ບໍຣິຄໍາໄຊ ກຽມໂຍກຍ້າຍ ປະຊາຊົນ ອອກຈາກ ບໍຣິເວນ ເຂື່ອນ

ແຂວງບໍຣິຄໍາໄຊ ຕຽມແຜນການ ໂຍກຍ້າຍ ປະຊາຊົນ 11 ໝູ່ບ້ານ ອອກຈາກ ບໍຣິເວນ ໂຄງການ ຂຍາຍ ການສ້າງເຂື່ອນ ຜລິດກະແສໄຟຟ້າ ເທີນ-ຫີນບູນ ໂດຍເລີ້ມ ສໍາຣວດ ພື້ນທີ່ ໃນເຂດເມືອງຄໍາເກີດ ບ່ອນທີ່ ຈະຕັ້ງບ້ານໃໝ່ ໃຫ້ປະຊາຊົນ ທີ່ຖືກໂຍກຍ້າຍ.

ເຈົ້າ​ໜ້າ​ທີ່ ຫ້ອງການ​ ສິ່ງ​ແວດ​ລ້ອມ ​ເວົ້າ​ວ່າຫລັງ​ຈາກ ​​ການ​ສ້າງ​ ເຂື່ອນກັ້ນ​ນໍ້າ ​ໄດ້​ສໍາ​ເຣັດລົງ​ແລ້ວ​ ນໍ້າ​ກໍ​ອາດ ​ຈະ​ຖ້ວມບໍຣິເວນ​ ເຂດ 11 ໝູ່​ບ້ານ ​ນີ້. ຈໍາ​ເປັນ​ຕ້ອງ​ໄດ້ ​ໂຍກ​ຍ້າຍ ​ປະຊາຊົນ ​ອອກ.​ ທ່ານ​ວ່າ​ ການ​ສໍາຣວດ ​ເບິ່ງ​ພື້ນ​ທີ່ນີ້ກໍ​ຢາກ​ໃຫ້ເໝາະ​ສົມ, ​ແລະ ​ການຊົດ​ເຊີຍ-ທົດ​ແທນ ​ຄ່າ​ເສັຽຫາຍ ​ໃຫ້​ເຂົາ​ເຈົ້າກໍ​ຢາກໃຫ້ ​ເປັນ​ທໍາ.

"ການ ໂຍກ ຍ້າຍ ຈັດ ສັນ ຊາວບ້ານ 11 ບ້ານ ທີ່ ຄໍາ ເກີດ ທີ່ ໂຍກ ຍ້າຍ ຈາກ ຫີນ ບູນ ພາກ ຂະຫຍາຍ ຫລື NG8 ທີ່ ຕັນ ເຂື່ອນ ແລະ ນໍ້າ ຈະ ຖ້ວມ ພື້ນ ທີ່ ຂອງ ເຂົາ ເຈົ້າ . ດຽວນີ້ ກໍາລັງ ເບິ່ງ ການ ທົດ ແທນ ມັນ ຈະ ເປັນ ທໍາ ບໍ່ ລະ ຫ່ວາງ ບໍຣິສັດ ກັບ ຊາວບ້ານ ."

ທ່ານ​ວ່າຍັງ​ມີ ​ຫລາຍ​ບ້ານ ​ທີ່​ຈະ​ຕ້ອງ​ ຖືກ​ໂຍກ​ຍ້າຍ, ​ແຕ່​ວ່າ ​ຕ້ອງ​ໄດ້​ໂຍກ​ຍ້າຍ 11 ໝູ່​ບ້ານ​ນີ້ ​ເສັຍກ່ອນ ​ເພາະວ່າ​ ພາຍ​ໃນ 4-5 ປີ ​ຂ້າງ​ໜ້າ​ນີ້ ​ເມື່ອ​ສ້າງ​ເຂື່ອນ ​ສໍາ​ເຣັດ​ແລ້​ວມັນ​ຈະເປັນ ​ເຂດ​ທີ່​ມີ​ຄວາມ​ສ່ຽງ ​ຕໍ່​ນໍ້າ​ຖ້ວມ. ການ​ໂຍກ​ຍ້າຍ​ນີ້ ​ກໍ​ຈະ​ດໍາ​ເນີນ​ໄປ ​ເທື່ອ​ລະ​ຂັ້ນ, ກະ​ວ່າ ​ປີ 2011 ນີ້​ ຈະ​ໃຫ້​​ແລ້ວ​ໝົດ:

"ສະ ເພາະ ຈຸດ NG8 ​ ໂຍກ ຍ້າຍ ກໍ ຊີ່ ມີ ແຕ່ ເທົ່າ ນັ້ນ . ຍັງ ໂຕນໍ້າ ເທີນ -1 ອີກ ນໍ . ​ ເທີນ -1 ນີ້ ກໍ ຍ້າຍ 7 ບ້ານ ອາດ ຈະ ເປັນ ປີ ໃໝ່ , ທ້າຍ ປີ 2009 2010 2011 ຍ້າຍ ໝົດ ."

​ໃນ​ຈໍານວນ 11 ໝູ່ບ້ານ ​ທີ່​ຈະ​ຕ້ອງ​ໂຍກ​ຍ້າຍ ​ມີ​ດັ່ງ​ນີ້: ບ້ານ​ສົບ​ຈາດ, ບ້ານ​ທັບ​ມິ່ງ, ບ້ານ​ແສນ​ຊື່, ບ້ານ​ຜົນ​ແກ້ວ, ບ້ານ​ສຸກ​ຂຸມ, ບ້ານ​ກະ​ອານ, ບ້ານ​ມຸ້ງ, ບ້ານ​ບອນ, ບ້ານ​ຊອກ, ບ້ານ​ພະ​ບັງ, ບ້ານ​ສົມບູນ. ທ່ານ​ວ່າ ​ໃນ​ວັນ​ທີ 15 ຕຸລາ​ນີ້​ ຈະ​ມີ​ການ​ມອບ​ເງິນ ​ໃຫ້​ປະຊາຊົນທີ່​ຖືກ​ໂຍກ​ຍ້າຍ ​ເພື່ອ​ເປັນ​ການ​ທົດ​ແທນ​ຄ່າ​ເສັຽຫາຍ. ​ໂຄງການ ​ເຂື່ອນ​ຜລິດ ​ກະ​ແສ​ໄຟຟ້າ​ເທີນ​ຫີນ​ບູນ ​ພາກຂ​ຍາຍ​ນີ້ມີ​ຂະນາດ ​ຕິດ​ຕັ້ງ ​ເຄື່ອງ​ປັ່ນ ​ໄຟຟ້າ​ຂ​ນາດ220 ​ເມ​ກາ​ວັດ ​ແລະ 60 ​ເມ​ກາ​ວັດ. ການ​ລົງ​ນາມ ​ສັນຍາ ​ການ​ສໍ​າປະທານ ​ໄດ້​ມີ​ຂື້ນ​ ເມື່ອ​ວັນ​ທີ 27 ​ເດືອນ​ສິງຫາປີ 2008. ​ໂຄງການ ​ຂັ້ນ​ທີ​ສອງ​ນີ້ ​ຄາດ​ວ່າ ​ຈະ​ສໍາ​ເຣັດ ພາຍ​ໃນ​ ປີ 2012.