ວຽດນາມຈະສ້າງເຂື່ອນ ຢູ່ລາວອີກນຶ່ງແຫ່ງ
2010.08.30
ໃນບົດບັນທຶກ ດັ່ງກ່າວ ບໍຣິສັດ ຮ່ວງອັນເຈັ່ຍລ່າຍ ຈະສ້າງເຂື່ອນ ໄຟຟ້າ ອີກແຫ່ງນຶ່ງໃສ່ນ້ຳເຊກອງ ພາກໃຕ້ ຂອງລາວ. ເຂື່ອນແຫ່ງນີ້ ຈະເປັນເຂື່ອນ ຂນາດນ້ອຍ ທີ່ຈະຜລິດ ກະແສໄຟຟ້າ ໄດ້ພຽງ 80 ເມກາວັດ. ປັດຈຸບັນ ບໍຣິສັດ ຂອງວຽດນາມ ໄດ້ສິ້ນສຸດ ການສຶກສາ ສຳຣວດໃນ ການສ້າງເຂື່ອນ ແຫ່ງນີ້ແລ້ວ ຈະສົ່ງຣາຍງານ ຂື້ນໄປຫາ ຣັຖບານລາວ ແລະຈະລົງມື ກໍ່ສ້າງ ໃນໄວໆນີ້.
ໃນຂນະນີ້ ປະກົດວ່າ ວຽດນາມ ໄດ້ລົງທຶນ ສ້າງເຂື່ອນຢູ່ລາວ ຫລາຍຂື້ນ. ເມື່ອເດືອນ ພຶສພາ ປີນີ້ ຣັຖບານລາວ ແລະ ບໍຣິສັດ ວຽດນາມ ອີກບໍຣິສັດນື່ງ ກໍເຊັນ ສັນຍາກັນ ຊຶ່ງໃນນັ້ນ ບໍຣິສັດ ວຽດນາມ ຈະສ້າງເຂື່ອນ ເຊກະໝານ ນຶ່ງ ຢູ່ແຂວງ ອັດຕະປື. ເຂື່ອນດັ່ງກ່າວ ຈະເປັນເຂື່ອນໃຫຍ່ ປານກາງ ສາມາດຜລິດ ໄຟຟ້າ ໄດ້ປະມານ 322 ເມກາວັດ ແລະວຽດນາມ ຈະລົງທຶນເຖິງ 441 ລ້ານດອນລ່າ ສະຫະຣັຖ ເພື່ອກໍ່ສ້າງ. ການກໍ່ສ້າງ ຄາດວ່າຈະ ສຳເຣັດພາຍ ໃນປີ 2014 ເມື່ອສ້າງ ສຳເຣັດແລ້ວ ຈະສົ່ງ ໄຟຟ້າ ໄປຂາຍໃຫ້ ວຽດນາມ.
ນອກຈາກນັ້ນ ວຽດນາມ ຍັງຈະສ້າງອີກ ນຶ່ງເຂື່ອນໆນີ້ ແມ່ນເຂື່ອນນ້ຳ ໂມ້ ຢູ່ແຂວງ ຊຽງຂວາງ. ເຂືອນນີ້ຈະເປັນ ເຂື່ອນຂນາດນ້ອຍ ຈະຜລິດ ໄຟຟ້າໄດ້ 62 ເມກາວັດ ແລະ ວຽດນາມ ຈະລົງທຶນ 105 ລ້ານດອນລ່າ ເພື່ອກໍ່ສ້າງ. ທາງການລາວ ແລະ ວຽດນາມ ເຊັນຂໍ້ຕົກລົງ ກ່ຽວກັບການ ສ້າງເຂື່ອນນ້ຳໂມ້ ນີ້ເມື່ອເດືອນ ມິນາ ປີນີ້ ປັດຈຸບັນ ກຳລັງ ສຶກສາສຳຣວດ ແລະຈະສຳຣວດ ໃຫ້ສຳເຣັດ ພາຍໃນ 18 ເດືອນ ນັບແຕ່ມື້ ເຊັນສັນຍາ ເປັນຕົ້ນມາ.