ຄອງລະບາຍນໍ້າຈາກ ເຂື່ອນນໍ້າມັງ 3 ຕັນ ນໍ້າລົ້ນສູ່ໄຮ່ນາ

ຄອງລະບາຍ ນໍ້າຈາກເຂື່ອນ ນໍ້າມັງ 3 ໄດ້ຮັບ ຄວາມເສັຍຫາຍ ຍ້ອນຝົນຕົກ ໜັກ ວ່າງມໍ່ໆ ຜ່ານມາ.
ໂພໄຊສວັດ
2010.09.06

ຝົນຕົກໜັກ ຍ້ອນພາຍຸ ມິນດູເລ ວ່າງທ້າຍເດືອນ ສິງຫາ 2010 ຜ່ານມາ ເຮັດໃຫ້ດິນເຈື່ອນ ລົງໃສ່ຄອງ ລະບາຍນ້ຳ ໃນເຂື່ອນນ້ຳມັງ 3 ແຂວງວຽງຈັນ ຈົນເກີດຄວາມ ເສັຍຫາຍ ເພາະນ້ຳໄຫລ ຖ້ວມໄຮ່ນາ ຮົ້ວສວນ ຂອງຊາວບ້ານ ໃນຂົງເຂດນັ້ນ. ເຖິງຢ່າງໃດ ກໍຕາມ ເຈົ້າໜ້າທີ່ ຈາກໂຄງການ ເຂື່ອນນ້ຳມັງ 3 ຢັ້ງຢືນວ່າ ເຂື່ອນປອດພັຍ ບໍ່ມີການ ເພພັງ ແລະບໍ່ໃຫ້ ຊາວບ້ານຢ້ານກົວ ເຈົ້າໜ້າທີ່ວ່າ:

"ພາຍຸເຂົ້າມາ ໃນວັນທີ 24 ສິງຫາ ເຮັດໃຫ້ຄູ ທີ່ຢູ່ຂອບອ່າງ ໂຕສົ່ງນ້ຳ ໂຕນັ້ນ ເຈື່ອນລົງມາ ຖົມຄອງສົ່ງນ້ຳ ນ້ຳບໍ່ມີບ່ອນໄປ ມັນກໍໄຫລອອກ ທາງຂ້າງລັດໄປ ຖ້ວມໄຮ່ຖ້ວມນາ ແລະກໍຖ້ວມ ຖນົນຫົນທາງ".

ຍ້ອນຝົນຕົກໜັກ ພ້ອມກັບມີ ພະຍຸ ມິນດູເລ ເຮັດໃຫ້ ປະຣິມານ ນ້ຳຝົນ ມີສູງເຖິງ 232 ມິນລີລິດ ໃນເຂດພູ ເຂົາຄວາຍ ຈົນເຮັດໃຫ້ ດິນເຈື່ອນ ພັດເອົາດິນ, ຫີນ, ແລະຊາກໄມ້ລົງມາ ອັດຕັນ ຄອງລະບາຍ ນ້ຳສົ້ນເຂື່ອນ ນ້ຳມັງ 3 ເປັນລະຍະຍາວ ເຮັດໃຫ້ນ້ຳ ໃນເຂື່ອນໄຫລ ບໍ່ທັນ ເຟືອດອອກທາງຂ້າງ ໄຫລຖ້ວມ ຫລາຍໝູ່ບ້ານ ໃນເຂດເມືອງ ທຸຣະຄົມ ແຂວງວຽງຈັນ ຢູ່ລະຍະນຶ່ງ ເມື່ອທ້າຍເດືອນກ່ອນ ສ້າງຄວາມເສັຍຫາຍ ແລະ ຄວາມລຳບາກ  ໃຫ້ແກ່ ປະຊາຊົນ ທີ່ອາສັຍ ຢູ່ລຸ່ມເຂື່ອນ ຢ່າງຫລວງຫລາຍ.

ເຖິງຢ່າງໃດ ກໍຕາມ ພາກສ່ວນກ່ຽວຂ້ອງ ກໍໄດ້ເລັ່ງ ແກ້ໄຂ ໂດຍການນຳ ເອົາສິ່ງກີດຂວາງ ອອກຈາກຄອງ ລະບາຍນ້ຳ ເພື່ອໃຫ້ນ້ຳ ຈາກເຂື່ອນໄຫລ ເຂົ້າສູ່ຄອງ ແລະໄຫລສູ່ ລະບົບ ຊົລປະທານ ຕາມປົກກະຕິ. ປັດຈຸບັນນີ້ ເຂື່ອນ ຍັງສາມາດ ຮອງຮັບນ້ຳ ແລະ ຜລິດກະແສ ໄຟຟ້າໄດ້ ຕາມປົກກະຕິ ແລະບໍ່ມີການ ເສັຍຫາຍເພພັງ ແຕ່ຢ່າງໃດເລີຍ.

ໃນເວລານີ້ ສປປລາວ ມີເຂື່ອນຜລິດ ໄຟຟ້າ ຫລາຍໆບ່ອນທົ່ວ ປະເທດ ພ້ອມທັງການ ປ່ຽນແປງຂອງ ພູມີອາກາດ ເຮັດໃຫ້ເກີດພາຍຸ ຝົນຕົກໜັກ ແລະປະຣິມານ ປ່າໄມ້ ທີ່ຫລຸດລົງ ເຮັດໃຫ້ເກີດ ບັນຫານໍ້າຖ້ວມ ກະທັນຫັນ ແລະ ໃນຫລາຍໆພື້ນທີ່ ກ່ຽວກັບບັນຫາດັ່ງກ່າວ ພາກສ່ວນກ່ຽວຂ້ອງ ຄວນເລັ່ງສຶກສາ ຫາທາງແກ້ໄຂ ໃຫ້ບັນຫາ ດັ່ງກ່າວ ຫລຸດໜ້ອຍລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.