ໂຄງການສ້າງເຂື່ອນ ໃນລາວເພີ້ມອີກ

ຈະມີໂຄງການ ສ້າງເຂື່ອນ ໃນລາວ ເພີ້ມອີກຢ່າງໜ້ອຍ 5 ແຫ່ງ ໃນປີ 2011.
ມະນີຈັນ
2010.10.05

ກົດຟັງສຽງ

ເຈົ້າໜ້າທີ່ລາວ ທີ່ກ່ຽວຂ້ອງ ເປີດເຜີຍວ່າ ໃນປີ 2011 ຈະມີໂຄງການ ສ້າງເຂື່ອນເພີ້ມອີກ ຫລາຍແຫ່ງໃນລາວ ສ່ວນໃຫຍ່ ຈະເປັນເຂື່ອນ ຂນາດກາງ ແລະຂນາດ ນ້ອຍ. ເຂື່ອນໃດ ທີ່ສໍາຣວດ ຜົລກະທົບ ດ້ານສິ່ງແວດລ້ອມ ສໍາເຣັດແລ້ວ ກໍຈະເລີ້ມລົງມື ກໍ່ສ້າງໄດ້ ທັນທີ ຖ້າບໍ່ຄາເລື່ອງ ເງິນທຶນ. ທ່ານ ກ່າວວ່າ:

"ມີຫລາຍໂປຣແຈັກ ທີ່ຈະເລີ່ມກໍ່ສ້າງ ປີ 2011 ຕົວຢ່າງນໍ້າງຽບ 2 ເຂື່ອນນໍ້າແບ່ງ ເຂື່ອນນໍ້າງີ້ວ ຈະເລີ່ມ 2011 ນໍ້າງີ້ວກັບ ນໍ້າງຽບສອງ ທີ່ວ່າ ຈະເຮັດແນ່ນອນ ແຂວງ ເຊກອງກໍມີ ເຊກະໝານນຶ່ງ ທີ່ຈະເລີ່ມກໍ່ສ້າງ".

ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ພະລັງນໍ້າ ທີ່ຈະເກີດຂຶ້ນ ໃນປີ 2011 ກໍຈະມີເຂື່ອນ ນໍ້າງຽບ ໃນແຂວງວຽງຈັນ, ເຂື່ອນນໍ້າແບ່ງ ໃນແຂວງອຸດົມໄຊ, ເຂື່ອນນໍ້າງິ່ວ ໃນແຂວງຊຽງຂວາງ, ເຂື່ອນເຊກະໝານນຶ່ງ ໃນແຂວງເຊກອງ, ເຂື່ອນດອນສະໂຮງ ໃນແຂວງ ຈໍາປາສັກ, ແລະ ເຂື່ອນໄຊຍະບູຣີ ໃນແຂວງ ໄຊຍະບູຣີ ເປັນຕົ້ນ.      6 ໂຄງການນັ້ນ ກໍາລັງ ຢູ່ໃນຂັ້ນຕອນ ສໍາຣວດ-ອອກແບບ ຊຶ່ງບາງໂຄງການ ກໍສໍາຣວດອອກແບບ ສໍາເຣັດແລ້ວ ແລະກໍາລັງ ເຂົ້າສູ່ຂັ້ນຕອນ ເລີ່ມກໍ່ສ້າງ.

ນອກຈາກນັ້ນ ກໍຍັງມີ ອີກຫລາຍໂຄງການ ທີ່ລໍຖ້າການເຊັນ ບັນທຶກ ຄວາມເຂົ້າໃຈ ຫລື MOU ຣະຫວ່າງລາວ ກັບ ປະເທດ ຜູ້ລົງທຶນ ແລະ ກໍຈະເປັນທີ່ຮູ້ໄດ້ ໃນປີ 2012. ເຂື່ອນທີ່ສ້າງແລ້ວ ແລະ ຍັງບໍ່ໄດ້ສ້າງ ມີທັງໝົດ 75 ໂຄງການ ໃນແມ່ນໍ້າຂອງ ແລະ ລໍານໍ້າສາຂາ ໃນທົ່ວ ປະເທດລາວ  ແລະທາງການ ໄດ້ອະນຸມັດ ໃຫ້ສຶກສາ ຄວາມເປັນໄປໄດ້ ທັງໝົດແລ້ວ 14 ເຂື່ອນ. ນອກຈາກເຂື່ອນແລ້ວ ກໍມີໂຄງການ ຜລິດໄຟຟ້າ ຈາກແຫລ່ງອື່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.