ຊາວບ້ານຖືກຍ້າຍໄປ ບ່ອນດິນປູກເຂົ້າບໍ່ໄດ້

ພື້ນທີ່ດິນ ທີ່ໂຄງການ ເຂື່ອນນໍ້າເທີນ ຈັດສັນໃຫ້ ປະຊາຊົນ ໂຍກຍ້າຍ ໄປຢູ່ນັ້ນ ເປັນດິນທີ່ ບໍ່ເໝາະສົມ ສໍາລັບ ປູກເຂົ້າ.
ສົມເນ
2010.07.26

ຊາວບ້ານທີ່ ໄດ້ຣັບຜົນ ກະທົບຈາກ ເຂື່ອນໄຟຟ້າ ນໍ້າເທີນ-2 ເວົ້າວ່າ ດີນທີ່ໃຊ້ ປູກຝັງ ທີ່ທາງໂຄງການ ອະນຸມັດ ໃຫ້ເພື່ອ ເປັນຄ່າ ຊົດເຊັຽນັ້ນ ປູກເຂົ້າ ບໍ່ໄດ້ ຜົນດີ ຄືກັນກັບ ດິນນາ ບ່ອນເກົ່າ ຍ້ອນວ່າ ດີນປູກຝັງ ຕອນໃໝ່ນີ້ ມີຂນາດ ນ້ອຍຫລາຍ ແລະ ຂາດແຄນນໍ້າ ສໍາລັບ ການປູກເຂົ້າ ກໍເລີຽຫັນ ໄປປູກພືດ ແນວໃໝ່ ຈື່ງຢາກ ຮຽກຮ້ອງ ໃຫ້ພາກສ່ວນ ກ່ຽວຂ້ອງ ມາແກ້ໄຂ ດັ່ງຊາວບ້ານ ຈາກສູນ ນາກາຍ ເວົ້າວ່າ:

"ຄັນປູກເຂົ້າ ກໍປູກ ພໍໄດ້ ແຕ່ປີຕໍ່ໆໄປ ກະສີ່ ບໍ່ງາມເນາະ ຄັນວ່າມີ ປູ໊ຍໃສ່ ບາງເທື່ອ ກະສີ່ໄດ້ຢູ່ ຫາກແຕ່ວ່າ ຫຍ້າມັນ ສີ່ຫລາຍກ່ວາ ເກົ່າໃດ ບັດນີ້ມັນ ຫລາຍປີແລ້ວ ເຮົາບໍ່ໄດ້ຈູດ ມັນເປັນ ເລົ່າອ່ອນ ບໍ່ໄດ້ຈູດ ມັນກໍປົ່ງ ຂື້ນຫລາຍ".

ທ່ານວ່າ ມີປະມານ 4-5 ໝູ່ບ້ານ ເປັນຕົ້ນ ບ້ານສົບມ້າງ ສົບເຄັ້ຽ ນາກາຍໃຕ້ ເມືອງນາກາຍ ແຂວງຄໍາມ່ວນ ເຫັນວ່າ ດິນນາ ທີ່ອະນຸມັດ ໃຫ້ແຕ່ ລະຄົວນັ້ນ ມີແຕ່ 0.6 ເຮັກຕາ ເທົ່ານັ້ນ ບໍພຽງພໍ ທີ່ຈະຜລິດ ເຂົ້າໄດ້ຫລາຍ ຄືແຕ່ກ່ອນ. ຂັ້ນຕອນ ໃນການປູກຝັງ ກໍປ່ຽນແປງ ຈາກເດີມ ເຮັດໃຫ້ ມີບັນຫາ ໃນການປູກ. ຕໍ່ບັນຫາ ທັງໝົດນີ້ ເຂົາເຈົ້າວ່າ ບໍ່ຮູ້ວ່າ ຈະແກ້ໄຂ ແນວໃດ. ສໍາລັບ ການຫັນໄປ ປູກພືດອື່ນ ທົດແທນນັ້ນ ທ່ານວ່າ ກໍຍັງ ບໍ່ແນ່ໃຈ ວ່າຈະມີ ຜົນຜລິດດີ ຫລາຍປານໃດ ເພາະວ່າ ຂາດນໍ້າ:

"ໄດ້ປ່ຽນແປງ ແນວປູກ ຄືວ່າ ໝາກໄມ້ກິນ ໝາກມີ້ ໝາກມ່ວງ ໝາກລໍາໃຍ. ສົມມຸດວ່າ ເພິ່ນເຮັດນໍ້າ ຊົລປະທານ ໃຫ້ກະສີ່ ໄດ້ຫົດ ໄດ້ຫຍັງ ມັນຫັ້ນແຫລະ ຄັນວ່າເຮັດ ນາແຊງ ກ່າເຮັດບໍ່ໄດ້ ຍ້ອນວ່າ ໃຊ້ນໍ້າຫລາຍ".

ຊາວບ້ານ ເວົ້າວ່າ ນໍ້າຊົລປະທານ ມີຄວາມ ຈໍາເປັນຫລາຍ ໃນການ ປູກຝັງ. ນອກນັ້ນ ກໍແມ່ນຢາກ ໃຫ້ພາກສ່ວນ ກ່ຽວຂ້ອງ ແນະນໍາ ວິທີໃໝ່ ໃນການປູກເຂົ້າ ຈື່ງຈະເຮັດ ໃຫ້ພວກຕົນ ຜລິດເຂົ້າ ໃຫ້ກຸ້ມກິນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.