ຊາວບ້ານທີ່ຮັບເຄາະ ຈາກເຂື່ອນນໍ້າເທີນ 2

ປະຊາຊົນ ທີ່ໄດ້ຮັບຜົນ ກະທົບກະເທືອນ ຈາກການສ້າງ ເຂື່ອນນໍ້າເທີນ 2 ຈົ່ມວ່າການທົດແທນ ຄ່າເສັຍຫາຍ ບໍ່ສເມີພາບກັນ
ໂພໄຊສວັດ
2010.07.22

ຊາວບ້ານຈາກ ເມືອງມະຫາໄຊ ແຂວງຄຳມ່ວນ ຫລາຍຄອບຄົວ ໃຫ້ຄວາມຄິດເຫັນວ່າ ພວກຕົນກໍໄດ້ ຮັບຄວາມ ກະທົບກະເທືອນ ຈາກໂຄງການເຂື່ອນໄຟຟ້າ ນຳເທີນ 2 ຍ້ອນວ່າສາຍສົ່ງ ກະແສໄຟຟ້າຕັດຜ່ານ ໄຮ່ນາຂອງພວກຂະເຈົ້າ ແຕ່ພວກຕົນກໍບໍ່ໄດ້ ຮັບການເບິ່ງແຍງ ເທົ່າທີ່ຄວນເມື່ອທຽບໃສ່ ຊາວບ້ານຈາກບ້ານ ນາກາຍ ທັ້ງໆທີ່ໂຄງການ ດັ່ງກ່າວໄດ້ສ້າງ ຄວາມຍາກລຳບາກ ໃນການຫາຢູ່ຫາກິນ ຂອງພວກຕົນຫລາຍ ພໍສົມຄວນ. ທ້າວສົມປອງ ຊາວເມືອງມະຫາໄຊ ເວົ້າກ່ຽວກັບ ເຣື້ອງນີ້ວ່າ:

"ດິນຢູ່ເມືອງມະຫາໄຊນີ້ ແຕກຕ່າງ ກັບດິນເມືອງນາກາຍ ບໍ່ໄດ້ທົດແທນ ຄືກັນ ແຕ່ເອກກະສານ ວາງລົງມາໃຫ້ວ່າ ຜູ້ໃດ ຖືກຜົນກະທົບນີ້ ຕ້ອງເອົາເງິນໃຫ້ ແລະ ຕ້ອງໃຊ້ຄ່າໃຫ້ ຄົບຖ້ວນ ແຕ່ເມື່ອມາປະຕິບັດ ແນວນີ້ ມັນບໍ່ຖືກຕ້ອງ ຕາມເອກກະສານ".

ທ້າວສົມປອງ ເວົ້າຕໍ່ໄປວ່າ ເມືອງມະຫາໄຊ ກໍໄດ້ຮັບຜົນສະທ້ອນ ຈາກສາຍສົ່ງ ກະແສໄຟຟ້າແຮງສູງ ທີ່ຕັດຜ່ານພື້ນທີ່ໄຮ່ນາ ຮົ້ວສວນຂອງ ປະຊາຊົນ. ໃນຕອນທຳ ອິດ ທາງໂຄງການບອກວ່າ ປະຊາຊົນ ຈະສາມາດ ເຮັດໄຮ່ເຮັດນາ ໃນພື້ນທີ່ໃກ້ຄຽງ ກັບເສົາໄຟຟ້າ ໄດ້ຄືເກົ່າ ແຕ່ຕໍ່ມາຊ້ຳພັດ ຫ້າມບໍ່ໃຫ້ເຂົ້າໃກ້ ເສົາໄຟຟ້າແຮງສູງ ໃນລະຍະ 40 ແມັດ ຊຶ່ງສະພາບດັ່ງກ່າວ ເຮັດໃຫ້ປະຊາຊົນ ສູນເສັຍພື້ນທີ່ ໄຮ່ນາຮົ້ວສວນໄປ ຍ້ອນບໍ່ສາມາດ ໃຊ້ທີ່ດິນໃຫ້ເປັນ ປໂຍດຄືເກົ່າໄດ້.

ເຖິງຢ່າງໃດກໍຕາມ ທາງຊາວບ້ານ ກໍເຄີຍໄດ້ຮ້ອງຮຽນ ໄປຫາພາກສ່ວນກ່ຽວຂ້ອງ ແລະທາງໂຄງການ ເພື່ອໃຫ້ເຂົ້າມາ ແກ້ໄຂບັນຫາ ແລະທົດແທນເງິນ ຄືກັນກັບ ຊາວບ້ານທີ່ໄດ້ ສູນເສັຍພື້ນທີ່ດິນ ໃນເຂດບ້ານນາກາຍ ທີ່ໄດ້ຮັບເງິນ ທົດແທນ ແລະ ພື້ນທີ່ດິນເພື່ອ ປະກອບອາຊີບໃໝ່ ແຕ່ພວກຂະເຈົ້າ ກໍໄດ້ຮັບຄຳຕອບ ວ່າບໍ່ສາມາດ ຊ່ວຍເຫລືອໄດ້ ດັ່ງນັ້ນຊາວບ້ານຈາກ ເມືອງມະຫາໄຊ ຈຶ່ງເຫັນວ່າທາງການ ແລະ ທາງໂຄງການບໍ່ໄດ້ ປະຕິບັດຕາມ ເອກກະສານ ທີ່ໄດ້ລະບຸໄວ້ ທີ່ວ່າຈະທົດແທນ ຜູ້ໄດ້ຮັບຜົນກະທົບ ຈາກໂຄງການ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.