ອົງກາຣ NGO ວ່າເຂື່ອນ ອາຈສົ່ງຜົລກະທົບ ຕໍ່ປະຊາກອນ
2010.03.25
ອົງກາຣອະນຸຮັກ ສະພາບແວດລ້ອມ ແມ່ນ້ຳສາກົລ ຫລື IR ວ່າ ທາງກາຣກ່ຽວຂ້ອງ ໃນໂຄງກາຣ ສ້າງເຂື່ອນນ້ຳເທີນ 2 ທີ່ໄດ້ເຣີ່ມສົ່ງ ກະແສໄຟຟ້າ ໃຫ້ແກ່ທາງກາຣ ໄທຽໄປແລ້ວນັ້ນ ເປັນກາຣປະຕິບັຕ ທີ່ບໍ່ຖືກຕ້ອງ ແລະ ອາຈຍັງຈະສ້າງ ຜົລກະທົບກະເທືອນ ຢ່າງຫລວງຫລາຍ ໄປທົ່ວເຂຕໃນ ລຸ່ມແມ່ນ້ຳຂອງ ຊຶ່ງກໍຮວມທັງພາຄ ສ່ວນໜຶ່ງໃນ ກັມພູຊາເຊັ່ນກັນ.
ທ່ານ Ikuko Matsumoto ຜູ້ອຳນວຍກາຣ ຂອງອົງກາຣ ແມ່ນ້ຳສາກົລ ດັ່ງກ່າວ ໄດ້ແຈ້ງຕໍ່ ທາງສື່ມວລຊົນ ໃນມື້ວັນອັງຄາຣ ຜ່ານມານີ້ວ່າ ທາງບໍຣິສັທ ພລັງງານ ນ້ຳເທີນ 2 ບໍ່ປະຕິບັຕ ຕາມຄຳໝັ້ນສັນຍາ ທີ່ວ່າ ຈະໃຫ້ຄ່າຊົດເຊີຽ ແກ່ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກໂຄງກາຣ ສ້າງເຂື່ອນ ທີ່ຜລີຕກະແສ ໄຟຟ້າໄດ້ເຖິງ 1,070 ເມກະວັຕ ດັ່ງກ່າວນີ້ ແຕ່ຢ່າງໃດ.
ໃນຂະນະດຽວກັນ ໂຄງກາຣສ້າງເຂື່ອນ ດັ່ງກ່າວ ຍັງສ້າງຄວາມເສັຽຫາຍ ທາງດ້ານນິເວຊວິທຍາ ນຳດ້ວຍ ເປັນກາຣສົ່ງຜົລ ກະທົບໂດຽກົງ ຕໍ່ຈຳພວກປາ ທີ່ຢູ່ໃຕ້ເຂື່ອນ ແລະຍັງເປັນ ກາຣສ້າງໃຫ້ມີ ນ້ຳເປິເປື້ອນ ຂາດຄຸນນະພາບ ໄຫລລົງໄປທາງໃຕ້ ເຖິງຣາຊອານາຈັກ ກັມພູຊາ ແລະ ສສວຽຕນາມ ນຳດ້ວຍ.
ສະເພາະປະຊາຊົນ ຊົນຊາຕຊົນເຜົ່າຕ່າງໆ ທີ່ໄດ້ຮັບຜົລ ກະທົບ ຈາກໂຄງກາຣສ້າງເຂື່ອນ ດັ່ງກ່າວ ກໍມີທັງໝົດ ບໍ່ຕໍ່າກວ່າ 7,000 ຄົນ ທີ່ຄວນຈະໄດ້ ຮັບຄ່າຊົດເຊີຽ ແຕ່ແລ້ວ ກໍຍັງມີບັນຫາ ທີ່ປະຊາຊົນ ບໍ່ພໍໃຈ ໂດຽສະເພາະເຂຕ ທີ່ຈັດສັນໃຫ້ໃໝ່ນັ້ນ ກໍບໍ່ເປັນໄປຕາມ ຂໍ້ຕົກລົງກັນ ໃນເມື່ອກ່ອນ ຍິ່ງເປັນກາຣສ້າງ ຄວາມລຳບາກ ໃນກາຣດຳຣົງຊີວີຕ ຂອງປະຊາຊົນ ດັ່ງກ່າວນີ້.