ເຂື່ອນໄຟຟ້າ ສ້າງຜົລ ສະທ້ອນ ຕໍ່ນິເວຕວິທຍາ
2009.03.17
ໂຄງກາຣສ້າງເຂື່ອນ ໃສ່ແມ່ນ້ຳຂອງເ ພື່ອຜລີຕໄຟຟ້າ ທີ່ມີທັງໝົດ 11 ແຫ່ງຊື່ງສ່ວນຫລາຍ ແມ່ນຢູ່ໃນ ປະເທສລາວນັ້ນ ປັຈຈຸບັນ ກໍມີກາຣສຳຣວຈ ເພື່ອສຶກສາ ເບີ່ງ ຄວາມເປັນໄປໄດ້ ບໍ່ຕໍ່າກວ່າ 4 ແຫ່ງແລ້ວ ເຮັດໃຫ້ນັກ ອະນຸຮັກ ສະພາບແວດລ້ອມ ເປັນຫ່ວງເພາະ ຈະເປັນກາຣ ກີດກັ້ນ ກາຣຂື້ນລ່ອງ ຂອງຈຳພວກ ປານາໆພັນ ໂດຽສະເພາະ ປາຂ່າຫລືປາ Dolphin ນ້ຳຈືດແລະ ປາບຶກຊື່ງຖືກຈັດ ຢູ່ໃນຈຳພວກປາ ທີ່ໃກ້ຈະສູນພັນ ຕລອດຮອດເປັນ ກາຣທຳລາຍ ແຫລ່ງທຳມາຫາກິນ ທີ່ຈະ ເຮັດໃຫ້ວີຖີຊີວີຕ ຂອງປະຊາຊົນ ໃນເຂຕລຸ່ມແມ່ ນ້ຳຂອງໄດ້ຮັບ ຜົລກະທົບຢ່າງ ຫລວງຫລາຍ ນໍາດ້ວຍ. ກ່ຽວກັບເຣື່ອງນີ້ ທ່ານວິທູນ ເພີ່ມວົງສາເຈຣີນ ເລຂາທິກາຣ ມູລນິທິ ຟື້ນຟູຊີວີຕ ແລະທັມມະຊາຕ ໄດ້ໃຫ້ກາຣ ອະທິບາຍ ຫວ່າງມໍ່ໆ ມານີ້ວ່າ:
“ກາຣພັທນາ ແມ່ນ້ຳຂອງ ດ້ວຍກາຣສ້າງ ເຂື່ອນຂນາດໃຫຍ່ ເພື່ອຜລິຕໄຟຟ້ານັ້ນ ມັນຈະສ້າງຜົລ ກະທົບຕໍ່ທາງ ນິເວຕວິທຍາ ແລະວິຖີຊີວີຕ ຂອງປະຊາຊົນ ຢ່າງ ຫລວງຫລາຍ ເພາະສະນັ້ນຈື່ງ ຢາກໃຫ້ທາງກາຣ ກ່ຽວຂ້ອງໄດ້ ພິຈາຣະນາຫາ ພລັງໄຟຟ້າດ້ວຍ ວິທີອື່ນແທນ ໂດຽໃຫ້ຄຳນືງ ເຖີງຄຸນຄ່າຂອງ ຊີວີຕກາຣ ເປັນຢູ່ຂອງ ປະຊາຊົນ ໄປພ້ອມໆກັນ ກັບກາຣ ພັທນາຕ່າງໆ"
ພ້ອມດຽວກັນນີ້ ທ່ານ Shannon Lawrence ຜູ່ອຳນວຍກາຣຂອງ ອົງກາຣ ແມ່ນ້ຳສາກົລກໍວ່າ ໂຄງກາຣ ສ້າງເຂື່ອນໃຫຍ່ໆ ຖືວ່າບໍ່ແມ່ນ ກາຣພັທນາ ດ້ວຍວິທີ ທີ່ຖືກຕ້ອງ ແຕ່ຫາກເປັນກາຣ ທຳລາຍບ່ອນ ເພີ່ງພາອາສັຍ ຂອງປະຊາຊົນ ລາວໂດຽກົງ ຕ່າງຫາກ. ຢ່າງໃດກໍຕາມ ໂຄງກາຣສ້າງ ເຂື່ອນໄຟຟ້າ ໃສ່ແມ່ນ້ຳຂອງໃນ ເຂຕດິນລາວ ຊື່ງນອກຈາກດອນ ສະຫົງທາງພາກ ໃຕ້ຂອງລາວທີ່ ວ່າຈະສາມາດ ຜລິຕກະແສ ໄຟຟ້າໄດ້ບໍ່ ຕໍ່າກວ່າ 240 ເມກາວັຕ ແລ້ວນັ້ນຍັງມີ ເຂື່ອນທີ່ວ່າຈະ ສ້າງຂື້ນຢູ່ເຂຕ ເມືອງປາກລາຍ ໄຊຍະບຸຣີ ແລະປາກແບງ ຊື່ງທັງໝົດເພື່ອ ຜລິຕກະແສ ໄຟຟ້າສົ່ງຂາຍ ໃຫ້ໄທຽແລະ ວຽຕນາມ ແຕ່ທາງກາຣລາວ ຕ້ອງໄດ້ກູ້ຢືມ ເງີນ ຈາກຕ່າງປະເທສ ມາຮ່ວມໃນກາຣ ລົງທຶນກັບ ບໍຣິສັທຕ່າງ ປະເທສເຊັ່ນຈາກ ໄທຽ ຈີນ ແລະວຽຕນາມ ທີ່ວ່າເປັນຜູ້ ໄດ້ຮັບ ສັມປະທານ ກໍ່ສ້າງແລະເປັນ ເຈົ້າຂອງໃນ ເວລາຫລາຍ ສິບປີອີກດ້ວຍ!!