ອົງການລາວເສຣີເຂົ້າພົບ ທາງການ ສະຫະຣັຖ
2017.02.21
ອົງການລາວເສຣີ Free Lao Campaign ຮວມດ້ວຍ ຫຼາຍອົງການຈັດຕັ້ງ ທີ່ສະຫະຣັຖ ອະເມຣິກາ ຊຶ່ງເຄື່ອນໄຫວ ຕໍ່ສູ້ເພື່ອ ປະຊາທິ- ປະຕັຍ ໃນລາວ ພົບພໍ້ກັບ ເຈົ້າໜ້າທີ່ ຣັຖສະພາ ແລະ ເຈົ້າໜ້າທີ່ ກະຊວງ ການຕ່າງປະເທສ ແລະ ອົງການຈັດຕັ້ງ ເພື່ອ ສິດທິມະນຸດ ແລະ ປະຊາທິປະຕັຍ ຂອງ ສະຫະຣັຖ ອະເມຣິກາ ທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ ໃນວັນທີ 16 ແລະ 17 ກຸມພາ 2017 ນີ້.
ທ່ານ ອິນຊີທອງ ຄນະນໍາ ແລະທັງເປັນ ໂຄສົກອົງການ ລາວເສຣີ ໃຫ້ສໍາພາດ ວິທຍຸເອເຊັຍ ກ່ຽວກັບ ບັນຫາຕ່າງໆ ຊຶ່ງກ່ຽວຂ້ອງກັບ ສິດທິມະນຸດ ແລະ ປະຊາທິປະຕັຍ ຢູ່ລາວ ພາຍຫຼັງການພົບພໍ້ ກັບເຈົ້າໜ້າທີ່ ຈາກສະຖາບັນຕ່າງໆ ຂອງສະຫະຣັຖ ຕອນນຶ່ງວ່າ: ສຽງ...
ທ່ານກ່າວຕື່ມວ່າບັນຫາ ທີ່ໄດ້ມີການ ຍົກຂຶ້ນເວົ້າ ຢູ່ໃນຣະຫວ່າງ ການພົບພໍ້ກັນນັ້ນ ກໍມີຫຼາຍບັນຫາ ຊຶ່ງໃນນັ້ນ ຕົ້ນຕໍກໍແມ່ນ ສອງບັນຫາ ໃຫຍ່: ສຽງ...
ອັນທີສອງ ທ່ານເວົ້າວ່າ ພວກທ່ານ ໄດ້ເນັ້ນໜັກໃສ່ ຍັດຕິ ທີ່ວ່າໄດ້ສເນີໄປແລ້ວ ແຕ່ທາງ ຣັຖສະພາ ຍັງບໍ່ຮັບຜ່ານ, ພວກທ່ານໄດ້ ຮຽກຮ້ອງ ໃຫ້ມີການ ຄົ້ນຄວ້າ ພິຈາຣະນາ ໃໝ່ຕື່ມອີກ ເນຶ່ອງຈາກວ່າ ສະພາບການຢູ່ ສປປລາວ ປັດຈຸບັນ ກໍາລັງເດືອດຮ້ອນ ຫຼາຍ ຕໍ່ຊີວິດການເປັນຢູ່ ຂອງ ປະຊາຊົນ.
ພ້ອມດຽວກັນນັ້ນ ທ່ານ ສົມຈິດ ສຸວັນນະຄີລີ ຄນະນໍາອົງການ ສນັບສນູນ ການເຄື່ອນໄຫວ ເພື່ອ ປະຊາທິປະຕັຍ ໃນລາວ ກໍໄດ້ກ່າວຕໍ່ ວິທຍຸເອເຊັຽ ເສຣີ ກ່ຽວກັບ ຄວາມຮູ້ສຶກ ຂອງຕົນ ຜ່ານການພົບພໍ້ ປຶກສາຫາລື ກັບເຈົ້າໜ້າທີ່ ກ່ຽວຂ້ອງ ຂອງ ສະຫະຣັຖ ອະເມຣິກາ ທັງພາກຣັຖ ແລະອົງການ ຈັດຕັ້ງ ທີ່ບໍ່ຂຶ້ນກັບ ຣັຖບາລ ຫຼາຍອົງການ ນັ້ນວ່າ: ສຽງ...
ອົງການຈັດຕັ້ງຕ່າງໆ ທີ່ໄປເຄື່ອນໄຫວ ວຽກງານການເມືອງ 2 ມື້ ທີ່ ວໍຊິງຕັນ ດີຊີ ຄັ້ງນີ້ ພ້ອມກັບ ຜູ້ຕາງໜ້າ ອົງການລາວ ເສຣີ Free Lao Campaign ທີ່ເປັນຫລັກ ໃນການພົບພໍ້ ກັບຝ່າຍ ສະຫະຣັຖ ທີ່ວ່ານັ້ນແລ້ວ ກໍຍັງມີ ຜູ້ຕາງໜ້າ ແລະ ສະມາຊິກ ຈາກອີກ 4 ອົງການຈັດຕັ້ງ ຂອງລາວ ທີ່ສະຫະຣັຖ ອະເມຣິກາ ອັນມີ ອົງການສນັບສນູນການ ເຄື່ອນໄຫວ ເພື່ອ ປະຊາທິປະຕັຍ ໃນລາວ, ອົງການ ທະຫານ ຜ່ານເສິກ, ອົງການ ເພື່ອສິດທິມະນຸດ ແລະ ປະຊາທິປະຕັຍ ໃນລາວ ແລະ ອົງການ ພັນທະມິດ ເພື່ອປະຊາທິປະຕັຍ ໃນລາວ ກໍເຂົ້າຮ່ວມ ນໍາດ້ວຍ.