ເຂື່ອນນໍ້າຊອງ ຈະສ້າງໃນທ້າຍປີນີ້

ເຂື່ອນນໍ້າຊອງ ແຂວງວຽງຈັນ ຈະເລີ້ມລົງ ມືກໍ່ສ້າງ ພາຍໃນທ້າຍ ປີ 2010 ນີ້.
ໂພໄຊສວັດ
2010.06.24

ບໍຣິສັດກໍ່ສ້າງ ເຂື່ອນໄຟຟ້າ ນ້ຳຊອງ ແຂວງວຽງຈັນ ໄດ້ເລີ້ມສຳຣວດ ແລະອອກແບບ ເຂື່ອນດັ່ງກ່າວ ໃນເດືອນພຶສພາ 2010 ແລະຄາດວ່າຈະ ສຳເຣັດການ ສຳຣວດ ແລະອອກແບບ ໃນເດືອນສິງຫາ ແລະພ້ອມທີ່ຈະ ລົງມື ກໍ່ສ້າງທັນທີ ໂດຍກະວ່າຈະ ເລີ້ມພາຍ ໃນທ້າຍປີ 2010 ນີ້ເພື່ອ ໃຫ້ສຳເຣັດພາຍໃນ ປີ 2015. ເຈົ້າໜ້າທີ່ກ່ຽວຂ້ອງ ຈາກບໍຣິສັດ ກໍ່ສ້າງ ເຂື່ອນໄຟຟ້ານ້ຳຊອງ ເວົ້າວ່າ:

"ເຂື່ອນໄຟຟ້າ ຂນາດນ້ອຍ 5 ເມັກກະວັດ ທາງແຂວງວຽງຈັນ ໄດ້ປຶກສາຫາລື ກັບທາງການຂອງແຂວງ ກໍໄດ້ ເຫັນດີເຫັນພ້ອມ ສັນຍາໂຕນີ້ ໄດ້ເຊັນກັນ ຮັບຮູ້ກັນ ຄັກແນ່ແລ້ວ ທາງບໍຣິສັດ ພວກເຮົາກໍໄດ້ຈັດ ໜ່ວຍລົງສຳຣວດ ອອກແບບ ທາງໄຟຟ້າທີ່ ປຶກສາ ຜູ້ທີ່ເຮັດເຂື່ອນ ລົງໄປສຳຣວດ ຕາມຄວາມເປັນຈິງ ທາງດ້ານ         ສິ່ງແວດລ້ອມ".

ສຳລັບບັນຫາ ທີ່ວ່າ ການກໍ່ສ້າງເຂື່ອນ ອາດຈະ ກະທົບກະເທືອນ ການທ່ອງທ່ຽວ ຢູ່ເມືອງວັງວຽງນັ້ນ ເຈົ້າໜ້າທີ່ກ່ຽວຂ້ອງ ຈາກບໍລິສັດ ກໍ່ສ້າງ ເວົ້າວ່າເຂື່ອນດັ່ງກ່າວ ຈະຕັ້ງຢູ່ປະມານ 30 ກິໂລແມັດ ຫ່າງຈາກ ເມືອງວັງວຽງ ແລະນ້ຳຊອງກໍມີ ຄວາມກວ້າງປະມານ 30 ຫາ 40 ແມັດ ສ່ວນເຂື່ອນກັ້ນນ້ຳ ຈະກວ້າງພຽງແຕ່ 10 ແມັດ.
ຫາກຈະເບິ່ງໄປ ອີກໃນແງ່ນຶ່ງ ຈາກບ້ານວັງໂພສີ ໄປຫາບ້ານຜາຕັ້ງ ຈະຫ່າງກັນປະມານ 12 ກິໂລແມັດ ແລະມີນ້ຳອີກ 3 ສາຍທີ່ໄຫລລົງໃສ່ ນ້ຳຊອງ ຊຶ່ງຄາດວ່າ ຜົນກະທົບກະເທືອນ ຕໍ່ການທ່ອງທ່ຽວ ອາດຈະບໍ່ມີ ບາງທີອາດຈະ ເປັນຜົນດີຊ້ຳ ເພາະເຂື່ອນດັ່ງກ່າວ ຈະສາມາດກັກເກັບນ້ຳ ໄວ້ໄດ້ໃນຍາມຝົນ ແລະ ປ່ອຍນ້ຳໄດ້ ໃນລະດູແລ້ງ ຊຶ່ງຈະມີນ້ຳ ໃຫ້ສະຖານທີ່ ທ່ອງທ່ຽວ ບໍ່ຂາດລະຍະ.

ມູນຄ່າຂອງການ ກໍ່ສ້າງເຂື່ອນໄຟຟ້າ ນ້ຳຊອງ ຈະຕົກຢູ່ປະມານ 10 ລ້ານໂດລາ ສະຫະຣັຖ ຊຶ່ງຈະຜລິດ ກະແສໄຟຟ້າໄດ້ 5 ເມັກກະວັດ. ໂຄງການດັ່ງກ່າວນີ້ ຕັ້ງຢູ່ ບ້ານວັງໂພສີ, ຖິ່ນແກ້ວ ເມືອງວັງວຽງ ແຂວງວຽງຈັນ, ຫ່າງຈາກຖນົນຫລວງ ເລກທີ 13 ເໜືອ 12 ກິໂລແມັດ. ສັນເຂື່ອນຈະມີ ຄວາມຍາວປະມານ 180 ແມັດ ແລະຄວາມສູງ ປະມານ 20 ແມັດ ແລະຈະສາມາດ ເກັບຮັກສານ້ຳ ໃນອ່າງໄດ້ປະມານ 300 ຕາລາງ ກິໂລແມັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.