ຊາວບ້ານຈາກ ເຂື່ອນເທີນຫີນບູນ
2010.09.16
ປະຊາຊົນ ທີ່ໄດ້ຣັບ ຜົນກະທົບ ຈາກການ ສ້າງເຂື່ອນ ເທີນ-ຫີນບູນ ໃນແຂວງ ບໍຣິຄໍາໄຊ ບໍ່ພໍໃຈນໍາ ນະໂຍບາຍ ການແຈກຢາຍ ເຂົ້າສານ ເນື່ອງຈາກວ່າ ຈາກການ ສໍາຣວດ ໄປແລ້ວນັ້ນ ຕົກລົງກັນວ່າ ຈະແຈກຢາຍ ເຂົ້າສານ ໃຫ້ໃນລະຍະ ທີ່ເຮັດການ ຜລິດບໍ່ໄດ້ ຈໍານວນ 440 ກິໂລກຣາມ ຕໍ່ປີ ຕໍ່ຄົນ ແຕ່ໃນສະພາບ ໂຕຈິງແລ້ວ ບໍຣິສັດ ໄຟຟ້າ ເທີນ-ຫີນບູນ ກໍພຍາຍາມ ປ່ຽນແປງ ຈໍານວນ ເຂົ້າສານ ທີ່ຈະແຈກຢາຍ ໃຫ້ ດັ່ງ ປະຊາຊົນ ຈາກບ້ານຜາບັງ ເມືອງຄໍາເກີດ ຜູ້ໄດ້ຮັບ ຜົນກະທົບ ໄດ້ເວົ້າວ່າ:
"ເຣື້ອງເຂົ້າກິນນີ້ ອັດຕຣາ ຜູ້ນື່ງ 440 ກິໂລກຣາມ ຕໍ່ຄົນ ຕໍ່ປີ ມາຮອດ ປັດຈຸບັນ ເຂົາລະ ຢາກຕັດລົງ ແລ້ວເຂົາບໍ່ຢາກ ໃຫ້ແລ້ວໄດ໊ ເຂົາອ້າງວ່າ ຣັຖບານ ຍັງບໍ່ທັນໄດ້ ເຊັນຮັບຕອບ ອັນສອງມາ ກໍວ່າ ວິຊາການ ຄິດໄລ່ຜິດ ແຕ່ວ່າ ອົງການຈັດຕັ້ງ ຣັຖ ຄືທາງເມືອງ ທາງກອງເລຂາ ເພິ່ນກໍເອົາ ບັນຫານີ້ ໄປຄົ້ນຄວ້າ ຢູ່".
ທ່ານວ່າ ບໍຣິສັດ ເທີນ-ຫີນບູນ ໄດ້ອອກ ນະໂຍບາຍ ໃຫ້ປະຊາຊົນ ຮັບຮູ້ ແຕ່ເບື້ອງຕົ້ນ ຕັ້ງແຕ່ວັນທີ 1 ມີນາ ປີ 2007 ກ່ອນຈະມີ ການໂຍກຍ້າຍ ວ່າ ໃນລະຍະ ທີ່ ປະຊາຊົນ ບໍ່ທັນສາມາດ ເຮັດການ ຜລິດເຂົ້າ ໄດ້ນັ້ນ ເຂົາເຈົ້າຈະໄດ້ ຮັບເຂົ້າສານ ຈໍານວນທີ່ ກ່າວມານີ້. ໃນເວລານີ້ ກັບມາປ່ຽນ ປະຊາຊົນ ກໍບໍ່ພໍໃຈ ແລະ ບໍ່ຮູ້ວ່າ ປານໃດ ບັນຫານີ້ ຈະຖືກແກ້ໄຂ. ປະຊາຊົນ ສ່ວນໃຫຍ່ ກໍພຍາຍາມ ຊ່ວຍຕົນເອງ ຕາມເງື່ອນໄຂ ຄວາມສາມາດ ແຕ່ກໍຕ້ອງໄດ້ ຣັບຄວາມ ຫຍຸ້ງຍາກຫລາຍ ພໍສົມຄວນ.