ເຂື່ອນສ້າງແລ້ວ ການຊ່ວຍເຫລືອຊາວບ້ານ ດໍາເນີນຕໍ່

ໂຄງການຊ່ວຍເຫລືອ ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຈາກການສ້າງ ເຂື່ອນນໍ້າເທີນສອງ ຕ້ອງດໍາເນີນ ສືບຕໍ່ໄປ ເຖິງວ່າການ ສ້າງເຂື່ອນ ຈະສໍາເຣັດ ແລ້ວກໍຕາມ.
ຫວາດ ສີມູນ
2010.02.22
F-namtheun-kids ບ້ານເຮືອນ ທີ່ກໍາສ້າງໃຫ້ ຊາວບ້ານຜູ້ຕ້ອງ ໄດ້ໂຍກຍ້າຍ ອອກຈາກເຂດ ກໍ່ສ້າງເຂື່ອນ ນໍ້າເທີນສອງ ໃນປີ2007.ມາຮອດເວລານີ້ ການຊ່ວຍເຫລືອ ຊາວບ້ານກໍຍັງຕ້ອງ ດໍາເນີນຕໍ່ໄປ
AFP

ນັ້ນແມ່ນ ຄຳສເນີຂອງ ນັກຊ່ຽວຊານ ຕ່າງປະເທດ ທີ່ປະຊຸມ ຮ່ວມກັບ ເຈົ້າໜ້າທີ່ ຣັຖບານລາວ ບໍຣິສັດ ໄຟຟ້າ ນ້ຳເທີນສອງ ແລະ ຜູ້ຮ່ວມລົງທຶນ ເມື່ອສັປດາ ທີ່ຜ່ານມາ ນັກຊ່ຽວຊານ ຮຽກຮ້ອງ ໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ຕ້ອງປະຕິບັດ ຕາມສັນຍາ ເປັນຕົ້ນໃຫ້ ປົກປັກຮັກສາ ສະພາບແວດລ້ອມ ແລະ ສັງຄົມ ໄວ້ເປັນຢ່າງດີ ນັບແຕ່ປີນີ້ ເປັນຕົ້ນໄປ ເປັນເວລາ 25 ປີ.

ທ່ານ ສີຈັນ ບຸດສະກິຕິຣາຊ ຮອງຫົວໜ້າກົມ ສົ່ງເສີມ ແລະ ພັທນາໄຟຟ້າ ກະຊວງ ພະລັງງານ ແລະ ບໍ່ແຮ່ ຂອງລາວ ກ່າວວ່າ ຣັຖບານລາວ ແລະ ບໍຣິສັດ ໄຟຟ້າ ນ້ຳເທີນສອງ ຍິນດີ ຮັບປະຕິບັດ ຕາມຄຳສເນີ ດັ່ງກ່າວ ເພື່ອຮັກສາ ສະພາບແວດລ້ອມ ແລະ ປັບປຸງຊີວິດ ການເປັນຢູ່ ຂອງປະຊາຊົນ ໃຫ້ດີຂື້ນ.

ໃນຂນະດຽວກັນ ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍອອກຖແລງການ ແຈ້ງວ່າ ອຳນາດການ ປົກຄອງທ້ອງຖິ່ນ ຂອງແຂວງ ຄຳມ່ວນ ແລະ ບໍຣິຄຳໄຊ ຈະຄ່ອຍຮັບເອົາ ຄວາມຮັບຜິດຊອບ ໃນການ ປະຕິບັດ ຕາມໂຄງການ ການສ້າງໂຄງຮ່າງ ພື້ນຖານ ໃນເຂດ ທົ່ງພຽງນາກາຍ ຊຶ່ງເປັນເຂດ ທີ່ໄດ້ຮັບຜົນ ກະທົບຈາກການ ສ້າງເຂື່ອນ ນ້ຳເທີນສອງ.

ຕາມສັນຍາ ທີ່ເຊັນໄວ້ ໂຄງການດ່ັງກ່າວ ຈະໄດ້ຮັບ ເງິນທຶນເຖິງ 67 ລ້ານດອນລ່າ ສະຫະຣັຖ ເພື່ອສ້າງ ຖນົນຫົນທາງ ໂຮງຮຽນ ແລະ ໂຮງໝໍ ເພື່ອປັບປຸງ ຊີວິດ ການເປັນຢູ່ຂອງ ປະຊາຊົນ ທ້ອງຖິ່ນ ໃຫ້ດີຂື້ນ.

ນັກຊ່ຽວຊານ ຕ່າງປະເທດ ສາມຄົນຄື ທ່ານ Lee Talbot, ທ່ານ Thayer Seudder ແລະທ່ານ David McDowell ໄປຢ້ຽມຢາມ ບໍຣິເວນ ເຂື່ອນນ້ຳເທີນສອງ ນັບແຕ່ ວັນທີ່ 1 ຈົນເຖິງວັນທີ່ 17 ເດືອນກຸມພາ ນີ້ ເພື່ອສຶກສາ ສຳຣວດເບິ່ງ ສະພາບແວດລ້ອມ ແລະ ສະພາບ ການເປັນຢູ່ ຂອງປະຊາຊົນ ຜູ້ໄດ້ຮັບເຄາະຮ້າຍ ຈາກ ການສ້າງເຂື່ອນ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.