ທ່ານ ຊອນ ແມັກຄໍແມັກ, ໂຄສົກກະຊວງການຕ່າງປະເທດ ສະຫະຣັດ, ກ່າວຕໍ່ຜູ້ສື່ຂ່າວ ພາຍຫລັງ ການສົ່ງ ທວັນໄຟ ທີ່ກຸງປາຣີ ຖືກຕັດເວລາ ໃຫ້ສັ້ນລົງ ຍ້ອນວ່າ ມີການປະທ້ວງ ຕ້ານການປາບປາມ ຕີເບດ ຂອງຈີນ.
ແຕ່ວ່າ ທ່ານ ແມັກຄໍແມັກ ເວົ້າວ່າ ກະຊວງການຕ່າງປະເທດ ສະຫະຣັດ ໄດ້ຊ່ອຍເຫລືອ ດ້ານຄວາມປອດພັຍ ໃຫ້ກັບ ໂຕແທນ ໃນສະຫະຣັດ ທີ່ນະຄອນ ແຊນ ຟແຣນຊິສໂກ ໃນມື້ວັນພຸດນີ້. ແລະ ວ່າ ພວກທ່ານ ສນັບສນູນ ເຈົ້າໜ້າທີ່ ທ້ອງຖິ່ນ ປະຈໍາ ແຊນ ຟແລນຊິສໂກ, ໃນການວາງແຜນ ແລະ ຄວາມປອດພັຍ ໃນການແລ່ນທວັນໄຟ.
ທ່ານ ແມັກຄໍແມັກ ແລະ ເຈົ້າໜ້າທີ່ ສະຫະຣັດ ຄົນອື່ນໆ ຮຽກຮ້ອງ ເຈົ້າໜ້າທີ່ ຈີນ ຢູ່ເລື້ອຍໆ ເພື່ອໃຫ້ຍັບຍັ້ງ ການປາບປາມ ພວກປະທ້ວງ ໃນຕີເບດ ແລະ ເປີດການເຈຣະຈາ ກັບ ອົງດາລາຍ ລາມະ.