ເຂື່ອນໄຟຟ້າດອນສະໂຮງ ອາຈເລີ້ມປີໜ້າ
2009.12.21
ເຈົ້າໜ້າທີ່ຂແນງໄຟຟ້າ ຜແນກພະລັງງານ ແລະ ບໍ່ແຮ່ແຂວງຈຳປາສັກ ເປີດເຜີຍເຖິງຄວາມຄືບໜ້າ ຂອງໂຄງການເຂື່ອນໄຟຟ້າ ດອນສະໂຮງ ວ່າ ໃນເວລານີ້ຍັງຢູ່ ໃນລະຫວ່າງ ການເຈຣະຈາຊື້ຂາຍ ພະລັງໄຟຟ້າ ຊຶ່ງການເຈຣະຈາ ອາດຈະສິ້ນສຸດລົງພາຍ ໃນປີ 2009 ນີ້ ກໍໝາຍຄວາມວ່າ ການສ້າງເຂື່ອນນັ້ນ ອາດຈະເລີ້ມ ໃນປີໜ້ານີ້. ດັ່ງເຈົ້າໜ້າທີ່ນາງນຶ່ງເວົ້າວ່າ:
"ດຽວນີ້ກຳລັງເຈຣະຈາ ຂາຍໄຟຢູ່ ກໍເປັນການສິ້ນສຸດ ການສຶກສາຄວາມຄືບໜ້າ ຂອງໂຄງການ ຖ້າວ່າໄດ້ຕລາດ ຊັດເຈນອີ່ສັງແລ້ວ ຈະລົງມືສ້າງເລີຍເຂື່ອນນີ້ນະ ກໍຢູ່ໃນທ້ອງປີນີ້ນີ້ແຫລ໋ະ".
ນາງເວົ້າຕື່ມວ່າ ຂະນະນີ້ໂຄງການກໍ່ສ້າງ ເຂື່ອນໄຟຟ້າດອນສະໂຮງ ກຳລັງຢູ່ໃນລະຫວ່າງການ ເຈຣະຈາ ທາງດ້ານການຕລາດ ເພື່ອຊື້ຂາຍໄຟຟ້າກັບ EGAT ຫລືການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທ. ຫາກການເຈຣະຈາ ສິ້ນສຸດລົງພາຍໃນປີນີ້ ກໍໝາຍຄວາມວ່າ ໃນປີໜ້າ ປີ 2010 ໂຄງການກໍ່ສ້າງກໍຈະເລີ້ມ ເພາະວ່າທາງໂຄງການ ໄດ້ຜ່ານການປະເມີນ ຜົນກະທົບທາງ ດ້ານສິ່ງແວດລ້ອມ ຮຽບຮ້ອຍແລ້ວ.
ນອກຈາກນີ້ ນາງຍັງໄດ້ເວົ້າອີກວ່າ ໂຄງການເຂື່ອນໄຟຟ້າ ໃນແຂວງຈຳປາສັກ ມີທັງໝົດ 11 ໂຄງການ ທີ່ໄດ້ມີການເຊັນ MoU ກັບຣັຖບານແລ້ວ ແລະ ກຳລັງຢູ່ ໃນຂັ້ນຕອນຂອງ ການສຳຣວດສຶກສາ ຄວາມເປັນໄປໄດ້ຢູ່ ໂດຍທັງໝົດເປັນເຂື່ອນໄຟຟ້າ ທີ່ມີກຳລັງການຜລິດຕັ້ງແຕ່ 5ເມັກກະວັດຂື້ນໄປ.
ໂຄງການກໍ່ສ້າງເຂື່ອນໄຟຟ້າ ດອນສະໂຮງ ໃນເຂດເມືອງໂຂງແຂວງຈຳປາສັກ ຣັຖບານໄດ້ອະນຸມັດໃຫ້ ບໍຣິສັດ ເມັກກະເຟີສຕ ຈາກມາເລເຊັຍເປັນຜູ້ສຳຣວດ ຄວາມເປັນໄປໄດ້ ຕັ້ງແຕ່ປີ 2007 ເປັນຕົ້ນມາ. ເຂື່ອນໄຟຟ້າດອນສະໂຮງ ຈະມີກຳລັງຜລິດ 360ເມັກກະວັດ. ທີ່ຜ່ານມາທາງການໄດ້ ເປີດເຜີຍວ່າການກໍ່ສ້າງ ເຂື່ອນ ຈະສົ່ງຜົນກະທົບ ຕໍ່ປະຊາຊົນກວ່າ 300 ຄອບຄົວ ໃນ5ໝູ່ບ້ານຊຶ່ງທາງອົງການ NGO ກໍມີຄວາມກັງວົນ ເຖິງຜົນກະທົບທີ່ ອາດຈະມີຂື້ນຕໍ່ ສິ່ງແວດລ້ອມ ແລະປະຊາຊົນ ໃນເຂດພື້ນທີ່ດັ່ງກ່າວ.