ບັນຫາ ການປະຕິບັດ ກົດໝາຍ

ພາກສ່ວນ ກ່ຽວຂ້ອງ ຍອມຮັບ ບັນຫາ ໃນການປະຕິບັດ ກົດໝາຍ ທີ່ຫາລືກັນ ໃນກອງປະຊຸມ ສະພາ ແລະ ຈະພະຍາຍາມ ແກ້ໄຂ ຕໍ່ໄປ ໃນອະນາຄົດ.
ຈະເຣີນສຸກ ຣາຍງານ
2008.07.21

ກອງປະຊຸມ ສມັຍ​ສາມັນ ​ເທື່ອ​ທີ 5 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 6 ​ໄດ້​ມີ​ການ​ປະຊຸມ ​​ເຣື້ອງການຈັດ​ຕັ້ງປະຕິບັດ ວ່າດ້ວຍ ຄໍາ​ຕັດສິນ ຂອງ​ສານ ທີ່​ພົບ​ວ່າ ມີກົດໝາຍ ​ຫລາຍ​ຂໍ້ ຍັງ​ບໍ່​ໄດ້​ ຖືກປະຕິບັດ ຢ່າງ​ຖືກຕ້ອງ ຕາມ​ກົດໝາຍ ​ໃນຣັຖທັມມະ​ນູນ ທີ່​ແກ້​ໄຂ ຄັ້ງ​ຫລ້າ​ສຸດ ​ໄປ​ແລ້ວ ​ເມື່ອ​ປີ 2004. ​ໃນ​ນັ້ນ ຍັງ​ພົບ​ວ່າ ​ມີ​ຄະດີຄວາມ ​ເຖິງ 1,239 ຄະດີ ​ແລະ 4,000 ກ່ວາ​ຄະ​ດີ ທີ່​ບໍ່​ສາມາດ​ແກ້​ໄຂ​ໄດ້ ​ເພາະ ​ເປັນ​ຄະດີ​ໃຫຍ່ ​ແລະ ສັບສົນ ຂັດ​ກັບ​ກົດ​ໝາຍ. ຄະນະ​ຜູ້​ແທນ ກອງ​ປະຊຸມ ທ່ານ ນຶ່ງ ​ເວົ້າ​ວ່າ:

“ກົດໝາຍນີ້ ກໍ​ຈັດ​ຕັ້ງ ປະຕິບັດ​ມາ ​ໄດ້ 4 ປີ​ ມາ​ນີ້, ​ແຕ່​ວາ ມັນ​ກໍ​ມີ ຄວາມ​ຈໍາ​ເປັນ ທີ່​ຕ້ອງ​ປັບປຸງ ​ເພາະຜ່ານ ການຈັດ​ຕັ້ງ ປະຕິບັດ ​ໂຕ​ຈິງນີ້ ​ເຫັນ​ວ່າ ຄັນ​ເຮົາ ບໍ່​ແກ້​ໄຂ ບັນຫາ​ຕ່າງໆ ມັນ​ຈະ​ເຮັດ​ໃຫ້ ​ເກີດ​ອຸປສັກ ກັບ​ການຈັດ​ຕັ້ງ ປະຕິບັດ​ກົດໝາຍ.”

ທ່ານ ກ່າວ​ຕໍ່​​ໄປ ວ່າ ຫລັງ​ຈາກ ການ​ປະຊຸມ ສະພາ ຄັ້ງ​ນີ້ ກໍ​ເຊື່ອ​ວ່າ ພາກສ່ວນ ກ່ຽວຂ້ອງ ຈະ​ນໍາ​ບັນຫາ ທີ່​ໄດ້​ໂອ້ລົມ​ກັນ ​ໄປ​ແກ້​ໄຂ ​ແລະ ພັທນາ ​ໃຫ້​ດີ​ຍິ່ງ​ຂຶ້ນ​ໄດ້. ບັນຫາ ທີ່​ຕ້ອງການ ​ໃຫ້​ແກ້​ໄຂນັ້ນ, ທໍາ​ອິດ ຄື ການ​​ຈັດ​ສັນ​ ​​ງົປມານ ​​ເພື່ອ​​ພັທນາຄົນ ​ແລະ ​ແກ້​ໄຂ ຂໍ້​ຂັດ​ແຍ້ງ ​ໃນ​​ແຕ່​ລະ​ກົດໝາຍ,​ ​ໃຫ້​ມີ​ປະສິດທິພາບ ​ແລະ ສ້າງ ບຸກຄະ​ລາກ​ອນ ​ໃຫ້​ພຽງພໍ ກັບ ຄວາມ​ຕ້ອງການ ຂອງ​ວຽກ​ງານ ​ເພາະ​ເວລາ​ນີ້ ມີ​ໜ້ອຍ​ຫລາຍ.

ສ່ວນ ກະຊວງ ຍຸຕິ​ທັມ, ​ເຈົ້າ​ໜ້າ​ທີ່ ກ່ຽວຂ້ອງ ​ໄດ້​ຊີ້​ແຈງ ວ່າ ຮັບ​ຊາບ ​ເຣື້ອງດັ່ງກ່າວ ຈາກ ການ​ປະຊຸມ ສະພາ​ແລ້ວ, ​ແຕ່​ຕ້ອງ ລໍຖ້າ ຄໍາ​ສັ່ງ ຈາກ​ຂັ້ນ​ສູງກ່ອນ ​ວ່າ ຈະ​ໃຫ້​ປະຕິບັດ ​ແລະ ​ແກ້​ໄຂ ​ແນວ​ໃດ ຕໍ່​ໄປ.

“​ແຕ່ ​ໃນ​ອະນາຄົດ ພວກ​ເຮົາ ກໍ​ຊິ​ພະຍາຍາມ ພັທນາ​ໄປ ​ແຕ່​ລະ​ກົດໝາຍ ພວກ​ເຮົາ ກໍ​ຈະ ພະຍາຍາມ ​ໃຫ້​ມັນ ຄົບ​ຊຸດ ​ເພາະວ່າ ຄື ທ່ານ ຮູ້​ວ່າ ລາວ​ເຮົາ ຫາ​ກໍ່​ມີຣັຖທັມມະນູນ ປີ 1991 ຮອດ​ປີນີ້ 10 ກວ່າປີ ພວກ​ເຮົາ ກໍ​ພະຍາຍາມ ພັທນາ ​ໄປ​ເຣື້ອຍໆ”

ການ​ປະຊຸມ ​ໃນ​ມື້​ວັນ​ຈັນນີ້ ມີ​ຫລາຍ​ເຣື້ອງ ທີ່​ໄດ້​ປະຊຸມ​ກັນ, ​ແຕ່ ​ເນັ້ນ​ໃສ່ ບັນຫາ ກົດໝາຍ ອາຍາ ທີ່​ຍັງ​ມີ​ຊ່ອງ​ວ່າງ ​ຕ້ອງ​ແກ້​ໄຂ ​ບັນຫາການ​ປະຕິບັດ ​ໃນ​ແຕ່ລະ​ທ້ອງ​ຖິ່ນ ທີ່​ຍັງ​ຂາດ​ປະສິດທິພາບ ​ໃນ​ການ​ປະຕິບັດ​ງານ ​ເພາະ​ຂາດ​ງົປມານ ​ໃນ​ການພັທນາ ບາງ​ສ່ວນ ຂອງ​ກົດໝາຍ ທີ່​ໄດ້​ແກ້​ໄຂ ​ໄປ​ແລ້ວ, ​ເຊັ່ນ​ເຣື້ອງ ການ​ຕັດສິນ ຂອງ​ສານ ​ໃຫ້​ຖື​ເປັນ​ເດັດຂາດ ​ເປັນ​ຕົ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.