ການເລືອກຕັ້ງໃນພະມ້າ

ພັກຝ່າຍຄ້ານ ພະມ່າ ວ່າ ການເລືອກຕັ້ງ ເປັນບາດກ້າວ ເຄື່ອນຍ້າຍໄປສູ່ ປະຊາທິປະໄຕ.

0:00 / 0:00

ກົດຟັງສຽງ

ພັກການເມືອງທີ່ ເປັນອະດີດ ສະມາຊິກ ຂອງຜູ້ນຳຝ່າຍຄ້ານ ມາດາມ ອອງຊານຊູຈິ ໄດ້ຈັດຕັ້ງຂຶ້ນ ກ່າວວ່າ ການເລືອກຕັ້ງ ທີ່ຈະມີຂຶ້ນ ໃນມໍ່ໆນີ້ ເປັນບາດກ້າວທຳອິດ ທີ່ຈະເຄື່ອນຍ້າຍ ໄປສູ່ ປະຊາທິປະໄຕ ພາຍໃຕ້ການຄອງອຳນາດ ຂອງ ຣັຖບານທະຫານ. ອີງຕາມລາຍງານ ຂອງໜັງສືພິມ ທາງການ ໃນມື້ວັນຈັນທີ 11 ຕຸລາ 2010.

ທ່ານ Than Nyein ປະທານພັກ ກຳລັງປະຊາທິປະໄຕ ແຫ່ງຊາດ ກ່າວໃນຖແລງການ ກ່ຽວກັບ ນະໂຍບາຍພັກ ໃນໜັງສືພິມ ພາສາອັງກິດ New Light of Myanmar ວ່າ “ປັດຈຸບັນນີ້ ປະເທດພະມ່າ ກຳລັງຢູ່ໃນພາວະ ການປ່ຽນແປງໄປສູ່ ລະບົບ ປະຊາທິປະໄຕ”.

ທ່ານກ່າວອີກວ່າ “ພວກເຮົາເຊື່ອວ່າ ການເລືອກຕັ້ງ ທີ່ຈະມີຂຶ້ນ ໃນມໍ່ໆນີ້ ເປັນບາດກ້າວທຳອິດ ທີ່ປະຊາຊົນ ຕ້ອງການ”. ການຕັດສິນໃຈ ເຂົ້າຮ່ວມ ໃນການເລືອກຕັ້ງ ຂອງ ພັກກຳລັງ ປະຊາທິປະໄຕ ແຫ່ງຊາດ ໃນມື້ວັນທີ 7 ພຶກຈິກາ 2010 ເຮັດໃຫ້ອະດີດ ສະມາຊິກພັກ ສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ພະມ່າ ຮວມທັງ ມາດາມ ອອງຊານຊູຈິ ບໍ່ພໍໃຈ ຈົນໄດ້ຕັດສິນໃຈ ບໍ່ເຂົ້າຮ່ວມ ໃນການເລືອກຕັ້ງ ເທື່ອນີ້ ຍ້ອນເຫັນວ່າກົດລະບຽບ ໃນການເລືອກຕັ້ງ ບໍ່ຍຸຕິທັມ.

ການເລືອກຕັ້ງ ທີ່ຈະມີຂຶ້ນ ເທື່ອທຳອິດໃນຮອບ 20 ປີ, ໄດ້ຖືກ ປະນາມຕິຕຽນ ຈາກອົງການເຄື່ອນໄຫວ ສາກົນ ແລະ ຣັຖບານຕາເວັນຕົກ ຢ່າງຫລວງຫລາຍ ຍ້ອນເຫັນວ່າ ການເລືອກຕັ້ງແມ່ນ ເພື່ອພຍາຍາມ ຂຍາຍອິດທິພົນ ການປົກຄອງຂອງ ຝ່າຍຣັຖບານທະຫານ ທີ່ໄດ້ກຳອຳນາດ ຍາວນານມາກວ່າ ເຄິ່ງສັຕວັດແລ້ວ.