ປະຊາກອນກັງວົນ ໃນການສ້າງເຂື່ອນ
2010.04.15
ປະຊາຊົນ ຈາກໝູ່ບ້ານ ຕາມແຄມແມ່ນ້ຳ ເຊນ້ອຍ ແຂວງຈຳປາສັກ ເປັນຫ່ວງ ແລະຢ້ານວ່າ ໂຄງກາຣສ້າງເຂື່ອນ ໄຟຟ້ານ້ຳຕົກ ເຊກະຕາມ ຍິ່ງຈະສ້າງບັນຫາ ເຮັດໃຫ້ ປະຣິມານນ້ຳ ໃນເຊນ້ຳນ້ອຍ ບົກແຫ້ງລົງຕື່ມ ທີ່ຈະເພີ່ມຄວາມ ເດືອດຮ້ອນ ໃນກາຣດຳຣົງຊີວີຕ ຂອງປະຊາຊົນ ຫລາຍກວ່າເກົ່າ ດັ່ງທ່ານໄພສອນ ຊາວບ້ານເຊນ້ຳ ນ້ອຍ ໄດ້ເວົ້າວ່າ:
“ເພີ່ນຈະສ້າງເຂື່ອນ ໄຟຟ້າ ຢູ່ເຊກະຕາມ ຢາກເອົານ້ຳໄປ ປ່ອຍທາງ ເຊປ່ຽນເນາະ ໃນເມື່ອເປັນຄື ຈັ່ງຊັ້ນເນາະ ປະຣິມານນ້ຳ ຂອງເຊນ້ຳນ້ອຍ ກໍຈະສິນ້ອຍລົງ ປັຈຈຸບັນນີ້ ວ່າເບີ່ງເຫັນວ່າ ນ້ຳເຊນ້ຳນ້ອຍ ຂອງເຮົາ ບົກແຫ້ງຢູ່ແລ້ວ”.
ທ່ານໄພສອນ ໃຫ້ກາຣອະທິບາຍ ເພີ່ມວ່າ ເຊນ້ຳນ້ອຍ ເປັນສາຂາ ຂນາດນ້ອຍ ແລະປັຈຈຸບັນ ກໍມີສະພາບ ທີ່ປະຣິມານ ນ້ຳຫລຸດນ້ອຍລົງ ຕລອດມາ ແລະໃນເມື່ອຫາກ ມີກາຣສ້າງເຂື່ອນ ເຊກະຕາມ ສຳເຣັຈ ຕາມໂຄງກາຣ ທີ່ທາງຣັຖບາລ ໄດ້ວາງໄວ້ນັ້ນ ກໍຈະເຮັດໃຫ້ ປະຣິມານນ້ຳ ໃນລຳເຊນ້ຳນ້ອຍ ບົກແຫ້ງລົງຢ່າງ ບໍ່ຕ້ອງສົງສັຍ ແລະເຮັດໃຫ້ ປະຊາຊົນ ທີ່ອາສັຍໃນເຂຕ ແຄມແມ່ນ້ຳນ້ອຍ ດັ່ງກ່າວ ບໍ່ສາມາດ ຫາຢູ່ຫາກິນ ໄດ້ຕາມປົກກະຕິ.
ຢ່າງໃດກໍຕາມ ໂຄງກາຣສ້າງເຂື່ອນ ເຊກະຕາມ ດັ່ງກ່າວນີ້ ທາງຣັຖບາລ ໄດ້ໃຫ້ ສັມປະທານ ແກ່ບໍຣິສັທ ຄັນໄຊ ຈາກປະເທສຍີ່ປຸ່ນ ແຕ່ເດືອນທັນວາ 2007 ຜ່ານມາ ໃນມູລຄ່າກາຣ ກໍ່ສ້າງປະມານ 120 ລ້ານດອລລາຣ໌ ສະຫະຣັຖ ທີ່ວ່າ ຈະສາມາດຜລິຕ ກະແສໄຟຟ້າໄດ້ 61 ເມກະວັຕ ສຳຫລັບໄວ້ໃຊ້ ພາຍໃນປະເທສ ແລະ ມີກຳໜົດສ້າງ ແລ້ວສຳເຣັຈພາຍ ໃນປີ 2012 ນີ້.