ອະນຸຮັກສັດປ່າໂລກ ຂໍເຍີ້ນການສ້າງເຂື່ອນ
2010.09.27
ກົດຟັງສຽງ
ອົງການ ອະນຸຮັກ ສັດປ່າໂລກ ຫລື WWF ໄດ້ຈັດ ກອງປະຊຸມ ກັບຜູ້ຕາງໜ້າ ທະນາຄານຕ່າງໆ ທີ່ອະນຸມັດ ໃຫ້ກູ້ຢືມເງິນ ໃນໂຄງການ ສ້າງເຂື່ອນ ໃສ່ແມ່ນ້ຳຂອງ. ໃນມື້ວັນທີ 24 ກັນຍາ 2010 ຢູ່ບາງກອກ ປະເທດໄທ ກອງປະຊຸມໄດ້ ຂໍໃຫ້ເຍີ້ນ ເພື່ອສຶກສາແຜນ ການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ອີກກ່ອນ. ນາງວິພາວີ ປັນຍາດີ ຜູ້ປະສານງານ ຂອງອົງການ ອະນຸຮັກ ສັດປ່າໂລກ ປະຈຳປະເທດໄທ ໃຫ້ຂໍ້ມູນວ່າ:
"ປະເດັນສຳຄັນ ແມ່ນກ່ຽວກັບ ເຂື່ອນ 11 ບ່ອນ ທີ່ຈະສ້າງ ໃສ່ແມ່ນ້ຳຂອງ ນີ້ເປັນຄວາມຫວັງ ອັນນຶ່ງ ທີ່ຈະເຮັດໃຫ້ ທະນາຄານ ກັບເອົາໄປຄິດ ພິຈາຣະນາ ໃໝ່ ວ່າບໍ່ຄວນ ສ້າງເຂື່ອນໃສ່ ແມ່ນ້ຳສາຍຫລັກ ເພາະຈະສ້າງຄວາມ ກະທົບກະເທືອນ ຕໍ່ຊີວະນາໆພັນ ແລະ ເຣື້ອງຂອງແຫລ່ງ ອາຫານ ໃນພູມີພາກ ນີ້ນຳ".
ນາງກ່າວຕໍ່ໄປວ່າ ທາງອົງການ ອະນຸຮັກ ສັດປ່າໂລກ ໄດ້ຈັດກອງ ປະຊຸມສັມມະນາ ເຊື້ອເຊີນ ທະນາຄານ ທີ່ໃຫ້ກູ້ຢືມເງິນ ເພື່ອໂຄງການ ສ້າງເຂື່ອນ 11 ແຫ່ງ ໃສ່ແມ່ນ້ຳຂອງ ຕອນລຸ່ມ. ນອກຈາກເຣື້ອງ ທີ່ຂໍໃຫ້ກຸ່ມ ທະນາຄານ ເຍີ້ນການ ອະນຸມັດ ໃຫ້ຢືມເງິນອອກ ໄປກ່ອນແລ້ວນັ້ນ ກໍຢາກໃຫ້ ທະນາຄານ ໄດ້ຮຽນຮູ້ເຖິງ ຜົນດີຜົນຮ້າຍ ຈາກການສ້າງເຂື່ອນ ດັ່ງກ່າວ.
ສຳລັບຂໍ້ສເນີ ໃຫ້ເຍີ້ນ ແລະ ພຍາຍາມຍັບຍັ້ງ ການສ້າງເຂື່ອນ ໃນລາວນັ້ນ ເຈົ້າໜ້າທີ່ ຂອງອົງການ ອະນຸຮັກ ສັດປ່າໂລກ ປະຈຳນະຄອນ ຫລວງວຽງຈັນ ກຳລັງສລຸບ ຂໍ້ຄວາມ ແລະ ຄວາມຄິດເຫັນຈາກ ກອງປະຊຸມຄັ້ງ ວັນທີ 24 ກັນຍາ 2010 ເພື່ອນຳໄປສເນີຕໍ່ ກອງປະຊຸມ ໃນລາວ ກ່ອນຈະມີການ ພິຈາຣະນາ ໂຄງການສ້າງເຂື່ອນ ດັ່ງກ່າວ ໃນລາວ.
ກອງປະຊຸມທີ່ WWF ຈັດຂຶ້ນນັ້ນ ໄດ້ມີກຸ່ມ ທະນາຄານ ສະຖາບັນການເງິນ ຈາກ ສະຫະຣັຖ ອະເມຣິກາ ຢູໂຣບ ແລະ ເອເຊັຍ ເຂົ້າຮ່ວມ ໃນຫົວຂໍ້ ກອງປະຊຸມ ທີ່ວ່າ “ຄວາມສ່ຽງ ໃນການອະນຸມັດ ເງິນກູ້ຢືມ ເພື່ອສ້າງເຂື່ອນ”. ໂຄງການສ້າງເຂື່ອນ ໃນແຂວງ ໄຊຍະບຸຣີ ເຫັນວ່າ ທະນາຄານ ທີ່ຈະໃຫ້ ກູ້ຢືມເງິນ ໄດ້ເຍີ້ນການ ອະນຸມັດ ອອກໄປຫລັງຈາກ ທີ່ໄດ້ເຂົ້າຮ່ວມ ປະຊຸມຄັ້ງ ດັ່ງກ່າວແລ້ວ.