ຊາວບ້ານດອນສະໂຮງ ບໍ່ຢາກຈາກຖິ່ນເດີມ

ຊາວບ້ານ ໃນເຂດ ດອນສະໂຮງ ບໍ່ຢາກໂຍກຍ້າຍ ອອກຈາກ ບ້ານເຮືອນ ຂອງຕົນ.
ໂພໄຊສວັດ
2010.09.07

ຊາວບ້ານ ທີ່ອາສັຍ ຢູ່ເທິງ ດອນສະໂຮງ ແຂວງຈຳປາສັກ ປະມານ 400 ຄົນ ຊຶ່ງຢູ່ໃກ້ກັບ ໂຄງການ ສ້າງເຂື່ອນ ດອນສະໂຮງ ຮັບວ່າບໍ່ຢາກ ໂຍກຍ້າຍ ອອກຈາກ ບ່ອນຢູ່ອາສັຍ ແຕ່ຖ້າຫາກ ເປັນຄຳສັ່ງ ຂອງຣັຖບານ ກໍຈຳເປັນ ຈະຕ້ອງຍ້າຍອອກ. ທ່ານຄຳລື ແສງຣາສພັນ ຊາວບ້ານ ດອນສະໂຮງ ແຂວງຈຳປາສັກ ເວົ້າກ່ຽວກັບ ເຣື້ອງນີ້ວ່າ:

"ຫາງສຽງຂອງ ປະຊາຊົນ ໃນມະຫານະທີ ສີ່ພັນດອນ ບໍ່ຍິນດີເລີຍ ເພາະກ່ອນເຂົາ ຊີ່ມາສ້າງ ຊີ່ມາລົງທຶນສ້າງ ກໍຈະໄດ້ຮ່ວມ ປະຊາຊົນ ໃນແຕ່ລະ ໝູ່ບ້ານ ເຈົ້າຂອງໂຄງການ ເຂົາຈະມາຖາມ ປະຊາຊົນ ໃນໝູ່ບ້ານ ວ່າເຫັນດີບໍ່ ສ່ວນຫລາຍ 90% ປະຊາຊົນ ບໍ່ເຫັນດີ".

ຊາວບ້ານຢູ່ ດອນສະໂຮງ ໃຫ້ຂໍ້ມູນວ່າ ບ່ອນທີ່ຈະ ກໍ່ສ້າງເຂື່ອນ ຊາວບ້ານຮ້ອງວ່າ ດອນຂຽວ ເປັນຮູນ້ຳ ທີ່ມີແລວນ້ຳ ເໝາະສົມ ສຳລັບການ ສ້າງເຂື່ອນ ຊຶ່ງຮູນ້ຳ ດອນຂຽວ ຈະຢູ່ລະຫວ່າງ ດອນສະໂຮງ ກັບດອນດຳ ຊຶ່ງມີ ປະຊາຊົນ ອາສັຍ ຢູ່ປະມານ 10 ກວ່າໝູ່ບ້ານ ຫລືປະມານ 400 ຄົນ.

ຊາວບ້ານ ເຫັນເຈົ້າໜ້າທີ່ ມາສຳຣວດ ຫລາຍເທື່ອ ເພື່ອຈະກໍ່ສ້າງ ເຂື່ອນ ດອນສະໂຮງ ແຕ່ກໍບໍ່ໄດ້ ສົນໃຈໂອ້ລົມ ຖາມຄວາມຄິດ ຄວາມເຫັນ ຂອງຊາວບ້ານ ພຽງແຕ່ຕິດຕໍ່ ຫາພໍ່ບ້ານ ເພື່ອຖາມເຖິງ ຂໍ້ມູນບາງຢ່າງ ເທົ່ານັ້ນ. ທ່ານຈອມອະລຸນ ຄຸນະຈອມ ຊາວບ້ານດອນຂຽວ ແຂວງ ຈຳປາສັກ ເວົ້າວ່າ:

"ໂຄງການເຂົາ ແຜນການເຂົາ ມີແຕ່ເຂົ້າມາ ຫານາຍບ້ານ ເຂົາກໍພາ ນາຍບ້ານ ກັບແນວໂຮມບ້ານ ແຕ່ວ່າຊິມາ ປະກາດ ປະຊຸມ ຢູ່ໃນໝູ່ບ້ານ ບໍ່ເຫັນ ມີແຕ່ເຂົ້າຫາ ນາຍບ້ານ ແລ້ວກໍໄປ ສຳຣວດ ເຂົາມາຫລາຍ ເທື່ອແລ້ວ 3-4 ເທື່ອ ມາສຳຣວດ".

ຣັຖວິສຫະກິດ ໄຟຟ້າລາວ ເຄີຍເປີດເຜີຍວ່າ ໂຄງການເຂື່ອນ ໄຟຟ້າ ດອນສະໂຮງ ກຳລັງຢູ່ ໃນຂັ້ນຕອນ ການສຳຣວດ ທັມມະຊາດ ແລະ ສິ່ງແວດລ້ອມ ແລະເຫັນວ່າ ຈະບໍ່ ກະທົບກະເທືອນ ຕໍ່ຊີວິດການ ເປັນຢູ່ຂອງ ປະຊາຊົນ ເພາະເປັນບ່ອນທີ່ ບໍ່ມີຄົນຢູ່ ອາສັຍ.

ໂຄງການເຂື່ອນ ໄຟຟ້າ ນີ້ຈະສ້າງ ກັ້ນລຳນ້ຳ ທີ່ຮ້ອງວ່າ “ຮູສະໂຮງ” ໃນອານາ ບໍລິເວນ “ສີ່ພັນດອນ” ທີ່ແມ່ນ້ຳຂອງ ໄຫລແຍກອອກ ເປັນຫລາຍສາຍ ຊຶ່ງເຂື່ອນດັ່ງກ່າວ ຈະເປັນແບບ ຝາຍກັ້ນນ້ຳ ໂດຍຈະບໍ່ກັ້ນ ນ້ຳໝົດທັງ ສາຍ. ໂຄງການນີ້ ຈະຜລິດກະແສ ໄຟຟ້າ ໄດ້ 240 ເມັກກະວັດ ໂດຍບໍລິສັດ Mega First ຂອງມາເລເຊັຍ ຖືຮຸ້ນ 80 ສ່ວນຮ້ອຍ ແລະ ຣັຖບານລາວ 20 ສ່ວນຮ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.