ໂຄງການສ້າງເຂື່ອນທ້າທາຍ ກັມມາທິການແມ່ນໍ້າຂອງ
2010.09.24
ກົດຟັງສຽງ
ແຜນການຂອງລາວ ທີ່ຈະສ້າງ ເຂື່ອນຜລິດ ກະແສໄຟຟ້າ ໃສ່ແມ່ນໍ້າຂອງ ທ້າທາຍ ຕໍ່ປະສິທທິພາບ ຂອງກັມມາທິການ ແມ່ນໍ້າຂອງ MRC ຊື່ງຕັ້ງຂື້ນມາ ເພື່ຶອຮັບ
ປະກັນ ຜົນປໂຍດຈາກການ ພັທນາ ແມ່ນໍ້າຂອງ ທີ່ໄຫລຜ່ານ ຫ້າປະເທດ: ນັ້ນຄືຄໍາຖແລງ ຂອງອົງການ ອານຸຮັກ ສັດປ່າໂລກ ໃນວັນສຸກນີ້.
ເມື່ອວັນພຸດ ຜ່ານມານີ້ ຣັຖບານລາວ ໄດ້ແຈ້ງຂໍ້ ສະເໜີຂອງລາວ ໃຫ້ MRC ຮູ້ກ່ຽວກັບ ວ່າຈະສ້າງເຂື່ອນ ຜລິດກະແສ ໄຟຟ້າໃສ່ ແມ່ນໍ້າຂອງ ໃນເຂດແຂວງ ໄຊຍະບຸຣີ. ເລຂາທິການ MRC ໄດ້ເຕືອນວ່າ ດ້ວຍເທັກໂນໂລຈີ ທີ່ໃຊ້ໃນ ປັດຈຸບັນນີ້ ມັນຈະເປັນໄປ ບໍ່ໄດ້ ທີ່ຈະສ້າງເຂື່ອນ ໃສ່ແມ່ນໍ້າຂອງ ຕອນລຸ່ມ ໂດຍທີ່ບໍ່ ຢັບຢັ້ງ ການຂື້ນລົງຂອງປາ ຢູ່ໃນແມ່ນໍ້ານີ້. ກັມມາທິການ ແມ່ນໍ້າຂອງ MRC ປະກອບດ້ວຍ ສະມາຊິກ ຈາກ 5 ປະເທດ ລຸ່ມແມ່ນໍ້າຂອງ ແຕ່ບໍ່ມີຈີນ ຮັບຜິດຊອບ ການກວດກາ ໂຄງການເພື່ອ ຢາກຮູ້ວ່າ ມັນອາດມີຜົນ ສະທ້ອນ ໃນທາງລົບຕໍ່ ປະເທດ ສະມາຊິກ ອື່ນໆຫລືບໍ່.
ທ່ານ Marc Goichot ຈາກອົງການ ອານຸຮັກສັດປ່າ wwf ກ່າວວ່າ ເຂື່ອນນີ້ເປັນສິ່ງ ທີ່ທ້າທາຍ ໃຫ່ຽທີ່ສຸດ ຕັ້ງແຕ່ MRC ຖືກສ້າງຕັ້ງ ຂື້ນມາ. ມັນເປັນການ ທົດສອບ ຄັ້ງສໍາຄັນ ເຖິງຄວາມເປັນ ປໂຍດ ແລະການເຊື່ອຖື ຂອງ MRC ທ່ານວ່າດັ່ງນັ້ນ. ອົງການ WWF ສາກົນ ໄດ້ເຕືອນວ່າ ເຂື່ອນຜລິດ ກະແສໄຟຟ້າ ໄຊຍະບູຣີ ຈະຕັນ ສານຕະກອນ sediment ແລະ ສານອາຫານ ໃນດິນທີ່ ໄຫລລົງໄປ ຍັງເຂດສາມຫລ່ຽມ ແມ່ນໍ້າຂອງ ໃນວຽດນາມ ແລະປ່ຽນແປງ ທີ່ຢູ່ອາໄສ ຂອງພືດພັນ ສັດ ແລະ ຄົນ ໃນລາວ ແລະກໍາພູຊາ ທັງມີ ສັກກະຍາພາບ ສູງໃນການ ທໍາລາຍການປະໂມງ ແລະເຮັດໃຫ້ປາບືກ ທີ່ຫາຍາກສູນພັນ. ເຂື່ອນຜລິດ ກະແສໄຟຟ້າ ໄຊຍະບຸຣີ ເປັນເຂື່ອນທໍາອິດ ໃນຈໍານວນ 11 ເຂື່ອນທີ່ຖືກ ສະເໜີສ້າງ ໃສ່ແມ່ນໍ້າຂອງ ແລະ ກວດກາໂດຍ MRC.