ຊາວຄໍາເກີດບໍ່ໝັ້ນໃຈ ເຂື່ອນເທີນ-ຫີນບູນ

ຊາວເມືອງ ຄໍາເກີດ ບໍ່ໝັ້ນໃຈ ວ່າການພັທນາ ເຂື່ອນເທີນ-ຫີນບູນ ພາກຂຍາຍ ຈະບໍ່ເຮັດ ໃຫ້ເກີດເຫດ ນໍ້າຖ້ວມ.
ໂພໄຊສວັດ
2010.09.10

ໂຄງການຂຍາຍ ເຂື່ອນເທີນ-ຫີນບູນ ລະຍະ 2 ກໍາລັງເລັ່ງ ກໍ່ສ້າງ ຊຶ່ງຄາດວ່າ ຈະໃຫ້ແລ້ວ ໝົດພາຍໃນປີ 2012.

ເຖິງຢ່າງໃດ ກໍຕາມ ຊາວບ້ານ ທີ່ອາສັຍຢູ່ ພາກລຸ່ມ ຂອງເຂື່ອນ ຍັງບໍ່ມີ ຄວາມໝັ້ນໃຈ ວ່າໂຄງການ ພັທນາ ດັ່ງກ່າວ ຈະບໍ່ສົ່ງ ຜົນສະທ້ອນ ເຮັດໃຫ້ນ້ຳ ຖ້ວມໄຮ່ນາ ຮົ້ວສວນ ຈຶ່ງເຮັດໃຫ້ ບາງຄອບຄົວ ຕ້ອງໄດ້ຊອກຫາ ພື້ນທີ່ເຮັດໄຮ່ ເຮັດນາໃໝ່. ໄທບ້ານຜູ້ນຶ່ງ ຈາກເມືອງ ຄຳເກີດ ແຂວງ ບໍລິຄຳໄຊ ເວົ້າວ່າ:

"ຈຳເປັນວ່າໂອ້ ຖ້າໂຄງການ ເພິ່ນມາຊອກ ໃຫ້ເຮົາຊິ ບໍ່ມີດິນນາ ມັນຈຳເປັນ ຈະຕ້ອງໄດ້ ມາຊອກຟາກນີ້ ຢູ່ບ່ອນໂພນ ບ່ອນທີ່ນ້ຳ ບໍ່ຖ້ວມ ແຕ່ມັນຊີ່ ຖ້ວມບໍ່ ເທື່ອທີ 2 ບໍ່ກໍຍັງ ບໍ່ຮູ້ ຖ້າວ່າມັນຖ້ວມ ກໍຈະສເນີ ທາງໂຄງການ ໃຫ້ເພິ່ນ ຊ່ວຍເຫລືອ".

ໂຄງການ ເຂື່ອນເທີນ-ຫີນບູນ ພາກຂຍາຍ ກະທົບກະເທືອນ ຕໍ່ຊາວບ້ານ ໃນ 34 ໝູ່ບ້ານ ຊຶ່ງມີ 13 ໝູ່ບ້ານ ທີ່ຕັ້ງຢູ່ ໃນເຂດ ອ່າງເກັບ ຮັກສານ້ຳທີ່ໄຫລ ມາຈາກ ນ້ຳຍວງ, 11 ໝູ່ບ້ານ ທີ່ຕັ້ງຢູ່ ໃນເຂດເຂື່ອນ ເທີນ-ຫີນບູນ ເກົ່າ ແລະອີກ 10 ກວ່າໝູ່ບ້ານທີ່ ຕັ້ງຢັງຢາຍຢູ່ ພາກລຸ່ມ ແມ່ນ້ຳຍວງ ຂອງເມືອງຄຳເກີດ ທີ່ຈະຕ້ອງ ໂຍກຍ້າຍ ອອກຈາກພື້ນທີ່. ເມື່ອຜ່ານມາ ທາງການໄດ້ ໂຍກຍ້າຍ ຊາວບ້ານ ຈຳນວນນຶ່ງ ໄປຢູ່ໃນເຂດ ບ້ານຈັດສັນ ໜອງສົ້ງ, ສົບພວນ ແລະໂພນທອງ.

ເຖິງຢ່າງໃດ ກໍຕາມ ຊາວບ້ານ ທີ່ໄດ້ຮັບ ຜົນກະທົບ ສ່ວນນຶ່ງ ກໍບໍ່ໝັ້ນ ໃຈວ່າ ບ້ານຈັດສັນ ອັນໃໝ່ ທີ່ໄດ້ຮັບ ຈາກບໍຣິສັດ ຈະເປັນບ່ອນ ເໝາະສົມ ສຳລັບ ການເຮັດໄຮ່ ເຮັດນາ ຈຶ່ງເລັ່ງໃຫ້ ບາງຄອບຄົວ ຕ້ອງໄດ້ຊອກຫາ ພື້ນທີ່ດິນ ໃນເຂດອື່ນ ຍ້ອນວ່າການ ພັທນາ ເຂື່ອນເທີນ-ຫີນບູນ ໂຄງການທຳອິດ ເຮັດໃຫ້ເກີດ ເຫດການ ນ້ຳຖ້ວມ ໃສ່ພາກລຸ່ມ ຂອງເຂື່ອນ ຢ່າງກວ້າງຂວາງ. ດັ່ງລາຍງານ ຂອງອົງການ FIVAS ປະເທດນໍເວ ເມື່ອປີ 2005 ວ່າຄວາມພຍາຍາມ ແກ້ໄຂບັນຫາ ການກະທົບ ຕໍ່ຊີວິດ ການເປັນຢູ່ ຂອງຊາວບ້ານ ທີ່ອາສັຍ ຢູ່ໃກ້ເຂື່ອນ ເທີນ-ຫີນບູນ ບໍ່ໄດ້ຮັບຜົນ ສຳເຣັດ ຊີວະນາໆ ພັນພາຍ ໃນນ້ຳ ຫລຸດໜ້ອຍລົງ. ຕະລິ່ງສອງຝັ່ງ ລຳນ້ຳໄຮ ແລະຫີນບູນ ເຊື່ອມຄຸນພາບ. ພື້ນທີ່ໄຮ່ນາ ຮົ້ວສວນ ແລະ ຜົລປູກ ຕາມແຄມຝັ່ງ ໄດ້ຮັບຄວາມ ເສັຍຫາຍ ໂດຍສະເພາະ ເຂົ້ານາປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.