ຊາວບ້ານຈາກເຂື່ອນນໍ້າເທີນ 2 ບໍ່ກູ້ມກິນ

ຊາວບ້ານ ຈໍານວນນື່ງ ທີ່ສູນເສັຽ ທີ່ທໍາມາຫາກິນ ຍ້ອນຜົນກະທົບ ຈາກ ການສ້າງເຂື່ອນ ຕ້ອງສົ່ງລູກຫລານ ໄປຫາວຽກເຮັດ ຢູ່ແຫ່ງອື່ນ.
ສົມເນ
2010.09.09

ໃນລະຍະ ຫລັງໆມານີ້ ຊາວຫນຸ່ມນ້ອຍ ລູກຫລານ ຂອງຊາວບ້ານ ທີ່ສູນເສັຽ ບ່ອນທໍາມາ ຫາກິນເດີມ ຈາກການ ສ້າງເຂື່ອນ ໃນແຂວງ ຄໍາມວ່ນ ຕ້ອງໄດ້ອອກ ຊອກຫາ ວຽກເຮັດງານທໍາ ຢູ່ຕ່າງປະເທດ ຫລືຢູ່ໃນ ໂຕເມືອງໃຫ່ຽ ເພື່ອສົ່ງເງິນ ມາລ້ຽງຄອບຄົວ ຍ້ອນວ່າ ຜົນຜລິດ ຂອງການ ເຮັດໄຮ່ທໍານາ ຕົກຕໍ່າ ແລະບໍ່ສາມາດ ຫາຢູ່ຫາກິນ ຕາມທັມມະຊາດ ດັ່ງທີ່ເຄີຽ ເປັນມາ. ຊາວບ້ານຄົນນື່ງ ຈາກບໍຣິເວນ ໂຄງການ ສ້າງເຂື່ອນ ທີ່ສູນເສັຽ ດິນດອນຕ່ອນຫຍ້າ ຍ້ອນຖືກນໍ້າຖ້ວມ ເລົ່າໃຫ້ຟັງວ່າ:

"ຄອບຄົວໃດ ມີລູກໄປ ຫາເງິນ ກໍກຸ້ມກິນ ໄປຈ້າງ ໄປວານ ໄປມີຜູ້ຍິງ ຮອດ 2-3 ຄົນ ໄປໄທເບາະ ໄປວຽງຈັນເບາະ ພໍກຸ້ມກິນ ຊື້ເຂົ້າໂຫລ ເຂົ້າເຫລໄປ".

ປະຊາຊົນ ທີ່ໂຍກຍ້າຍ ອອກຈາກ ພື້ນທີ່ສ້າງເຂື່ອນ ສ່ວນຫລາຍ ສູນເສັຽ ມູນມັງເດີມ ເຊັ່ນວ່າ ໄຮ່ນາຕາກ້າ ຊື່ງເປັນບ່ອນ ຫາຢູ່ຫາກິນ ຖືກນໍ້າຖ້ວມ ແລະ ຕ້ອງຍ້າຍໄປ ຢູ່ ໃນເຂດ ຈັດສັນ ທີ່ທາງການ ແລະ ບໍຣິສັດ ກຽມໄວ້ໃຫ້. ເຂົາເຈົ້າວ່າ ການຜລິດເຂົ້າ ຢູ່ໃນເຂດ ຈັດສັນໃໝ່ ບໍ່ໄດ້ຄືເກົ່າ ແລະ ບໍ່ກຸ້ມຢູ່ກຸ້ມກິນ ຈໍາເປັນຕ້ອງ ຫາລາຍໄດ້ເພີ້ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.