ໂຄງກາຣເຂື່ອນໄຟຟ້າ ແຂວງໄຊຍະບຸຣີ

ໂຄງກາຣສ້າງ ເຂື່ອນໄຟຟ້າ ແຂວງໄຊຍະບຸຣີ ສືບຕໍ່ກາຣ ສໍາຣວຈ ແລະວ່າຈະສ້າງ ຜົລກະທົບ ໃສ່ກວ່າ 4 ໝູ່ບ້ານ.
ຫວາດ ສີມູນ
2010.04.23

ທາງບໍຣິສັທ ຊ.ກາຣຊ່າງ ຂອງໄທຽ ສືບຕໍ່ກາຣສຳຣວຈ ເບິ່ງຄວາມເປັນໄປໄດ້ ຕື່ມອີກ ໃນໂຄງກາຣສ້າງ ເຂື່ອນໃສ່ແມ່ນ້ຳຂອງ ເຂຕແຂວງ ໄຊຍະບຸຣີ ແລະມີກາຣ   ຣາຍງານ ເບື້ອງຕົ້ນວ່າ ອາຈຈະສ້າງຜົລ ກະທົບ ຕໍ່ປະຊາຊົນ ໃນບໍ່ຕໍ່າກວ່າ 4 ໝູ່ບ້ານ ດັ່ງເຈົ້າໜ້າທີ່ລາວ ທ່ານໜຶ່ງ ຈາກຫ້ອງການ ພລັງງານແລະບໍ່ແຮ່ ໄດ້ກ່າວວ່າ:

“ເຂື່ອນແມ່ນ້ຳຂອງ ຈຸດເມືອງ ໄຊຍະບຸຣິເນາະ ປັຈຈຸບັນນີ້ ກຳລັງ ບໍຣິສັທ ຊ. ກາຣຊ່າງ ເພິ່ນກຳລັງເອົາ ເຄື່ອງອຸປກອນ ເຂົ້າມາເນາະ ມາຂຸດເຈາະ ເພື່ອຕຣຽມເອົາດິນ ໄປວິຈັຍ ເດືອນແລ້ວ ກັບເດືອນນີ້ ຫາກໍເຣີ່ມເອົາ ເຂົ້າມາວັນທີ່ 20 ເນາະ”.

ກ່ຽວກັບໂຄງກາຣ ສ້າງເຂື່ອນດັ່ງກ່າວ ທາງບໍຣິສັທ ຊ. ກາຣຊ່າງ ກໍຕຣຽມກາຣ ເຊັນສັນຍາ ວ່າດ້ວຍຄວາມ ເຂົ້າໃຈຫລື MOU ກັບກາຣໄຟຟ້າ ຝ່າຍຜລິຕແຫ່ງ ປະເທສໄທຽ ຫລື Egat ໃນກາຣຊື້ຂາຍ ໄຟຟ້າ ທີ່ຄາດວ່າຈະຈັດຂຶ້ນ ໃນເດືອນເມສານີ້:

“ກໍມີກາຣພູດຄຸຍ ມີກາຣເອົາຂໍ້ມູລ ເບື້ອງຕົ້ນ ເວົ້າເຣື່ອງ ສະພາບແວດລ້ອມເນາະ ວ່າພື້ນທີ່ມັນ ຈະຖືກເທົ່າໃດ ວ່າຈັກບ້ານທີ່ (ຈະ) ຖືກໂຍກຍ້າຍ ວ່າຣະດັບນ້ຳ ສູງຊໍ່າໃດນີ້ ເພິ່ນປະເມີນມາ ໃຫ້ເບິ່ງ ກໍມີປະມານ 4-5 ໝູ່ບ້ານນີ້ແຫລະ ທີ່ຖືກໂຄງກາຣ ເຮົາເນາະ”.

ຢ່າງໃດກໍຕາມ ໃນຂັ້ນຕົ້ນເຂື່ອນ ໃນເຂຕແຂວງ ໄຊຍະບຸຣີ ແຫ່ງນີ້ ຈະສາມາດ ຜລິຕກະແສ ໄຟຟ້າໄດ້ເຖິງ 1,260 ເມກະວັຕ ແລະອາຈຈະມີ ກາຣເຣີ່ມດຳເນີນ ກາຣ ກໍ່ສ້າງໄດ້ໃນ ຕົ້ນປີ 2011 ນີ້.

ແຕ່ໂຄງກາຣສ້າງເຂື່ອນ ດັ່ງກ່າວ ຍິ່ງເຮັດໃຫ້ເປັນ ທີ່ຈັບຕາເບິ່ງ ຈາກພາຄ ປະຊາຄົມໃນ ປະເທສເຂຕລຸ່ມ ແມ່ນ້ຳຂອງ ຍ້ອນວ່າເປັນໂຄງ ກາຣຂນາດໃຫຍ່ ໃນຣະຫວ່າງກາງ ຂອງປະເທສລາວ ແລະອາຈສົ່ງຜົລ ກະທົບໄປເຖິງ ປະຊາຊົນໃນ ຫລາຍປະເທສ ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.