ຜົນກະທົບ ຈາກການສ້າງ ເຂື່ອນເທີນຫີນບູນ

ການໂຍກຍ້າຍ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກການສ້າງ ເຂື່ອນເທີນຫີນບູນ ພາກຂະຫຍາຍ ຕ້ອງໃຫ້ແລ້ວ ພາຍໃນທ້າຍປີ 2011
ໂພໃຊສະວັດ
2009.01.27

ທາງການໄດ້ ຊົດເຊີຍ ຄ່າເສັຍຫາຍ ແລະ ຊ່ອຍເຫລືອ ສິ່ງຕ່າງໆ ແກ່ປະຊາຊົນ ທີ່ໄດ້ໂຍກຍ້າຍ ເນື່ອງຈາກໄດ້ ຮັບຜົນກະທົບ ຈາກການກໍ່ສ້າງ ເຂື່ອນເທີນຫີນບູນ ພາກຂະຫຍາຍ ໃຫ້ກັບ ສອງໝູ່ບ້ານ ທໍາອິດແລ້ວ. ຊຶ່ງຕາມສັນຍາ ການທົດແທນ ຈະໃຫ້ແລ້ວ ພາຍໃນເດືອນ ເມສາ ນີ້ດັ່ງເຈົ້າໜ້າທີ່ ຮັບຜິດຊອບ ເຣື້ອງການໂຍກ ຍ້າຍຜະແນກ ສິ່ງແວດລ້ອມ ແຂວງບໍລິຄໍາໄຊ ເວົ້າວ່າ: 11 ບ້ານຈະຕ້ອງ ໄດ້ໂຍກຍ້າຍ ຊິຕ້ອງໄດ້ ໂຍກຍ້າຍສອງ ບ້ານອອກກ່ອນ ຈະສໍາເຣັດ ໃນເດືອນສີ່ ຍ້າຍ 11 ບ້ານ ຕອນນີ້ເຮົາ ໄດ້ແຕ່ສອງບ້ານ ຈະສໍາເຣັດທ້າຍ 2011

ເຈົ້າໜ້າທີ່ ອະທິບາຍ ຕໍ່ໄປວ່າ ສໍາລັບ ສອງບ້ານທີ່ ໄດ້ຮັບການກະທົບ ແລະ ຕ້ອງໄດ້ຍ້າຍ ອອກໂດຍດ່ວນ ແລະ ໄດ້ຮັບການ ທົດແທນ ແລະ ຊ່ອຍເຫລືອ ແລ້ວກໍມີ ບ້ານນາປ່າຫວາ ແລະ ບ້ານນາສວນ ຊຶ່ງຈະຍ້າຍ ໄປບ້ານພະບັງ ແລະ ບ້ານ ສົມບູນ ສໍາລັບ 11ໝູ່ບ້ານ ທີ່ໄດ້ຮັບ ການກະທົບ ທາງບໍລິສັດ ກໍ່ສ້າງເຂື່ອນ ເທີນຫີນບູນ ກໍໄດ້ປຸກເຮືອນ ໃຫ້ແກ່ປະຊາຊົນ ທັງໝົດ11ໝູ່ບ້ານ ຊຶ່ງເຈົ້າໜ້າທີ່ ໄດ້ເວົ້າເຖິງ ຄອບຄົວທັງໝົດ ທີ່ໄດ້ຮັບ ຜົນກະທົບ ໃນຄັ້ງນີ້ວ່າ:ຫລັງຄາເຮືອນ ທີ່ຈະຕ້ອງໂຍກຍ້າຍ ໄປທັງໝົດ ຕົງທີ່ມີ ປະສົງທີ່ຢາກ ຈະໂຍກຍ້າຍ ບໍລິສັດ ຕ້ອງກະຕຽມ ເຮືອນທັງໝົດ 120ປາຍ ແຕ່ວ່າດຽວ ນີ້ເຮັດໄດ້ແຕ່ 29 ຫລັງ.

ເຖິງຢ່າງໃດ ກໍຕາມ ເຈົ້າໜ້າທີ່ ໄດ້ເວົ້າໃນ ຕອນທ້າຍວ່າ ຫລັງຈາກ ທີ່ມີການໂຍກຍ້າຍ 2ໝູ່ບ້ານ ໃຫ້ ແລ້ວໃນເດືອນ 4ນີ້ ຈໍາເປັນຕ້ອງ ໄດ້ກວດກາ ແລະສຶກສາ ກ່ຽວກັບຈໍານວນ ຊັບສິນທີ່ຕ້ອງ ຈ່າຍຄືນໃຫ້ ແກ່ຊາວບ້ານ ອີກຈໍານວນ 9 ໝູ່ບ້ານທີ່ ຍັງເຫລືອຢູ່ ເພື່ອໃຫ້ແລ້ວທັນ ພາຍໃນປີ 2011.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.