ນັກສຶກສາ ໂຄງການແມ່ນໍ້າຂອງ ເປັນຫ່ວງຕໍ່ ຜົລກະທົບ ຈາກການ ສ້າງເຂື່ອນຢູ່ລາວ
2009.10.21
ນັກສຶກສາຜູ້ນັ້ນ ເວົ້າຕອນນຶ່ງວ່າ….. “ໃນການທີ່ລາວ ຈະສ້າງປະເທດ ໃຫ້ເປັນໝໍ້ໄຟ ຂອງເອເຊັຍນັ້ນ ສ່ວນຕົວເຂົາແລ້ວ ຄິດວ່າ ການສ້າງເຂື່ອນເພື່ອ ຈະໄດ້ໃຊ້ ໄຟຟ້ານັ້ນ ອາດຈະທຳຣາຍ ບໍ່ພຽງແຕ່ ຣະບົບ ນິເວດວິທຍາ ເທົ່ານັ້ນ ແຕ່ຍັງຈະທຳຣາຍ ຄົນນຳອີກ.”
ນັກສຶກສາໄດ້ ອະທິບາຍວ່າ ປະຊາຊົນ ທີ່ອາໃສຢູ່ ໃນບໍຣິເວນ ສ້າງເຂື່ອນ ຈະໄດ້ຮັບ ຜົນກະທົບແຮງ ທີ່ສຸດ ພວກເຂົາຈຳເປັນ ຈະຕ້ອງປ່ຽນ ວິຊາອາຊີບໃໝ່ ແລະ ການປ່ຽນແປງ ໃໝ່ນັ້ນ ບໍ່ມີໃຜຮູ້ ແນ່ນອນວ່າ ຈະເປັນຜົນດີ ຫລືຜົນຮ້າຍ. ອີກຢ່າງນຶ່ງ ປະຊາຊົນ ອາດຈະບໍ່ສາມາດ ປັບຕົວເຂົ້າໃນ ສະພາບການ ແປງປ່ຽນ ໄດ້ທັນເວລາ.
ນັກສຶກສາ ໃນໂຄງການ ແມ່ນ້ຳຂອງເ ວົ້າອີກວ່າ ..... “ຣັຖບານ ອາດຈະຄິດວ່າ ການສ້າງເຂື່ອນ ຈະນຳຣາຍໄດ້ ເຂົ້າປະເທດ ແຕ່ຣາຍໄດ້ນັ້ນ ຈະເປັນຣາຍໄດ້ ຂອງປະຊາຊົນບໍ. ຕາມທັມມະດາ ແລ້ວ ຣັຖບານກໍຕ້ອງ ຖາມປະຊາຊົນ ກ່ອນວ່າ ພວກເຂົາຕ້ອງການ ການສ້າງເຂື່ອນ ໄຟຟ້າບໍ ແຕ່ໃນ ກໍຣະນີ ຣັຖບານລາວ ຄົງຈະບໍ່ໄດ້ ຖາມປະຊາຊົນ ແບບນັ້ນກ່ອນເລີຍ.”
ນອກຈາກນັ້ນ ນັກສຶກສາ ຜູ້ນີ້ເວົ້າວ່າ ການສ້າງເຂື່ອນຢູ່ລາວ ຈະບໍ່ພຽງແຕ່ ສົ່ງຜົນກະທົບ ຕໍ່ສະພາບແວດລ້ອມ ແລະປະຊາຊົນ ຢູ່ພາຍໃນ ປະເທດລາວ ເທົ່ານັ້ນ ແຕ່ຍັງຈະກະທົບ ຕໍ່ປະເທດອື່ນນຳ; ຕົວຢ່າງ ການສ້າງເຂື່ອນໃສ່ ແມ່ນ້ຳຂອງ ກໍຈະສົ່ງ ຜົນກະທົບ ຕໍ່ທັງໝົດ ຫົກປະເທດ ໃນອະນຸພາກພື້ນ ແມ່ນ້ຳຂອງ ຊຶ່ງມີ ລາວ ໄທ ພະມ້າ ຈີນ ວຽດນາມ ແລະກຳພູຊາ ແຕ່ປະເທດທີ່ ຈະໄດ້ຮັບເຄາະຮ້າຍ ຫລາຍກວ່າໝູ່ ຈະແມ່ນປະເທດ ໃນພາກລຸ່ມ ຄື ກຳພູຊາ ແລະວຽດນາມ.