ຊາວບ້ານຫາປາໃນອ່າງ ເຂື່ອນນໍ້າເທີນ 2
2010.04.29
ຊາວບ້ານ ທີ່ອາສັຍຢູ່ ໃນເຂດປ່ານາກາຍ ນ້ຳເທີນ ທັງໝົດ 17 ໝູ່ບ້ານ ອ້ອມແອ້ມອ່າງເກັບນ້ຳ ເຂື່ອນນ້ຳເທີນ 2 ໃນແຂວງຄຳມ່ວນ ໄດ້ຈັດຕັ້ງ ສະມາຄົມຊາວ ປະໂມງ ເພື່ອສົ່ງເສີມອາຊີບ ການຫາປາໃຫ້ ເປັນອາຊີບຍືນຍົງ ແລະມີລາຍຮັບ ທີ່ໝັ້ນຄົງ. ເຈົ້າໜ້າທີ່ອຳນາດ ປົກຄອງ ແຂວງຄຳມ່ວນ ເວົ້າກ່ຽວກັບເຣື້ອງນີ້ວ່າ:
"ດຽວນີ້ທາງນ້ຳເທີນ 2 ເຂົາເຈົ້າຈັດສັນ ໃຫ້ເປັນ ກຸ່ມການປະໂມງ ເປັນສະມາຄົມ ຫັ້ນແຫລ໋ະ ການປະໂມງ ຢູ່ໃນເຂດອ່າງ ເຂົາເຈົ້າ ຈະມີລະບົບ ມີແຜນຂອງເຂົາເຈົ້າ ໃນແຕ່ລະມື້".
ທ່ານເວົ້າວ່າ ການຈັດຕັ້ງ ສະມາຄົມຊາວ ປະໂມງ ໄດ້ຮັບການຊ່ວຍເຫລືອ ຈາກບໍຣິສັດ ສັມປະທານ ໂຄງການກໍ່ສ້າງ ເຂື່ອນພະລັງໄຟຟ້າ ນ້ຳເທີນ 2 ເພື່ອສົ່ງເສີມ ວິຊາຊີບ ນອກຈາກການ ຫາປາກໍມີ ການກະເສຕ ການຫັດຖະກັມ ແລະຝີມືແຮງງານ. ອາຊີບການປະໂມງ ເຫັນວ່າກຳລັງ ຂຍາຍໂຕຂື້ນ ແລະໄປໄດ້ດີ ເພາະປາກົດ ມີພໍ່ຄ້າແມ່ຄ້າ ຈາກຕ່າງແຂວງມາ ຮັບຊື້ປາ ຈົນບາງເທື່ອປາ ທີ່ຫາມາໄດ້ ບໍ່ພໍຂາຍ ຊຶ່ງຖືວ່າເປັນ ຜົນດີຕໍ່ລາຍຮັບ ແລະ ອາຊີບຫລັກ ຂອງຊາວບ້ານ. ເຈົ້າໜ້າທີ່ເວົ້າ ກ່ຽວກັບເຣື້ອງນີ້ວ່າ:
"ເຂົາເຈົ້າເຮັດແລ້ວ ແຕ່ດົນແຕ່ປີກາຍ ຜ່ານມາ ປະຊາຊົນ ປະກອບອາຊີບ ດ້ານການປະໂມງ ແຕ່ລະບ້ານມາເຂົ້າ ສະມາຄົມ ແລະການຫາປາ ຢູ່ຫັ້ນ ເຂົາເຈົ້າມີບັນຊີ ລະອຽດ ວ່າມີເຮືອເທົ່າໃດ ເຂົາເຈົ້າມີຜູ້ ຮັບຜິດຊອບສະເພາະ".
ການຫາປາຂອງ ຊາວປະໂມງ ຢູ່ອ້ອມແອ້ມ ອ່າງເກັບຮັກສານ້ຳ ຂອງເຂື່ອນນ້ຳເທີນ 2 ຂື້ນຢູ່ກັບກົດໝາຍ ພື້ນຖານລະບຽບ ຂອງການປະໂມງ ທີ່ລະບຸເຖິງ ກິຈການ ຂອງການຫາປາ ເຊັ່ນການແກ້ໄຂ ການຂັດແຍ່ງ ແລະການ ອະນຸຮັກສັດນ້ຳ ເປັນຕົ້ນ.