ສປປລາວຈະສ້າງເຂື່ອນ ຕື່ມອີກ 14 ແຫ່ງ
2009.12.09
ໃນຣະຫວ່າງປີ 2015–2020 ສປປລາວ ມີໂຄງກາຣຈະໃຫ້ສາມາດ ຜລິຕກະແສໄຟຟ້າ ໃຫ້ໄດ້ເຖິງ 12,000 ເມກາວັຕ ເພື່ອສົ່ງຂາຍໃຫ້ໄທຽ ແລະວຽຕນາມ ທີ່ມີຄວາມຕ້ອງກາຣ ຫລາຍເພີ່ມຂຶ້ນເລື້ອຽໆ. -ອີງຕາມກາຣຣາຍງານ ຂອງໜັງສືພີມຜູ້ຈັດກາຣ ຣາຍວັນໄທຽ ໂດຽກາຣອ້າງອີງຈາກ ຂ່າວສາຣປະເທສລາວ ໃນມື້ວັນທີ່ 8 ທັນວານີ້.
ທາງໜັງສືພິມດັ່ງກ່າວ ໄດ້ແຈ້ງວ່າ: ໂຄງກາຣສ້າງເຂື່ອນ ຢູ່ເມືອງລາວທີ່ ກຳລັງມີກາຣກໍ່ສ້າງ ໃນປັຈຈຸບັນນີ້ນັ້ນມີ 9 ແຫ່ງດ້ວຍກັນ ແລະຍັງມີອີກ ບໍ່ຕໍ່າກວ່າ 14 ແຫ່ງທີ່ວ່າກຳລັງ ຈະລົງມືສ້າງໃນໄວໆນີ້.
ພ້ອມດຽວກັນນີ້ ກົມສົ່ງເສີມແລະພັທນນາ ດ້ານພລັງງານ ກໍມີຣາຍງານວ່າ ທາງຣັຖບາລ ສປປລາວ ໄດ້ລົງນາມໃນ ກາຣຮ່ວມມືກັນ ຣະຫວ່າງນັກລົງທຶນ ທ້ອງຖິ່ນ ແລະຈາກຕ່າງປະເທສ ເພື່ອດຳເນີນກາຣສຶກສາ ເບິ່ງຄວາມເປັນໄປໄດ້ ໃນກາຣສ້າງເຂື່ອນ ໄຟຟ້າທົ່ວປະເທສ ບໍ່ຕໍ່າກວ່າ70ແຫ່ງ ແລະທາງກາຣລາວ ກໍອະນຸຍາຕ ໃຫ້ມີກາຣສ້າງອີກ10 ແຫ່ງເຊັ່ນເຂື່ອນເທີນ-ຫິນບູນ (ສ່ວນຂຍາຍ) ຊຶ່ງເປັນເຂື່ອນຂນາດ 220ເມກາວັຕ ແລະເຂື່ອນຫ້ວຍເຮາະຂນາດ 150ເມກາວັຕ ໃນພາຄໃຕ້ຂອງ ປະເທສ.
ນອກຈາກນັ້ນໜັງສືພິມ ກໍຣາຍງານວ່າ ຣັຖບາລລາວຍັງໄດ້ ລົງນາມໃນບັນທຶກ ຄວາມເຂົ້າໃຈຫລື MOU ທີ່ວ່າຈະຂາຍ ກະແສໄຟຟ້າໃຫ້ແກ່ ປະເທສໃກ້ຄຽງ ທັງໝົດ 12,000 ເມກາວັຕ ຊຶ່ງກໍຮວມທັງ 7,000 ເມກາວັຕ ໃຫ້ແກ່ປະເທສໄທຽ ແລະອີກ 5,000 ເມກາວັຕໃຫ້ແກ່ວຽຕນາມ ແລະວ່າໃນອະນາຄົຕ ທາງກາຣສປປລາວ ຍັງຈະໃຫ້ສາມາດ ສົ່ງໄຟຟ້າຂາຍໃຫ້ແກ່ ກັມພູຊາ ແລະ ສປຈີນ ນຳດ້ວຍ.