ມາດຕະການ ຄວບຄຸມ ຣາຄາ ສິນຄ້າ
2008.07.19
ໃນຂະນະນີ້ ຣາຄານ້ຳມັນ ແລະ ສິນຄ້າ ເກືອບທຸກຊະນິດ ຖີບສູງຂື້ນ ຢ່າງບໍ່ຢຸດຢັ້ງ ສົມກັບ ພວກພໍ່ຄ້າແມ່ຄ້າ ຫລາຍໆຄົນ ມັກສວຍໂອກາດ ຂື້ນຣາຄາ ສິນຄ້າ ເກີນຂອບເຂດ ເຮັດໃຫ້ ປະຊາຊົນ ໄດ້ຮັບຄວາມເດືອດຮ້ອນ; ສະນັ້ນ ທ່ານ ບົວສອນ ບຸຜາວັນ ນາຍົກ ຣັຖມົນຕຣີ ສປປລາວ ຈຶ່ງປະກາດ ມາດຕະການ ຈະຄວບຄຸມ ສິນຄ້າ ຖ້າຈຳເປັນ ດັ່ງ ທ່ານໄດ້ຖແລງ ຕໍ່ສະພາແຫ່ງຊາດ ເມື່ອບໍ່ດົນ ຜ່ານມາວ່າ:
“ຣັຖບານຈະເພິ້ມຄວາມຮັບຜິດຊອບຕໍ່ການປະຕິບັດບົດບາດ ຈະດຳເນີນມາດຕະ ການແຊກແຊງໃນເມື່ອຈຳເປັນ ເພື່ອໃຫ້ຣາຄາສົມເຫດສົມຜົນ ສະກັດກັ້ນການກັກຕູນເພື່ອສວນໂອກາດຂື້ນ ຣາຄາຕາມອຳເພີໃຈ.”
ໃນຂະນະດຽວກັນ ຜແນກ ສົ່ງເສີມ ການຜລິດ ແລະ ການຄ້າ ນະຄອນຫລວງ ວຽງຈັນ ກໍໄດ້ ວາງມາດຕະການ ເພື່ອລົງໂທດ ຜູ້ສວຍໂອກາດ ຂື້ນຣາຄາ ສິນຄ້າ ເກີນຂອບເຂດ ດັ່ງ ເຈົ້າໜ້າ ທີ່ທ່ານນຶ່ງ ໄດ້ເວົ້າວ່າ:
“ແບບລັກຊະນະກົດໝາຍທຸຣະກິດພວກເຮົາເນາະ ຖ້າຫາກວ່າ ເຈົ້າສວຍໂອ ກາດຂື້ນຣາຄາສິນຄ້າ ຈະປັບໄໝຄັ້ງທີ່ນຶ່ງສອງລ້ານກີບ ຄັ້ງທີ່ສອງ ພວກເຮົາຈະສຶກສາອົບຣົມແລະປັບ ໄໝຫ້າລ້ານ ທ້ຽວທີ່ສາມນີ້ ຈະເປັນ 10 ລ້ານ ແລ້ວພວກເຮົາຈະໃຫ້ເລີກກິດຈະການເລີຍ.”
ສ່ວນທາງ ກະຊວງ ອຸດສາຫະກັມ ແລະ ການຄ້າ ກໍປະກາດ ແຈ້ງໃຫ້ປະຊາຊົນ ຮູ້ວ່າ ໃນເວ ລາ ຣັຖບານ ອະນຸຍາດ ໃຫ້ພວກພໍ່ຄ້າ ແມ່ຄ້າ ຂື້ນຣາຄາສິນຄ້າ ຊະນິດໃດ ຊະນິດນຶ່ງ ທາງກະຊວງຈະປະກາດ ໃຫ້ປະຊາຊົນ ຮູ້ລ່ວງໜ້າ ເພື່ອບໍ່ຢາກໃຫ້ ມີການກະທົບ ກະເທືອນ ຕໍ່ຊີວິດ ການເປັນຢູ່ ຂອງຜູ້ບໍຣິໂພກ.