ນັກເຄື່ອນໄຫວຮຽກຮ້ອງ ໃຫ້ເຂື່ອນນໍ້າເທີນ 2 ຢຸດການຜລິດ

ກຸ່ມນັກເຄື່ອນໄຫວ ຮຽກຮ້ອງໃຫ້ເຂື່ອນ ຜລິດໄຟຟ້າ ນໍ້າເທີນສອງ ໃນລາວ ໂຈະການຜລິດ ຊົ່ວຄາວ.
ສິດນີ
2010.03.24

ໃນມື້ວັນອັງຄານ ກຸ່ມນັກເຄື່ອນໄຫວ ໄດ້ພາກັນຮຽກຮ້ອງ ໃຫ້ເຂື່ອນໄຟຟ້າ ອັນດັບໃຫຍ່ ຂອງລາວ ທີ່ເລີ້ມສົ່ງໄຟຟ້າ ໄປຂາຍໃຫ້ໄທ ໃນອາທີດກ່ອນນັ້ນ ຈົ່ງໂຈະການ ຜລິດ ຊົ່ວຄາວຈົນກວ່າ ເຂື່ອນດັ່ງກ່າວ ຈະປະຕິບັດຕາມ ສັນຍາ ຄວາມຮັບຜິດຊອບ ຂອງຕົນທີ່ມີ ຕໍ່ປະຊາຊົນ ທ້ອງຖີ່ນ.

ອົງການສີ້ີ່ງຊອມ ເຄືອຂ່າຍແມ່ນ້ຳ ສາກົນ ທີ່ມີສູນກາງຢູ່ ສະຫະຣັຖ ປະນາມ ບໍຣິສັດໄຟຟ້າ ນ້ຳເທີນສອງວ່າ ບໍ່ປະຕິບັດ ຕາມສັນຍາແລະ ຮຽກຮ້ອງວ່າ ບໍຣິສັດດັ່ງກ່າວ ບໍ່ຄວນຜລິດໄຟຟ້າ ຈາກເຂື່ອນໄຟຟ້າ ນ້ຳເທີນສອງ ອອກໄປຂາຍກ່ອນ ການຈ່າຍຄ່າຊົດເຊີຍ ແກ່ຊາວບ້ານ ຜູ້ທີ່ໄດ້ຮັບ ຜົລກະທົບ ຈະສຳເຣັດ. ກຸ່ມດັ່ງກ່າວ ບອກວ່າ ປະຊາຊົນ ຜູ້ທີ່ຖືກໂຍກຍ້າຍ ທາງອົງການຕ້ອງໄດ້ ຣະບາຍນ້ຳ ເຂົ້າໃສ່ໄຮ່ນາ ຮົ້ວສວນເຂົາກ່ອນ ແລະ ໃນເວລາດຽວກັນ ປະຊາຊົນ ຜູ້ທີ່ອາສັຍ ຢູ່ໃຕ້ນ້ຳ ຕ້ອງໄດ້ ຮັບຄ່າຊົດເຊີຍ ຈາກນ້ຳຖ້ວມໄຮ່ນາ ຂອງ ພວກຂະເຈົ້າກ່ອນ.

ທ່ານ Ikuko Matsumoto ຫົວຫນ້າ ອົງການດັ່ງກ່າວ ປະຈຳລາວ ກ່າວໃນ ຖແລງການວ່າ ບໍຣິສັດໄຟຟ້າ ນ້ຳເທີນສອງ ດຳເນີນການຜລິດ ໄຟຟ້າ ແບບຜິດ ກົດຫມາຍ ໃນເວລານີ້ ແລະວ່າ ກິຈການດັ່ງກ່າວ ຕ້ອງຖືກໂຈະໄວ້ ຈົນກວ່າ ບໍຣິສັດ ນ້ຳເທີນສອງ ປະຕິບັດຕາມ ກົດຣະບຽບ ທາງດ້ານກົດຫມາຍ ທີ່ໄດ້ຕົກລົງ ກັນໄວ້.

ທະນາຄານໂລກ ຊື່ງເປັນຜູ້ເບີ່ງແຍງ ແລະ ໃຫ້ຄຳແນະນຳ ໃນໂຄງການ ດັ່ງກ່າວ ປະຕິເສດ ການກ່າວຫາຂອງ ກຸ່ມນັກເຄື່ອນໄຫວ ແລະວ່າ ທາງບໍຣິສັດ ກໍ່ໄດ້ເຮັດ ຫລາຍສີ່ງຫລາຍຢ່າງ ໃນການຊ່ວຍເຫລືອ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບນັ້ນແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.