ຊາວບ້ານທີ່ໂຍກຍ້າຍຈາກ ເທີນຫິນບຸນພາຄຂຍາຍ
2010.05.26
ສະພາບຄວາມເປັນຈິງ ຂອງ ໂຄງກາຣຈັດສັນ ທີ່ຢູ່ບ່ອນໃໝ່ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບ ຜົລກະທົບຈາກ ກາຣສ້າງເຂື່ອນ ນ້ຳເທີນຫິນບຸນ ພາຄຂຍາຍ ທີ່ມີ ປະຊາຊົນ ໄດ້ໂຍກຍ້າຍ ໄປແລ້ວ ແລະອີກສ່ວນໜຶ່ງ ກຳລັງ ຈະເຄື່ອນຍ້າຍ ໃນປັຈຈຸບັນ ນີ້ນັ້ນ ບໍ່ເປັນໄປຕາມ ທີ່ໄດ້ແຈ້ງຢູ່ ໃນຣາຍງານ ແຕ່ຢ່າງໃດ ຍ້ອນກຸ່ມບໍຣິສັທ ບໍ່ໄດ້ຣາຍ ງານ ຕາມຄວາມເປັນຈິງ ຫລືບໍ່ສາມາດ ຫາພື້ນທີ່ໃຫ້ ຕາມທີ່ໄດ້ແຈ້ງ ໃນຣາຍງານນັ້ນ ແຕ່ຢ່າງໃດ ເຮັດໃຫ້ປະຊາຊົນ ໄດ້ຮັບ ຜົລກະທົບ ຫລືບໍ່ໄດ້ຮັບ ກາຣຕອບສນອງ ເທົ່າທີ່ຄວນ. ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ໜ່ວຍງານ ຄຸ້ມຄອງ ກາຣໂຍກຍ້າຍໄດ້ ກ່າວວ່າ:
“ເວລາຈະຍ້າຍ ບ້ານນັ້ນ ໄປຢູ່ທີ່ນີ້ ຈະຍ້າຍທີ່ນີ້ ໄປຢູ່ຫັ້ນ ອັນນີ້ ເປັນເອກກະສາຣ ຈີນຕະນາກາຣ ທີ່ຣະບຸວ່າ ຈະເຮັດຢ່າງນັ້ນ ເຮັດຢ່າງນີ້ ແຕ່ວ່າເວລາ ໄປຕົວຈິງ ມັນບໍ່ແມ່ນດັງນັ້ນ ເວລາຂຽນ ທາງດ້ານເອກກະສາຣ ງາມໝົດ ຊັດເຈນທີ່ສຸດ ເວລາຕົວຈິງລົງ ໄປພາຄສນາມ ຢູ່ທີ່ພື້ນທີ່ ສນາມຣະຍະ ຫ່າງຂອງບ້ານ ກໍບໍ່ຄືກັນ”.
ເຈົ້າໜ້າທີ່ທ່ານນີ້ ໃຫ້ກາຣ ອະທິບາຍເພີ່ມວ່າ ໃນເມື່ອທາງຜູ້ ຮັບຜິດຊອບ ບໍ່ສາມາດເກັບກຳ ຂໍ້ມູລທີ່ແທ້ ຈິງແລ້ວ ເວລານໍາເອົາ ໄປຂຽນເປັນບົທ ຣາຍງານນັ້ນ ກໍຍິ່ງເປັນບັນຫາ ທີ່ສ້າງຜົລກະທົບ ໃຫ້ແກ່ ປະຊາຊົນ ເວລາທີ່ມີ ກາຣໂຍກຍ້າຍ ເຊັ່ນກັນ ຊຶ່ງກໍຮວມທັງດ້ານ ຄ່າໃຊ້ຈ່າຍ ຫລືຄ່າຊົດເຊີຽ ຕ່າງໆນຳດ້ວຍ.
ນອກຈາກນັ້ນ ກໍມີບັນຫາ ທາງດ້ານວິຊາຊີພ ແລະບ່ອນຢູ່ອາສັຍ ທີ່ທາງບໍຣິສັທ ຮັບຜິດຊອບນັ້ນ ກໍບໍ່ສາມາດ ສນອງຄວາມຕ້ອງກາຣ ຂອງປະຊາຊົນ ຕາມທີ່ໄດ້ຄາດ ໄວ້ ນັ້ນແຕ່ຢ່າງໃດ:
“ຖາມແຕ່ວ່າເຮັດ ເບົາບາງເກີນໄປ ບາງຄັ້ງກໍຄາດ ຄະເນໄວ້ ປະຊຸມໂດຽທີ່ບໍ່ ໄດ້ຈັດລະອຽດ ປະມານເອົາ ທີ່ແທ້ສິ່ງທີ່ຫລັກໆ ມາຮອດ ປັຈຈຸບັນນີ້ ມີບົທຮຽນຫລາຍ ມີບັນຫາແລ້ວ ກໍໄປແກ້ແຕ່ລະຈຸດ ແຕ່ລະຈຸດ”.
ພ້ອມດຽວກັນນີ້ ທ່ານກໍເນັ້ນວ່າ ກ່ອນທີ່ທາງພາຄ ສ່ວນກ່ຽວຂ້ອງ ຈະຂຽນ ບົທຣາຍງານຕ່າງໆ ກໍຄວນທີ່ຈະ ລົງພື້ນຖານ ສອບຖາມດ້ານຄວາມ ຕ້ອງກາຣ ຂອງ ປະຊາຊົນ ເພື່ອເກັບກຳຂໍ້ມູລ ຂອງຄວາມເປັນຈິງ ແຕ່ເທົ່າທີ່ຜ່ານ ມານີ້ນັ້ນ ທາງບໍຣິສັທ ອາສັຍແຕ່ໃຫ້ ສາມາດຂຽນໃຫ້ ແລ້ວໃນໄວໆ ເທົ່ານັ້ນ ຈຶ່ງເປັນບັນຫາ ທີ່ປະຊາຊົນ ບໍ່ພໍໃຈໃນກາຣ ໂຍກຍ້າຍໄປຢູ່ ບ່ອນໃໝ່ ດັ່ງກ່າວນີ້.