ມາດາມ ອອງຊານຊູຈິ ຍັງບໍ່ຖືກປ່ອຍຕົວ
2010.10.18

ກົດຟັງສຽງ
ທ່ານບານກິມູນ ໄດ້ກ່າວຫາຣັຖບານ ທະຫານພະມ້າ ວ່າປະຕິບັດ ພັນທະ ທາງການເມືອງ ຂອງຕົນຢ່າງຊັກຊ້າ ແລະບໍ່ສໍາເຣັດ. ໃນຣາຍງານ ກ່ຽວກັບບັນຫາ ສິດທິມະນຸດ ໃນພະມ້າ ທ່ານມູນ ອີກເທື່ອນຶ່ງ ຮຽກຮ້ອງໃຫ້ຣັຖບານ ທະຫານພະມ້າ ປ່ອຍຕົວ ມາດາມອອງຊານ ຊູຈິ ຜູ້ໃຊ້ຊີວິດ ສ່ວນໃຫຍ່ຢູ່ໃນ ການກັກຂັງ ບໍຣິເວນ ໃນລະຍະເກືອບ 20 ປີຫລັງມານີ້. ພັກສັນນິບາດ ແຫ່ງຊາດ ເພື່ອປະຊາທິປະຕັຍ ຂອງນາງ ໄດ້ຊະນະການ ເລືອກຕັ້ງ ປີ 1990 ຢ່າງຖ້ວມທົ້ນ ແຕ່ນາງຫາກບໍ່ເຄີຍ ໄດ້ຮັບ ອະນຸຍາດໃຫ້ ບໍຣິຫານ ບ້ານເມືອງ. ແລະໃນການເລືອກຕັ້ງ ຊຸດນີ້ ຣັຖບານ ທະຫານພະມ່າ ກໍໄດ້ຫ້າມນາງ ບໍ່ໃຫ້ເຂົ້າຮ່ວມ. ຜູ້ນໍາສະຫະ ປະຊາຊາດ ເວົ້າວ່າ ນັບແຕ່ທ່ານ ໄດ້ເດີນທາງ ຢ້ຽມຢາມພະມ້າ ເມື່ອເດືອນ ກໍຣະກະດາ ປີ 2009 ມາ ຣັຖບານທະຫານ ພະມ້າ ກໍໄດ້ສະແດງ ສັນຍານການປ່ຽນແປງ ຈໍານວນນຶ່ງ ໃນພາກ ປະຕິບັດ ເຊັ່ນ ການປ່ອຍ ນັກໂທດການເມືອງ ຫລາຍກວ່າ 130 ຄົນເມື່ອເດືອນ ກັນຍາ ປີກາຍ.
ແຕ່ເຖິງແນວໃດ ການກັກຂັງ ນັກໂທດການເມືອງ ຄົນອຶ່ນໆຮວມທັງ ມາດາມ ອອງຊານຊູຈິ ຍັງເປັນບັນຫາ ທີ່ໜ້າກັງວົນທີ່ສຸດ. ພ້ອມດຽວກັນ ທ່ານ ກໍຮຽກຮ້ອງໃຫ້ຣັຖບານ ທະຫານພະມ້າ ນັບຖືສິດທິ ພື້ນຖານ ມະນຸດໃນການ ສະແດງ ຄວາມຄິດຄວາມເຫັນ ການຊຸມນຸມ ແລະ ຈັດຕັ້ງສະມາຄົມ ສໍາລັບພົລເມືອງ ຂອງຕົນທຸກຄົນ ຮວມທັງການ ອະພິບາຍບັນຫາ ທາງການເມືອງ ແລະ ໄດ້ຮັບຂໍ້ມູນ ຂ່າວສານຕ່າງໆ ຖ້າບໍ່ດັ່ງນັ້ນ ປະຊາຄົມສາກົນ ກໍຈະບໍ່ໄວ້ວາງໃຈ ການເລືອກຕັ້ງ ຂອງພະມ້າ.
ທ່ານມູນ ເຕືອນວ່າ ການເລືອກຕັ້ງຄັ້ງນີ້ ຈະເປັນການທົດສອບ ຄັ້ງສໍາຄັນ ກ່ຽວກັບ ຄວາມສະງົບສຸກ ປະຊາທິປະຕັຍ ແລະ ຄວາມຢູ່ດີກິນດີ ພາຍໃນປະເທດ ພະມ້າ ໃນຂັ້ນ ຕໍ່ໄປ.