ສເນີ ສົ່ງເສີມ ຊ່າງຫັຖກັມ ທີ່ມີຝີມື
2008.07.23
ໃນວາຣະ ການດໍາເນີນ ກອງປະຊຸມ ມື້ທີ 9 ໃນການປະຊຸມ ສມັຍສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ 6, ສະມາຊິກສະພາ ໄດ້ສເນີ ຮ່າງກົດໝາຍ ວ່າດ້ວຍ ຫັຖກັມ, ຊຶ່ງເປັນກົດໝາຍ ຮ່າງຂຶ້ນມາ ທີ່ຮ່າງຂຶ້ນມາໃໝ່, ແຕ່ວ່າ ກໍຍັງມີ ມາຕຣາ ທີ່ຍັງ ບໍ່ມີຄວາມເໝາະສົມ ກ່ຽວກັບ ການຈັດອົງປະກອບ ແລະ ນະໂຍບາຍ ສົ່ງເສີມ ທີ່ໄດ້ກໍານົດໄວ້, ໂດຍຜູ້ແທນ ຕ່າງໜ້າ ທ່ານນຶ່ງ ເວົ້າວ່າ:
“ຄວາມຈິງ ຊ່າງໄມ້ ຫັຖກັມ ທີ່ມີຝຣທື ກໍມີຫລາຍ, ດ້ານກົດໝາຍ ສະບັບນີ້ ເຮົາຄວນ ຈະມີ ມາຕການນຶ່ງ ໃນການສົ່ງເສີມ ໃຫ້ກຽດຕິຄຸນ ແກ່ນາຍຊ່າງ ຜູ້ມີຝີມື ພິເສດ. ອັນນີ້ ກໍເປັນ ການກະຕຸ້ນ ໂດຍກົງ ໃນການຜລິດ.”
ທ່ານ ກ່າວຕໍ່ໄປ ວ່າ: ສໍາລັບ ກົດໝາຍ ສະບັບໃໝ່ນີ້ ໂດຍສ່ວນໃຫຍ່ ຈະເນັ້ນ ແຕ່ນະໂຍບາຍ ໃນເຣື້ອງ ຂອງການເນັ້ນ ຄຸນນະພາບ, ເຣື້ອງຈໍານວນຄົນ ໃນການຜລິດ ແລະ ເຣື້ອງຣາຍຮັບ. ແຕ່ໃນເຣື້ອງ ຂອງນະໂຍບາຍ ໃນການສົ່ງເສີມ ຜູ້ຜລິດນັ້ນ ຍັງບໍ່ຊັດເຈນ ໃນກົດໝາຍ ສະບັບດັ່ງກ່າວ.
ນອກຈາກນັ້ນແລ້ວ, ມີບັນຫາ ໃນເຣື້ອງ ຂອງການຈັດແບ່ງ ປະເພດ ຫັຖກັມ ຕາມຂແນງ ວິຊາຊີບ ອະນຸຮັກ ແລະ ສງວນ, ຄວນຈະຈັດ ຢູ່ໃນຫັຖກັມ ປະເພດໃດ ເຖິງຈະເໝາະສົມ, ໂດຍສະມາຊິກສະພາ ໄດ້ກ່າວ ເຖິງເຣື້ອງນີ້ ວ່າ:
“ຂໍໃຫ້ ຄະນະ ການປ່ຽນກົດໝາຍນີ້ ອະທິບາຍ ໃຫ້ມັນຈະແຈ້ງ ເພື່ອວ່າ ບໍ່ຢາກໃຫ້ ມັນມີຄວາມເຂົ້າໃຈ ສົນລະວົນ ຣະຫວ່າງ ຫັຖກັມ ແລະ ອຸດສາຫະກັມ ວ່າງານ ຫັຖກັມ ກໍເປັນງານ ວຽກນຶ່ງ ທີ່ສໍາຄັນແທ້.”
ຢ່າງໃດ ກໍຕາມ, ສໍາລັບ ຈຸດປະສົງ ຂອງການອອກກົດໝາຍ ສະບັບໃໝ່ນີ້ ເພື່ອວ່າ ສົ່ງເສີມ ພັທນາ ອໍານວຍ ຄວາມສະດວກ ໃຫ້ແກ່ ການຈັດຕັ້ງ ແລະ ໃຫ້ງານ ຫັຖກັມ ມີການຂຍາຍໂຕ ກ່ວາເດີມ, ສ້າງຜົນຜລິດຫັຖກັມ ໃຫ້ກາຍເປັນສິນຄ້າ ສົ່ງອອກ ແລະ ແກ້ໄຂ ຄວາມເປັນຢູ່ ຂອງປະຊາຊົນ ບັນຫາເຜົ່າ ມີການພັທນາ ທີ່ດີຂຶ້ນກ່ວາ ແຕ່ກ່ອນ.