ສ້າງເຂື່ອນດອນສະໂຮງ ຊາວບ້ານບໍ່ເຫັນດີ

ຊາວເມືອງໂຂງ ບໍ່ເຫັນພ້ອມ ນໍາໂຄງກາຣ ທີ່ຈະສ້າງເຂື່ອນ ດອນສະໂຮງ.
ຫວາດ ສີມູນ
2010.09.08

ປະຊາຊົນ ຊາວເມືອງໂຂງ  ແຂວງ ຈຳປາສັກ ໄດ້ຮັບຮູ້ ແລະ ບໍ່ເຫັນພ້ອມ ນຳໂຄງກາຣ ຂອງ ຣັຖບາລລາວ ທີ່ຈະສ້າງ ເຂື່ອນຜລິຕ ກະແສໄຟຟ້າ ໃນເຂຕ ບໍຣິເວນ ດອນສະໂຮງ ແລະດອນສະຄຳ ແຕ່ຢ່າງໃດ ດັ່ງທ່ານ ຄຳລີ ແສງຣາດສະພັນ ຣາສດອນ ທ້ອງຖິ່ນ ໄດ້ກ່າວວ່າ:

“ປະຊາຊົນ ຮັບຮູ້ແລ້ວ ມີແຕ່ຫາງສຽງ ປະຊາຊົນ ຢາກຈະມີ ກາຣຕໍ່ຕ້ານ ບໍ່ຢາກໃຫ້ສ້າງ ເພາະວ່າຈະ ທຳລາຍ ສິ່ງແວດລ້ອມ ເພາະວ່າ ພວກຊາວຫາປາ ຂອງພວກເຮົາ ຖ້າໄປຕັນຕົວນີ້ ນ້ຳຈະບໍ່ມີ ນ້ຳຕົກຕາດ ເພາະວ່າໄປ ຕັນຕົວນີ້ ເຮົາກໍບໍ່ສາມາດ ຫາປາໄດ້”.

ພ້ອມດຽວກັນນີ້ ທ່ານຄຳລີ ກໍວ່າ ປະຊາຊົນ ໃນເຂຕດອນເດດ ດອນຄອນ ດອນສະໂຮງ ພ້ອມກັບ ປະຊາຊົນ ຜູ້ປະກອບ ອາຊີພຫາປາ ກໍຈະໄດ້ ຮັບຜົລກະທົບ ຈາກກາຣສ້າງເຂື່ອນ ກັ້ນນ້ຳ ດັ່ງກ່າວ ຢ່າງຫລວງຫລາຍ ຍ້ອນກາຣ ປ່ຽນແປງ ທາງທັມມະຊາຕ ແລະ ຣະດັບນ້ຳ ກໍຈະບໍ່ເປັນ ປົກກະຕິ ດັ່ງກາຣສ້າງ ເຂື່ອນຫລາຍແຫ່ງ ໃສ່ແມ່ນ້ຳຂອງ ຢູ່ຈີນຕອນໃຕ້ ທີ່ໄດ້ສ້າງ ຜົລກະທົບ ໃຫ້ປະຊາຊົນ ໃນເຂຕລຸ່ມ ແມ່ນ້ຳຂອງ ໃນຣະຍະ ຜ່ານມາ.

ສະນັ້ນໂຄງກາຣ ທີ່ຈະສ້າງເຂື່ອນ ຢູ່ ດອນສະໂຮງ ດັ່ງກ່າວ ກໍເຮັດໃຫ້ ປະຊາຊົນ ທ້ອງຖິ່ນ ມີຄວາມວິຕົກ ກັງວົນ ເຊັ່ນກັນ:

“ຖ້າສ້າງໄຟ ຕົວນີ້ຈະສົ່ງ ໄປຂເມນ ໂດຽສະເພາະ ຂເມນເຂົາກໍ ຍິນດີ ແຕ່ປະຊາຊົນ ເຂຕມະຫານະທີ ສີພັນດອນ ເຂົາບໍ່ຍິນດີ ເພາະຈະທຳລາຍ ສິ່ງແວດລ້ອມ ຕາມທັມມະຊາຕ ກາຣຫາປາ ຂອງ ປະຊາຊົນ ບາງເກາະ ບາງດອນ ກໍຈະຖືກ ນ້ຳຖ້ວມໄປ ຫາກມີກາຣ ສ້າງເຂື່ອນ.”

ຢ່າງໃດກໍຕາມ ໂຄງກາຣສ້າງເຂື່ອນ ຢູ່ບໍຣິເວນ ດອນສະໂຮງ ຫລືດອນຂຽວ ຈະເປັນແບບ ຝາຍກັ້ນນ້ຳ ຮູສະໂຮງ ຣະຍະທາງຍາວ 5 ກິໂລແມ໊ຕ ແລະຢູ່ໃກ້ກັບ ຊາຍແດນ ລາວ-ກັມພູຊາ ທີ່ຄາດວ່າ ຈະສາມາດ ຜລິດ ໄຟຟ້າ ໄດ້ 240 ເມກວັຕ ໂດຽບໍຣິສັທ ຂອງ ມາເລເຊັຽ ທີ່ຈະຖືຫຸ້ນ 80% ແລະທາງກາຣ ສປປລາວ 20% ໂດຽມີກາຣ ລົງນາມ ໃນຂໍ້ສັນຍາ ກັນໄປແລ້ວ ໃນວັນທີ່ 3 ມີຖຸນາ 2010 ທີ່ວ່າຈະເຣີ່ມ ລົງມືກາຣ ກໍ່ສ້າງ ໃນຕົ້ນ ປີ 2011 ແລະຄາດວ່າ ຈະໃຫ້ສ້າງແລ້ວ ສຳເຣັຈ ພາຍໃນ 5 ປີ ຂ້າງໜ້ານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.