຕ່ຖ້າມີຜົລດີກັບກຸ່ມກຳອຳນາດ ມັນຊິເປັນແນວໃດຕໍ່ກັບ ປຊຊ