ເລຂາທິການ UN ຢ້ຽມຢາມ ພະມ້າ

ທ່ານ Ban Ki-moon ເລຂາທິກາຣໃຫຍ່ ສະຫະປະຊາຊາຕ ຈະເດີນທາງໄປ ພະມ້າ ເພື່ອໄກ່ເກັ່ຽ ໃຫ້ທາງຜູ້ນຳ ຂອງຣັຖບາລ ທະຫາຣພະມ້າ ປະຕິຮູບ ຣະບົບກາຣປົກຄອງ ໄປສູ່ກາຣມີ ປະຊາທິປະໄຕ ພ້ອມກັບ ໃຫ້ມີກາຣປ່ອຍ ບັນດາ ນັກໂທສກາຣເມືອງ ທຸກໆຄົນ ອອກຈາກຄຸກຄຸມຂັງ ໂດຽບໍ່ມີເງື່ອນໄຂໃດໆ.
ຫວາດ ສີມູນ ຣາຍງານ
2009.06.30

ຍານາງ Michele Montas ​ໂຄສົກຂອງອົງກາຣ ສະຫະປະຊາຊາຕ ໄດ້ແຈ້ງ ຕໍ່ທາງສື່ມວລຊົນ ວ່າ: ທ່ານ Ban Ki-moon ມີກຳໜົດອອກເດີນທາງ ໄປຢ້ຽມຢາມພະມ້າ ໃນວັນທີ່ 3-4 ກໍຣະກະດານີ້ ​​ແລະ  ມີຄວາມຕັ້ງໃຈ ທີ່ຈະໄປພົບປະຫາຣື ກັບທາງຜູ້ນຳຂອງຣັຖບາລ ທະຫາຣພະມ້າ​ ​ເພື່ອໃຫ້ປ່ອຍນັກໂທສກາຣເມືອງ ທຸກຄົນ ຮວມທັງ ຍານາງ Aung San Suu-kyi ​ໃຫ້ເປັນອິສຣະ ພ້ອມກັບຢາກໃຫ້ ທາງກາຣພະມ້າ​ ​ໄດ້ເປີດໃຫ້ມີ ກາຣເຈຣະຈາກັບບັນດາ ຜູ້ນຳຂອງພັກຝ່າຍຄ້ານແລະ ຕຣຽມຈັດໃຫ້ມີ ກາຣເລືອກຕັ້ງ ທົ່ວປະເທສແບບມີປະຊາທິປະໄຕ ຢ່າງແທ້ຈີ.

ຍານາງ Aung San Suu-kyi ຜູ້ນຳຂອງພັກສັນນິບາດແຫ່ງຊາຕ ເພື່ອປະຊາທິປະໄຕ ພະມ້າ ຖືກຈັບເຂົ້າຄຸກແລະ ກັກບໍຣິເວນ ມາຢ່າງຕໍ່​​ເນື່ອງ ຮວມເປັນທັງໝົດ ບໍ່ຕໍ່າກວ່າ 13 ​ໃນຣະຍະ 19 ປີ ທີ່ຜ່ານມາ ທັ້ງໆທີ່ພັກກາຣເມືອງຂອງຍານາງ ຊະນະກາຣເລືອກຕັ້ງ ທົ່ວປະເທສໃນປີ 1990 ນັ້ນ ກໍຕາມແຕ່ທາງຝ່າຍກຳລັງທະຫາຣ ບໍ່ຍອມວາງອຳນາຈ ຈົນເທົ່າປັຈຈຸບັນນີ້.

ຍານາງ Aung San Suu-kyi ຄວນທີ່ຈະໄດ້ຖືກປ່ອຍອອກຈາກກາຣກັກບໍຣິເວນ ໃນວັນທີ່ 27 ພືສພາ ຜ່ານມາແຕ່ຊ້ຳຖືກຈັບ ເຂົ້າຄຸກ ໃນຂໍ້ຫາ ທີ່ວ່າ ຍານາງ ມີກາຣພົວພັນກັບຊາວອະເມຣິກັນ ຄົນໜື່ງ ທີ່ວ່າ ລອຍຂ້າມບຶງ ນ້ຳເຂົ້າໄປ ໃນບໍຣິເວນ ທີ່ພັກ ຂອງຍານາງ​​ ​ແລະ ກໍອາຈ ຖືກຈຳຄຸກຕໍ່ໄປຕື່ມອີກ ຖ້າທາງສາລ ຫາກຕັດສີນ ໃຫ້ມີຄວາມຜິດຕາມກາຣກ່າວຫາ ນັ້ນ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.