ເຂື່ອນນໍ້າງື່ມ 2 ເລີ້ມກັກເກັບນໍ້າໄວ້

ໂຄງກາຣເຂື່ອນໄຟຟ້າ ນໍ້າງື່ມ 2 ກັກເກັບນ້ຳ ໃນຂະນະທີ່ເຂື່ອນ ສ້າງໄປແລ້ວກວ່າ 90%.
ຫວາດ ສີມູນ
2010.03.22

ໂຄງກາຣສ້າງເຂື່ອນ ໄຟຟ້ານ້ຳງື່ມ 2 ທີ່ແຂວງວຽງຈັນ ໃນປັຈຈຸບັນນີ້ ມີຄວາມຄືບໜ້າ ຖືວ່າສ້າງແລ້ວກວ່າ 90% ໂດຽມີກາຣຈັດ ພິທີອັດອຸໂມງ ໃນມື້ວັນທີ່ 18 ມີນາ ນີ້ ເພື່ອເຣີ່ມກັກເກັບນ້ຳໄວ້ ໃນໜ້າເຂື່ອນ ແລະ ຕຣຽມກາຣທົດລອງ ຜລິຕກະແສໄຟຟ້າ ໃນຂັ້ນຕໍ່ໄປ ດັ່ງເຈົ້າ ໜ້າທີ່ຈາກແຜນກ ພລັງງານ ແລະບໍ່ແຮ່ ແຂວງວຽງຈັນ ທ່ານໜຶ່ງໄດ້ກ່າວວ່າ:

“ດຽວນີ້ເຂື່ອນນ້ຳງື່ມ 2 ນີ້ ກໍຖືວ່າໄດ້ ອັດນ້ຳແລ້ວ ອັດນ້ຳຢູ່ໃນ ວັນພຣະຫັດ ທີ່ຜ່ານມາ ຖືວ່າກັກນ້ຳແລ້ວ ຖືວ່າສຳເຣັຈ ຢູ່ໃນຣະດັບ 90 ກວ່າເປີຣ໌ເຊັນ ນີ້ແຫລະ”.

ພ້ອມດຽວກັນນີ້ ທ່ານກໍວ່າ ໃນເມື່ອກັກເກັບນ້ຳ ໄດ້ຣະດັບແລ້ວ ກໍຈະມີກາຣ ທົດລອງແລ່ນເຄື່ອງຈັກ ຕໍ່ໄປ ຊຶ່ງຄາດວ່າຈະມີ ຂຶ້ນພາຍໃນ 5 ເດືອນຂ້າງໜ້ານີ້ ຫລື ປະມານ ເດືອນສິງຫາ ເປັນອັນວ່າ ໂຄງກາຣສ້າງເຂື່ອນ ໄຟຟ້ານ້ຳງື່ມ 2 ດັ່ງກ່າວ ຖືກສ້າງສຳເຣັຈ ແລະເຣີ່ມແຈກຈ່າຍ ກະແສໄຟຟ້າ ໄດ້ຢ່າງເປັນທາງກາຣ ພາຍໃນ ເດືອນທັນວາ 2010 ນີ້ ດັ່ງທີ່ທ່ານໃຫ້ຣາຍ ລະອຽດເພີ່ມອີກວ່າ:

“ພວກເຮົາຈະກັກເກັບ ແຕ່ວ່າປະຣິມາຣນ້ຳ ມັນຈະບໍ່ຫລາຍ ປານໃດເນາະ ເພາະວ່າພວກເຮົາ ຈະກັກເກັບໃນຊ່ວງນີ້ ຫລັງຈາກ ປີໃໝ່ລາວ ຫລັງຈາກສົງກາຣ ມັນຈະເຣີ່ມ ຣະດູຝົນ ຣະດູຝົນ ປະຣິມາຣນ້ຳ ມັນກໍຈະເພີ່ມ ຫລາຍຂຶ້ນ”.

ຢ່າງໃດກໍຕາມ ໂຄງກາຣສ້າງເຂື່ອນ ນ້ຳງື່ມ 2 ດັ່ງກ່າວ ໄດ້ເຣີ່ມຂຶ້ນແຕ່ປີ 2006 ເປັນຕົ້ນມາໂດຽມີ ຣັຖວິສາຫະກິຈ ໄຟຟ້າລາວ ແລະບໍຣິສັທ Southeast Asia and Energy Lt., ໂດຽມີບໍຣິສັທ ຊ. ກາຣຊ່າງຈຳກັດ ມະຫາຊົນ ເປັນຜູ້ຖືຫຸ້ນ ຣາຍໃຫຍ່ ຊຶ່ງໂຄງກາຣດັ່ງ ກ່າວຈະສາມາດ ຜລິຕກະແສໄຟຟ້າໄດ້ 615 ເມກະວັຕ ແລະໃນເມື່ອສ້າງ ສຳເຣັຈ ກໍຈະສາມາດ ຜລີຕກະແສໄຟຟ້າໄດ້ 2,218 ກິກາວັຕ ຕໍ່ຊົ່ວໂມງ ເພື່ອສົ່ງຂາຍໃຫ້ແກ່ ກາຣໄຟຟ້າຝ່າຍຜລິຕ ແຫ່ງປະເທສໄທຽ ຫລື Egat.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.