ປາບຶກສູນພັນແນ່ນອນ ຫາກສ້າງເຂື່ອນເພີ້ມ

ອົງກາຣ ຂອງປະຊາຊົນ ຊາວໄທຽ ເປັນຫ່ວງນໍາ ບັນຫາ ຂອງໂຄງກາຣ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ຕອນລຸ່ມ ບໍ່ຕໍ່າກວ່າ 12 ແຫ່ງ ທີ່ເຊື່ອວ່າ ຈະເຮັດໃຫ້ ປາບຶກສູນພັນ ໄປຢ່າງແນ່ນອນ.
ຫວາດ ສີມູນ
2010.06.25

ອົງກາຣຈັດຕັ້ງ ຂອງປະຊາຊົນ ຊາວໄທຽ ເປັນຫ່ວງນຳ ຜົລກະທົບ ທີ່ອາຈຈະເກີດ ຂຶ້ນຕໍ່ ຊີວະນາໆພັນ ແລະວິຖີຊີວີຕ ຂອງປະຊາຊົນ ຕາມແຄມ ແມ່ນ້ຳຂອງ ຖ້າຫາກວ່າ ມີກາຣກໍ່ສ້າງເຂື່ອນ ໃສ່ແມ່ນ້ຳຂອງ ຕື່ມອີກບໍ່ຕໍ່າກວ່າ 12 ແຫ່ງ ດັ່ງທີ່ໄດ້ກະໄວ້ ໃນໂຄງກາຣ ແລ້ວນັ້ນ ຊຶ່ງເຊື່ອວ່າຈະ ສົ່ງຜົລກະທົບ ເຮັດໃຫ້ປາບຶກ ສູນພັນໄປໄດ້ ຢ່າງແນ່ນອນ ພ້ອມກັບຈະເປັນ ການສ້າງຄວາມເສັຽຫາຍ ທາງດ້ານເສຖກິຈ ຂອງປະຊາຊົນ ຢ່າງຫລວງຫລາຍ ນຳດ້ວຍ ດັ່ງທ່ານເພັຽພອນ ດີເທສ ຜູ້ປະສານງານ ໂຄງກາຣແມ່ນ້ຳ ເພື່ອຊີວີຕກ່າວວ່າ:

ທ່ານວ່າ: “ເສັ້ນທາງຂອງ ກາຣຂຶ້ນລ່ອງ ຂອງປາບຶກ ຊຶ່ງເປັນປາທີ່ ຫາຍາກ ແລະເປັນສັຕທີ່ ສຳຄັນ ໃນແມ່ນ້ຳຂອງນີ້ ກໍຈະສູນພັນ ໄປຢ່າງແນ່ນອນ ເພາະວ່າຈຳພວກ ປາບຶກທີ່ຫາຍາກ ດັ່ງກ່າວ ກໍຈະບໍ່ສາມາດ ຜ່ານຂ້າມເຂື່ອນໄປ ວາງໄຂ່ໄດ້ ແຕ່ຢ່າງໃດເລີຽ”.

ພ້ອມດຽວກັນນີ້ ຂໍ້ມູລຕ່າງໆ ທີ່ທາງຄນະ ກັມມາທິກາຣ ແມ່ນ້ຳຂອງ ກໍວ່າຈະມີ ໂຄງກາຣສ້າງເຂື່ອນ ໃນແມ່ນ້ຳຂອງ ຕອນລຸ່ມທັງໝົດ 12 ແຫ່ງດ້ວຍກັນ ເຣີ່ມແຕ່ເຂື່ອນ ປາກແບງ ຊຶ່ງຢູ່ໃຕ້ແຂວງ ອຸດົມໄຊ ທີ່ທາງບໍຣິສັທ ຂອງຈີນ ກຳລັງສຳຣວຈ ສຶກສາເບິ່ງ ຄວາມເປັນໄປໄດ້ ແລະຕໍ່ລົງມາ ກໍແມ່ນເຂື່ອນ ຫລວງພຣະບາງ ທີ່ທາງບໍຣິສັທ ວຽຕນາມໄດ້ຮັບ ສັມປະທານ.

ນອກນັ້ນກໍມີ ໂຄງກາຣສ້າງເຂື່ອນ ຢູ່ໄຊຍະບູຣີ ໂດຽບໍຣິສັທ ຊ.ກາຣຊ່າງຂອງໄທຽ ແລະຖັດ ລົງມາກໍແມ່ນ ເຂື່ອນເມືອງປາກລາຍ ແຂວງໄຊຍະບູຣີ ເຊັ່ນກັນ ແລະ ເຂື່ອນເມືອງສານະຄາມ ໃນແຂວງວຽງຈັນ ທີ່ທາງບໍຣິສັທ ຂອງຈີນກຳລັງ ສຶກສາເບີ່ງໃນ ປັຈຈຸບັນນີ້ ແລະຍັງມີເຂື່ອນ ປາກຊົມ ຊາຍແດນລາວ-ໄທຽ ແລະ ເຂື່ອນບ້ານ ກຸ່ມ ໃນເຂຕແຂວງ ອຸບົລຣາຊທານີ ແລະແຂວງ  ຈຳປາສັກ. ສ່ວນອີກ 3 ແຫ່ງກໍໄດ້ແກ່ ເຂື່ອນລາດເສືອ ດອນສະໂຮງ ແລະທ່າຄໍ້ ພ້ອມຍັງມີ ອີກ 2 ແຫ່ງໃນເຂຕ ປະເທສກັມພູຊາ ນຳດ້ວຍ.

ເຖິງຢ່າງໃດກໍຕາມ ທາງພາຄສ່ວນໜ່ວຍ ງານຂອງ ປະຊາຊົນຊາວໄທຽ ໝັ້ນໃຈວ່າ ຖ້າຫາກໂຄງກາຣ ສ້າງເຂື່ອນທັ້ງໝົດ ດັ່ງກ່າວນີ້ ຫາກເກີດເປັນຈິງ ແທ້ນັ້ນ ກໍຈະເປັນກາຣ ສ້າງຜົລກະທົບ ຕໍ່ສະພາບແວດລ້ອມ ແລະເຮັດໃຫ້ ປາບຶກສູນພັນ ໄປໄດ້ຢ່າງແນ່ນອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.