ເຂື່ອນນ້ຳເທີນສອງ ເລື່ອນການສົ່ງໄຟຟ້າໄປໄທ
2009.12.23

ການເລື່ອນກຳນົດ ສົ່ງກະແສໄຟຟ້າຂາຍໃຫ້ໄທ ຍ້ອນວ່າເຄື່ອງຜລິດກະແສໄຟຟ້າ ມີບັນຫາທາງດ້ານເທັກນິກ. ຕາມຄຳເວົ້າຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງ ໂຄງການເຂື່ອນໄຟຟ້ານ້ຳເທີນ 2. ເຈົ້າໜ້າທີ່ທ່ານນີ້ ເວົ້າວ່າ: ທ່ານວ່າ
"ກະຄິດວ່າເຮົາເລື່ອນ ກຳນົດເວລາສົ່ງ ເຮົາໄດ້ຕົກລົງກັບທາງ EGAT ຄິດວ່າສິກາງເດືອນ 3 ມັນຕິດຂັດທາງດ້ານ ການອອກແບບ ການປະກອບເຄື່ອງ ຈາກຫລາຍແຫ່ງກະຍັງ ບໍ່ສົມບູນແບບ ທາງດ້ານເທັກນິກ".
ທ່ານເວົ້າຕື່ມວ່າ ເຂື່ອນນ້ຳເທີນ 2 ມີເຄື່ອງຜລິດ ກະແສໄຟຟ້າທັງໝົດ 4 ເຄື່ອງ. ຕາມການຕົກລົງກັນ ທັງ 4 ເຄື່ອງ ຈະຜລິດກະແສໄຟຟ້າ ຂາຍໃຫ້ການໄຟຟ້າ ຝ່າຍຜລິດແຫ່ງປະເທດໄທ EGAT ເລິ່ມຕັ້ງແຕ່ວັນທີ 15 ທັນວາ 2009 ເປັນຕົ້ນໄປ. ແຕ່ມາຮອດ ປັດຈຸບັນນີ້ ເຄື່ອງບາງເຄື່ອງ ຍັງບໍ່ສາມາດຜລິດ ກະແສໄຟຟ້າໄດ້. ດັ່ງນັ້ນ ຈຶ່ງມີການຂໍເລື່ອນ ກຳນົດການສົ່ງກະແສໄຟຟ້າ ອອກໄປ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງ ການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທ ທ່ານນຶ່ງເວົ້າວ່າ: ທ່ານວ່າ
"ທີ່ຈິງແລ້ວ ທາງເຂື່ອນວ່າຈະຂາຍ ກະແສໄຟຟ້າທີ່ຜລິດ ຈາກທັງ4 ເຄື່ອງໃຫ້ໃນວັນທີ 15 ທັນວາ ແຕ່ມັນມີບັນຫາ ເລື່ອງການກໍ່ສ້າງ, ເຄື່ອງຜລິດກະແສໄຟຟ້າ ບາງເຄື່ອງຈະຖືກ ຕິດຕັ້ງແລ້ວພາຍ ໃນເດືອນທັນວາ ນີ້".
ການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທ ໄດ້ຕົກລົງຮັບຊື້ ກະແສໄຟຟ້າ ຈາກເຂື່ອນນ້ຳເທີນ 2 ໃນຣາຄາ 1.75 ບາດ ຕໍ່ ຢູນິດ ໃນຈຳນວນ 997 MW. ແລະ ໃນຂນະນີ້ການໄຟຟ້າ ຝ່າຍຜລິດແຫ່ງປະເທດໄທ ກຳລັງມີການພິຈາຣະນາ ກ່ຽວກັບຣາຄາຮັບຊື້ ກະແສໄຟຟ້າຈາກລາວໃນຕໍ່ໜ້າ.