ລາງວັນໂນແບລ ຂແນງສັນຕິພາບ

ນັກເຄື່ອນໄຫວຈີນ ອຸທິດ ລາງວັນໂນແບລ ໃຫ້ແກ່ບັນດາ ຜູ້ທີ່ໄດ້ຮັບ ເຄາະຮ້າຍ ໃນເຫດການ ຢູ່ຈະຕຸຣັດ ທຽນອັນເໝີນ.
ໂພໄຊສວັດ
2010.10.11
F-liu-nobel ທ່ານຫລິ໊ວຊ໊ຽວໂບ໊ Liu Xiaobo ນັກເຄື່ອນໄຫວເພື່ອ ປະຊາທິປະໄຕຊາວຈີນ ຜູ້ອຸທິດ ລາງວັນໂນແບລ ສັນຕິພາບ ໃຫ້ແກ່ຜູ້ທີ່ເສັຽຊີວິດ ໃນເຫດການ ທຽນອັນເໝີນ 1989
Courtesy Nobelprize.org - Wikidemia Collage : RFA

ກົດຟັງສຽງ

ທ່ານ ຫລິ໊ວ ຊ໊ຽວໂບ໊, ຜູ້ທີ່ໄດ້ຮັບລາງວັນ ໂນແບລ ຄົນທຳອິດຂອງຈີນ ໄດ້ອຸທິດລາງວັນ ດັ່ງກ່າວ ໃຫ້ແກ່ດວງວິນຍານ ຂອງຜູ້ທີ່ເສັຍຊີວິດ ເມື່ອຖືກປາບປາມ ໃນເຫດການ ຕໍ່ສູ້ເພື່ອ ປະຊາທິປະໄຕ ຢູ່ຈະຕຸຣັດທຽນ ອັນເໝີນ. ອົງການສິດທິ ມະນຸດສາກົນ ກ່າວໃນມື້ວັນ ອາທິດ ທີ 10 ຕຸລາ 2010.

ອົງການສິດທິມະນຸດ ຈີນ ທີ່ມີສູນກາງຢູ່ ສະຫະຣັຖ ອະເມຣິກາ ກ່າວອ້າງຄຳເວົ້າ ຂອງພັລຍາ ຂອງທ່ານ ຫລິ໊ວ ຊ໊ຽວໂບ໊, ນາງ ຫລິ໊ວ ເຊັ໊ຍ ວ່ານາງໄດ້ຖືກ ເຈົ້າໜ້າທີ່ ທາງການ ກຸງປັກກິ່ງ ກັກຂັງບໍລິເວນ ຫລັງຈາກທີ່ໄດ້ ໂອ້ລົມກັບສາມີ.

ອົງການ ສິດທິມະນຸດຈີນ ອ້າງຄຳເວົ້າຂອງທ່ານ ຫລິ໊ວ ຊ໊ຽວໂບ໊ ທີ່ໄດ້ບອກກັບ ພັລຍາວ່າ "ລາງວັນນີ້ ຂໍມອບໃຫ້ ແກ່ດວງວິນຍານ ຂອງຜູ້ຄົນທີ່ໄດ້ ເສັຍຊີວິດ ໄປໃນມື້ວັນ ທີ 4 ມິຖຸນາ” ໝາຍເຖິງມື້ທີ່ ຣັຖບານຈີນໄດ້ ເຂົ້າປາບປາມ ນັກສຶກສາ ທີ່ພາກັນປະທ້ວງ ຢູ່ຈະຕຸຣັດທຽນອັນເໝີນ ເມື່ອປີ 1989”.

ນາງ ຫລິ໊ວ ເຊັ໊ຍ ກ່າວວ່າສາມີ ຂອງນາງກ່າວ ທັງນ້ຳຕາຕົກວ່າ “ຜູ້ຄົນເຫລົ່ານັ້ນ ເສັຍສະລະຢ່າງໃຫຍ່ຫລວງ ເສັຍສະລະຊີວິດ ເພື່ອສັນຕິພາບ, ອິສຣະພາບ ແລະ ປະຊາທິປະໄຕ”.

ອົງການ ສິດທິມະນຸດຈີນ ຍັງໄດ້ປະກາດ ຮຽກຮ້ອງຢ່າງແຮງກ້າ ຜ່ານຖແລງຂ່າວ ໃຫ້ປະຊາຄົມໂລກ ກົດດັນເຈົ້າໜ້າທີ່ ທາງການຈີນ ປ່ອຍນາງ ຫລິ໊ວເຊັ໊ຍ ທີ່ຖືກກັກຂັງ ບໍລິເວນ, ທ່ານ ຫລິ໊ວຊ໊ຽວໂບ໊ ແລະ ນັກໂເທດຈິດ ສຳນຶກອື່ນໆອີກ ທີ່ຖືກຈັບກັກຂັງ ພຽງແຕ່ໄດ້ ສະແດງສິດທິ ໃນການອອກ ຄວາມຄິດຄວາມເຫັນ ເທົ່ານັ້ນ.
ໃນເວລາດຽວກັນ ໂຄສົກຈາກ ອົງການ ສິດທິມະນຸດ ສະຫະຣັຖ ກໍຍັງຢືນຢັນວ່າ ນາງ ຫລິ໊ວເຊັ໊ຍ ໄດ້ຖືກກັກຂັງແທ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.