ບໍ່ມີໄຜຕ້ານໂຄງການ ເຂື່ອນໄຊຍະບູຣີ
2010.10.04
ກົດຟັງສຽງ
ເຈົ້າໜ້າທີ່ ຈາກ ຣັຖວິສາຫະກິດ ໄຟຟ້າລາວ ປະຈຳນະຄອນ ຫລວງວຽງຈັນ ເວົ້າວ່າ ບໍ່ມີໄຜ ຕໍ່ຕ້ານການ ສ້າງເຂື່ອນ ໃນແຂວງ ໄຊຍະບູຣີ. ພ້ອມດຽວກັນ ທາງການກໍໄດ້ ເປີດເຜີຍຂໍ້ມູນ ກ່ຽວກັບ ຄວາມຄືບໜ້າ ໂຄງການສ້າງເຂື່ອນ ໄຊຍະບູຣີ ໃນມື້ວັນຈັນ ທີ 4 ຕຸລາ 2010 ນີ້ວ່າ, ກຳລັງຈະເລີ້ມ ສຳຣວດສຶກສາ ຜົນກະທົບ ດ້ານສິ່ງແວດ ລ້ອມ ແລະວ່າ ກ່ຽວກັບບັນຫາ ທີ່ອົງການ ອະນຸຮັກ ສິ່ງແວດລ້ອມ ຕໍ່ຕ້ານການ ກໍ່ສ້າງນັ້ນ ເປັນບັນຫາ ທີ່ແກ້ໄຂໄດ້. ເຈົ້າໜ້າທີ່ເວົ້າວ່າ:
"ບໍ່ມີຫລາຍດອກ ບໍ່ໄດ້ມີການ ຕໍ່ຕ້ານ ຫລາຍດອກ ກຳລັງຈະເລີ້ມ ສຶກສາຢູ່ ພໍສຶກສາ ກໍປະມານ 1 ປີ 6 ເດືອນ ຜົນກະທົບ ກໍມີແນ່ນອນ ທຸກຢ່າງຕ້ອງມີ ແນ່ນອນ ແຕ່ກໍບໍ່ຫລາຍ ມີແຕ່ວ່າ ຜູ້ທີ່ຖືກຜົນ ກະທົບແນວໃດ ເຂົາວ່າກໍສຶກສາ ລະອຽດເນາະ ເຂົາກໍວ່າ ຄິດວ່າບໍ່ມີ ບັນຫາດອກ".
ທ່ານເວົ້າຕໍ່ໄປ ອີກວ່າ ຜົນກະທົບ ແລະ ບັນຫາຂອງ ເຂື່ອນໄຊຍະບູຣີ ທີ່ຫລາຍຝ່າຍ ວິຕົກກັງວົນ ວ່າຈະເຮັດໃຫ້ ລະບົບນິເວດ ໃນນ້ຳຂອງ ປ່ຽນໄປ, ພ້ອມທັງຈະສ້າງ ຜົນກະທົບ ກະເທືອນ ຕໍ່ຊີວິດ ການເປັນຢູ່ ຂອງຊາວບ້ານນັ້ນ ຫລາຍຝ່າຍ ທີ່ຮັບຜິດຊອບ ໃນການສ້າງເຂື່ອນ ແຫ່ງນີ້ ຄິດວ່າ ເຂື່ອນໄຟຟ້າ ໄຊຍະບູຣີ ກໍຈະຄ້າຍຄື ກັບເຂື່ອນນ້ຳເທີນ 2 ໃນແຂວງຄຳມ່ວນ. ເມື່ອເວລາ ເຂື່ອນນ້ຳເທີນ 2 ຍັງບໍ່ທັນເລີ້ມ ກໍ່ສ້າງ ກໍໄດ້ມີອົງການ NGO ພາກັນອອກມາ ທຳການຕໍ່ຕ້ານ ແບບດຽວກັນ. ໃນປັດຈຸບັນ ກໍເຫັນແລ້ວວ່າ ການບໍຣິຫານ ຈັດການກັບ ເຂື່ອນນ້ຳເທີນ 2 ດີແບບໃດ ກໍຈະເຮັດໃຫ້ ເຂື່ອນໄຊຍະບູຣີ ປະຕິບັດການ ບໍຣິຫານ ແບບດຽວກັນ.
ສ່ວນອົງການ ອະນຸຮັກ ສິ່ງແວດລ້ອມ Terra ກ່າວວ່າ ການກໍ່ສ້າງເຂື່ອນ ໄຊຍະບູຣີ ຕ້ອງໄດ້ໂຍກຍ້າຍ ປະຊາຊົນ ທີ່ອາສັຍຢູ່ ຕາມແຄມນໍ້າຮອດ 1,720 ຄົນ ແລະ ເຂື່ອນດັ່ງກ່າວ ຈະປ່ຽນແປງ ກະແສນ້ຳຂອງ ທີ່ໄຫລຢ່າງ ເປັນອິສຣະ ໃຫ້ກາຍເປັນ ລະບົບຂັ້ນໆ ຄືຫົວຄັນໄດ ຊຶ່ງຈະທຳລາຍ ບ່ອນຢູ່ອາສັຍ, ການເພາະພັນ ລະບົບ ການຂຶ້ນລົງຂອງປາ ໃນແມ່ນ້ຳຂອງ. ນອກຈາກນັ້ນ ການສ້າງເຂື່ອນ ໄຊຍະບູຣີ ຍັງຈະສົ່ງ ຜົນກະທົບ ຕໍ່ຄວາມຫລາກຫລາຍ ຂອງຊີວະ ນາໆພັນ. ພ້ອມດຽວກັນນັ້ນ ປະຊາຊົນ ທີ່ຫາຢູ່ຫາກິນ ຕາມລຳ ແມ່ນ້ຳຂອງ ກໍຈະໝົດ ອາຊີບ ການປະມົງ ໃນອະນາຄົດ.