ບັນຫາເລືອກຕັ້ງຂອງ ຊາວຕີເບດພັດຖິ່ນ
2010.10.05
ກົດຟັງສຽງ
ເຈົ້າໜ້າທີ່ ຕໍາຣວດ ເນປານ ກີດກັ້ນ ຊາວຕີເບດພັດຖິ່ນ ຫລາຍພັນຄົນ ຈາກການລົງ ຄະແນນສຽງເລືອກຕັ້ງ ເອົາຣັຖບານ ພັດຖິ່ນ ຂອງຂະເຈົ້າ ໂດຍເຂົ້າຍຶດເອົາ ຫີບປ່ອນບັດ. ອີງຕາມຄໍາເວົ້າ ຂອງຕໍາຣວດ ແລະ ນັກເຄື່ອນໄຫວ ໃນມື້ວັນອັງຄານນີ້.
ຜູ້ທີ່ເຫັນເຫດການ ເວົ້າວາ ຕໍາຣວດ ໄດ້ສລາຍສູນກາງ ການລົງຄະແນນສຽງ 3 ແຫ່ງ ໃນກາງເມືອງ ນະຄອນຫລວງ ກັດມັນດູ ບ່ອນທີ່ ຊາວຕີເບດ ອາສັຍຢູ່ເກືອບເຖິງ 9 ພັນຄົນ ໃນຂະນະທີ່ ມີການລົງ ຄະແນນສຽງ ເມື່ອວັນອາທິດ.
ຊາວຕີເບດ ຄົນນຶ່ງ ເວົ້າວ່າ: ນີ້ ເປັນການລະເມີດສິດທິ ຂອງຂະເຈົ້າ, ຊາວຕີເບດ ເຊື່ອວ່າ ທຸກໆຄົນ ຄວນໄດ້ຮັບອະນຸຍາດ ໃຫ້ລົງຄະແນນສຽງ. ມີຊາວຕີເບດ ຫລາຍພັນ ຄົນ ທີ່ຕັ້ງຖິ່ນຖານ ໃນປະເທດ ອິນເດັຍ, ພູຖານ, ເນປານ, ຢູໂຣບ ແລະ ສະຫະຣັຖ, ໄດ້ລົງຄະແນນສຽງ ໃນມື້ວັນອາທິດ, ຊຶ່ງເປັນການລົງ ຄະແນນສຽງຂັ້ນຕົ້ນ ເພື່ອເລືອກເອົາ ນາຍົກຣັຖມົນຕຣີ ແລະ ຣັຖສະພາ ຊຸດໃໝ່ ຢູ່ນອກປະເທດ.
ຫົວໜ້າ ຕໍາຣວດ ທີ່ກັດມັນດູ, ທ່ານ ຣາເມັສ ຄາແຣວ ຢືນຢັນ ກ່ຽວກັບ ການຍຶດ ຫີບປ່ອນບັດເລືອກຕັ້ງ ແລະ ເວົ້າວ່າ ການກະທໍາດັ່ງກ່າວ ແມ່ນຫລີກລ້ຽງ ອັນທີ່ທ່ານ ເອີ້ນວ່າ ການລົງຄະແນນ ທີ່ຜິດກົດໝາຍ. ທ່ານ ກ່າວຕໍ່ຜູ່ສື່ຂ່າວ ເອ ແອັຟ ພີ ວ່າ ຊາວຕີເບດ ທີ່ຕັ້ງຖິ່ນຖານ ໃນເນປານນັ້ນ, ມັນເປັນເຣື້ອງ ຜິດກົດໝາຍ ສໍາລັຍ ຂະເຈົ້າ ທີ່ຈັດການເລືອກຕັ້ງ ສະນັ້ນ ທາງເຈົ້າໜ້າທີ່ ຕ້ອງຍຶດເອົາ ຫີບປ່ອນບັດ.
ຍານາງ ແມຣີ ແບັດ ມາຄີ, ປະທານ ການເຄື່ອນໄຫວ ເພື່ອຊາວຕີເບດ, ຕໍານິ ອັນທີ່ຍານາງ ເອີ້ນວ່າ ການບຸກລຸກ ທີ່ບໍ່ຖືກຕ້ອງ ໂດຍຕໍາຣວດ ເນປານ ເພື່ອປາບປາມ ການໃຊ້ສິດ ຢ່າງມີ ປະຊາທິປະໄຕ ຂອງຊາວຕີເບດ ໃນການເລືອກຕັ້ງ ທີ່ຍຸຕິທັມ ແລະ ອິສຣະພາບ. ແລະ ວ່າ ເພື່ອເປັນການນັບຖື ປະຊາທິປະໄຕ, ຫີບປ່ອນບັດນັ້ນ ຕ້ອງຖືກສົ່ງຄືນ ໃຫ້ຊາວຕີເບດ ໃນເນປານ ໂດຍຮີບດ່ວນ.