ນໍ້າຖ້ວມວຽດນາມ
2010.10.19

ກົດຟັງສຽງ
ອົງການກາຊາດ ສາກົລ ຮ້ອງຂໍການຊ່ວຍເຫລືອ ຫລາຍກວ່າ 1 ລ້ານໂດລາ ສໍາລັບຊາວວຽດນາມ ທີ່ປະສົບເຄາະ ພັຍນໍ້າຖ້ວມ ທີ່ຮ້າຍແຮງ ໃນຄັ້ງນີ້. ຕາມຖແລງການ ຂອງສະພາກາຊາດ ສາກົລ. ໃນຂນະທີ່ເຂດ ພາກກາງຂອງ ວຽດນາມ ຍັງຕໍ່ສູ້ກັບ ສະພາບຫຍູ້ງຍາກ ຫລັງເກີດເຫດ ນໍ້າຖ້ວມ ທີ່ເຮັດໃຫ້ມີ ຜູ້ເສັຽຊີວິດ ຫລາຍສິບຄົນແລະ ອີກເຄິ່ງລ້ານຄົນ ໄດ້ຮັບຜົລກະທົບນັ້ນ ກາຊາດສາກົລ Red Cross ແລະ Red Crescent ເວລານີ້ ກໍາລັງຮ້ອງຂໍ ການຊ່ວຍເຫລືອ ຢ່າງຮີບດ່ວນ ໃນມູນຄ່າ 1 ລ້ານ 8 ໝື່ນໂດລາ ສະຫະຣັຖ ເພື່ອຊ່ວຍຜູ້ປະສົບພັຍ.
ຈໍານວນຊາວວຽດນາມ ທີ່ໄດ້ຮັບຜົລ ກະທົບນັ້ນ ກໍມີທັງພວກຄົນ ທີ່ຖືກໃຫ້ຍ້າຍຖີ່ນ ຫລືພວກຄົນທີ່ ບ້ານເຮືອນ ເນື້ອທີ່ດິນ, ທີ່ນາ ທໍາການປູກຝັງຕ່າງໆ ໄດ້ຮັບຄວາມ ເສັຽຫາຍ ຮວມຢູ່ດ້ວຍ. ທາງການວຽດນາມ ເວົ້າໃນວັນຈັນນີ້ວ່າ ຈໍານວນ ຜູ້ເສັຽຊີວິດ ຍ້ອນພັຍນໍ້າຖ້ວມ ທີ່ເກີດຈາກ ຝົນຕົກໜັກ ໃນພາກກາງວຽດນາມ ເພີ້ມຂຶ້ນຮອດ 32 ຄົນ ຂນະທີ່ຜູ້ ສູນຫາຍ ຍັງບໍ່ຮູ້ ຈໍານວນແນ່ນອນເທື່ອ ພາຍຫລັງທີ່ຣົດເມ ຈົມຢູ່ໃນນໍ້າ ແລະບ້ານເຮືອນ 150 ພັນ ຫລັງກໍຖືກຈົມນໍ້າ.
ອົງການກາຊາດ ວ່າ ເກີດເຫດນໍ້າຖ້ວມ ຢ່າງກະທັນຫັນ ດັ່ງກ່າວ ເປັນການເພີ້ມເຕີມ ຄວາມເສັຽຫາຍ ຈາກຝົນຣະດູ ການທີ່ຕົກ ເມື່ອຕົ້ນເດືອນນີ້ ທີ່ເຮັດໃຫ້ນໍ້າ ໃນແມ່ນໍ້າ ແລະ ໃນເຂື່ອນຕ່າງໆ ລົ້ນອອກມາຖ້ວມ.