ສເນີ ຮ່າງກົດໝາຍ ສື່ມວນຊົນ

ໃນທີ່ສຸດ ຮ່າງກົດໝາຍ ສື່ມວນຊົນ ກໍໄດ້ນຳຂຶ້ນ ພິຈາຣະນາ ອີກເທື່ອນຶ່ງ ຢູ່ທີ່ກອງປະຊຸມ ສໄມສາມັນ ເທື່ອທີ່ 5 ຂອງສະພາ ແຫ່ງຊາຕຊຸດ ທີ່ 6 ເປັນມື້ທີ່ສອງ ໃນວັນພຸດນີ້.
ວຽງໄຊ ຣາຍງານ
2008.07.16
ກົດໝາຍ ດັ່ງກ່າວ ຊຶ່ງຮ່າງມາ ໄດ້ປະມານ 10 ກວ່າປີແລ້ວ ​​ເຄີຍຖືກນຳຂຶ້ນ ສເນີ ຕໍ່ກອງປະຊຸມສະພາ ຜ່ານ​ມາແລ້ວ ເມື່ອຕົ້ນທົສວັດ 2000 ແຕ່ບໍ່ຜ່ານ ແລະ ຖືກສົ່ງກັບໄປ ພິຈາຣະນາ ແລະ ດັດແປງໃໝ່ ຈົນມາເຖິງ ກອງປະຊຸມ ຊຸດນີ້ ຊຶ່ງກໍ່ໄດ້ພາໃຫ້ ມີສະມາຊິກສະພາ ຫລາຍຄົນ ອອກຄວາມຄິດ ຄວາມເຫັນ ໄປໃນຫລາຍແງ່ ຫລາຍທາງ.

ຕັ້ງແຕ່ໃດມາ ສື່ມວນຊົນ ໃນຣະບອບ ສປປລາວ ເປັນປາກກະບອກສຽງ ຂອງພັກຣັຖ ມີໜ້າທີ່ສຳຄັນ ຄືເຜີຍແຜ່ ຫລື ໂຄສະນາ ຜົນງານ ຂອງພັກຣັຖ ແກ້ຂ່າວ ຫລື ໂຈມຕີ ຝ່າຍກົງກັນຂ້າມ.

ໃນການສເນີ ຮ່າງກົດໝາຍ ສະບັບນີ້ ທ່ານ ໝູນແກ້ວ ອໍລະບູນ, ຣັຖມົນຕຣີ ຖແລງຂ່າວ ແລະ ວັທນະທັມ ເວົ້າວ່າ:

“ຈຸດປະສົງ ຕົ້ນຕໍ ຂອງກົດໝາຍ ວ່າດ້ວຍ ສື່ມວນຊົນ ແມ່ນແນໃສ່ ເພື່ອກຳໜົດ ຫລັກການ ພາລະ ບົດບາດ ສິທໜ້າທີ່ ເຄື່ອນໄຫວ ຂອງສື່ມວນຊົນ ສົ່ງເສີມ ບົດບາດ ແລະ ຄຸນປໂຍດ ຂອງສື່ມວນຊົນ ແລະ ວາງຂອບເຂດ ການເຄື່ອນໄຫວ ຂອງສື່ມວນຊົນ”

ເຫດຜົນຕົ້ນຕໍ ທີ່ຮ່າງກົດໝາຍ ສະບັບນີ້ ໄດ້ຖືກສົ່ງກັບ ໄປແຊ່ໄວ້ ເປັນເວລາ ຫລາຍປີ ກໍ່ເນື່ອງຈາກ ວ່າບໍ່ສາມາດ ຕົກລົງກັນໄດ້ ກ່ຽວກັບ ພາລະໜ້າທີ່ ຂອງສື່ມວນຊົນ ໃນສປປລາວ ນັ້ນເອງ. ນັກວິຊາການ ຝ່າຍຂ່າວ ຢາກໃຫ້ ມີການພັທນາ ໄປແບບເປີດກວ້າງ ແລະ ເສຣີ ຫລາຍຂຶ້ນ ຄຽງຄູ່ ໄປກັບ ການເປີດກ້ວາງ ທາງເສຖກິດ ສັງຄົມ ໃນສປປລາວ.

ສ່ວນນັກທິສດີ ຊ້ຳພັດ ຢ້ານວ່າ ການກະທຳ ເຊັ່ນນັ້ນ ຈະເປັນ ພັຍອັນຕະລາຍ ຂົ່ມຄູ່ ຕໍ່ອຳນາດ ການປົກຄອງ ຂອງພວກຕົນ. ແຕ່ເຖິງຢ່າງໃດ ກໍ່ດີ ເຮົາຍັງ ຈະມີ ຣາຍລະອຽດ ເພີ້ມເຕີມ ກ່ຽວກັບ ກົດໝາຍ ສະບັບນີ້ ມາສເນີ ທ່ານ ໃນອີກບໍ່ດົນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.