ໂຄງກາຣ ສ້າງເຂື່ອນໄຟຟ້າ ນ້ຳລີກ 1

ໂຄງກາຣສ້າງ ເຂື່ອນໄຟຟ້າ ນ້ຳລີກ 1 ຈະເຣີ່ມກໍ່ສ້າງ ໃນໄວໆນີ້.
ຫວາດ ສີມູນ
2009.10.27

ໂຄງກາຣສ້າງເຂື່ອນ ພະລັງງານໄຟຟ້າ ນ້ຳລີກ 1(ໜຶ່ງ) ກຳລັງຈະເຣີ່ມ ລົງມືກໍ່ສ້າງ ໃນໄວໆນີ້ ໂດຽກາຣລົງທຶນຂອງ ບໍຣິສັທ Hydro Engineering ແຫ່ງປະເທສໄທຽ ໃນມູລຄ່າປະມານ 109ລ້ານດອລລາຣ໌ ສະຫະຣັຖ ທີ່ວ່າຈະສາມາດ ຜລິຕກະແສໄຟຟ້າ ໄດ້ບໍ່ຕໍ່າກວ່າ 60ເມກາວັຕ ທີ່ຄາດວ່າຈະໃຫ້ ສ້າງແລ້ວສຳເຣັຈ ພາຍໃນປີ 2013 ດັ່ງເຈົ້າໜ້າທີ່ ຈາກແຜນກພະລັງງານ ແລະ ບໍ່ແຮ່ ແຂວງວຽງຈັນ ໄດ້ກ່າວວ່າ:

“ນ້ຳລີກ1ນີ້ ວ່າຊິເຣີ່ມລົງມື ກໍ່ສ້າງໄວໆນີ້ ເຮັດສັນຍາກັບ ຣັຖບາລແລ້ວ ໝົດແລ້ວເນາະ ກະກຽມເຣີ່ມຊິລົງມື ນ້ຳລີກ1ນີ້ຢູ່ ຢູ່ເມືອງຫີນເຫີບ ກາຍໂພນໂຮງໄປ      ໜ໊ອຍໜຶ່ງ”

ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ແຈ້ງເພີ່ມວ່າ ນອກຈາກໂຄງກາຣ ນ້ຳລີກ1 ດັ່ງກ່າວນີ້ແລ້ວ ຍັງມີໂຄງກາຣ ສ້າງເຂື່ອນຕື່ມອີກ ໃນນ້ຳລີກເຊັ່ນກັນ ທີ່ວ່າຈະຜລິຕ ໄຟຟ້າຂນາດ

100ເມກາວັຕ ໂດຽກາຣລົງທຶນ ຂອງບໍຣິສັທ ຈາກປະເທສຈີນ ທີ່ຈະໃຫ້ສ້າງ ແລ້ວພາຍໃນປີ 2011.

ສ່ວນໂຄງກາຣ ສ້າງເຂື່ອນອື່ນໆ ເຊັ່ນ ເຂື່ອນນ້ຳງື່ມ3 ທີ່ມີຄວາມຄືບໜ້າ ສ້າງໄປແລ້ວປະມານ 30% ພ້ອມກັບເຂື່ອນ ນ້ຳງື່ມ2 ທີ່ທ່ານວ່າມີ ກາຣສ້າງສຳເຣັຈ ໄປແລ້ວ ກວ່າ80%.  

ພ້ອມດຽວກັນນີ້ ທ່ານກໍໃຫ້ກາຣ ຊີ້ແຈງເພີ່ມວ່າ ຍັງມີໂຄງກາຣ ທີ່ຈະຂຸດຄົ້ນບໍ່ແຮ່ທາຕ ຕ່າງໆເຊັ່ນ: ຄຳ ແລະ ທອງແດງ ທີ່ວ່າກຳລັງ ມີກາຣສຳຣວຈ ກັນຢູ່ໃນ ປັຈຈຸບັນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.