ເຂື່ອນນໍ້າເທີນ 2 ພ້ອມທີ່ຈະສົ່ງກະແສໄຟ

ເຂື່ອນນໍ້າເທີນ 2 ເສັດສີ້ນ ການປັບປຸງ ເຄື່ອງຜລິດໄຟຟ້າ ຊຶ່ງຄາດວ່າ ຈະສາມາດ ຂາຍກະແສ ໄຟຟ້າ ໃຫ້ໄທ ຕາມກໍານົດການ.
ມະນີຈັນ
2010.02.16

ໂຄງການ ເຂື່ອນນໍ້າເທີນ 2 ສໍາເຣັດ ການແກ້ໄຂ ບັນຫາ ເຄື່ອງປັ່ນ ກະແສໄຟຟ້າ ທັງ4ໜ່ວຍ ແລະກໍເຮັດວຽກ ເປັນປົກຕິແລ້ວ. ດຽວນີ້ຍັງ ຖ້າແຕ່ເຮັດ ເອກກະສານ ລາຍລະອຽດ ກັບຜູ້ໃຫ້ ເງິນກູ້ ເພື່ອຮັບປະກັນ ໂຄງການໃນ ໄລຍະສຸດທ້າຍ. ຫລັງຈາກນັ້ນ ກໍຈະມີ ການຕົກລົງ ກັບການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທ ຫລື EGAT ອີກຄັ້ງນຶ່ງ ກ່ອນໜ້າ ຈະເລີ່ມການ ຊື້-ຂາຍ ໄຟຟ້າ ຢ່າງເປັນທາງການ ໃນເດືອນ ມິນາ 2010 ນີ້ ຕາມສັນຍາ ທີ່ໄດ້ເຊັນກັນ. ເຈົ້າໜ້າທີ່ ກ່ຽວຂ້ອງ ຈາກ EGAT ກ່າວກ່ຽວກັບ ເລື່ອງນີ້ວ່າ:

"ບັນຫາ ເລື່ອງເຄື່ອງ ຜລິດ ກະແສໄຟຟ້າ ຕອນນີ້ ແກ້ໄຂໝົດແລ້ວ ພຽງແຕ່ຖ້າເລື່ອງ ເຮັດເອກກະສານ ແນວດຽວ ຈາກຜູ້ໃຫ້ ເງິນກູ້ ແລ້ວກໍສາມາດ ຊື້-ຂາຍ ໄດ້ປົກກະຕິ ຊຶ່ງມີການ ຢືນຢັນວ່າ ພາຍໃນເດືອນ ມິນາ".

ເຈົ້າໜ້າທີ່ EGAT ກ່າວຕື່ມວ່າ ໂຄງການ ເຂື່ອນນໍ້າເທີນ 2 ມີການເລື່ອນ ການສົ່ງກະແສ ໄຟຟ້າໃຫ້ໄທ ມາແຕ່ວັນທີ 15 ທັນວາ 2009. ຕາມສັນຍາ ລາວຈະສົ່ງ ກະແສໄຟຟ້າ ຂາຍໃຫ້ໄທ 997 ແມັກກາວັດ ໃນຣາຄາ 1 ບາດ 75 ສະຕາງ ຕໍ່ unit ເປັນລະຍະ ເວລາ 25 ປີ ຕິດຕໍ່ກັນ. ເປັນທີ່ຄາດ ກັນວ່າ ຣັຖບານລາວ ຈະມີຣາຍໄດ້ 2 ພັນລ້ານ ໂດລາ ສະຫະຣັຖ ຕລອດໄລຍະ ສັມປະທານ 25 ປີ ຈາກຄ່າ ສັມປະທານ, ພາສີຕ່າງໆ ຮວມໄປເຖິງ ສ່ວນແບ່ງ ຈາກຣາຍຮັບ ແລະ ຜົນກໍາໄຣ ໃນຖານະ ຜູ້ຮ່ວມລົງທຶນ ໃນໂຄງການ 25 ສ່ວນຮ້ອຍ ຂອງການລົງທຶນ ທັງໝົດ.

ແຕ່ເຖິງແນວໃດ ກໍຕາມ ຍັງມີຂໍ້ສົງສັຍ ຈາກອົງການ ຈັດຕັ້ງສາກົນ ວ່າ  ເຂື່ອນນໍ້າເທີນ 2 ຊຶ່ງເປັນເຂື່ອນ ຜລິດໄຟຟ້າ ທີ່ໃຫຍ່ທີ່ສຸດ ຂອງລາວ ເມື່ອມີການຜລິດ ແລ້ວ ຈະສາມາດ ປ້ອງກັນ ຜົນກະທົບ ດ້ານສິ່ງແວດລ້ອມ ທີ່ອາຈຈະເກີດຂຶ້ນ ຕາມມາ ເຊັ່ນ ການເກີດນໍ້າຖ້ວມ ໃນພື້ນທີ່ ທີ່ຢູ່ໃຕ້ເຂື່ອນນັ້ນ ໄດ້ດີຫລືບໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.