ຈີນຮົງກົ້ງ ບໍ່ໃຫ້ ນັກປະທ້ວງ ເຂົ້າເມືອງ

ຫົວຫນ້າ ນັກເຂື່ອນໃຫວ ນັກສືກສາ ໃນເຫດການ ທຽນອັນຫມຽນ ຄົນສຳຄັນ ທີ່ຫນີໄປ ລີ້ພັຍຢູ່ ຕ່າງປະເທດ ບໍ່ໄດ້ຮັບ ອະນຸຍາດ ໃຫ້ເຂົ້າຮົງກົ້ງ ແລະມາກາວ ໃນອາທີດນີ້.
ສິດນີ
2009.06.04

ຣັຖບານຮົງກົ້ງ ໄດ້ປະຕິເສດ ຫົວຫນ້າ ນັກສືກສາ ໃນເຫດການ ທຽນອັນຫມຽນ ເຂົ້າມາຮົງກົ້ງ ໃນອາທີດນີ້ ອີງຕາມຄຳໃຫ້ ການຂອງ ເຄືອຄ່າຍ ນັກເຄື່ອນໃຫວ ທີ່ຮົງກົ້ງ ຫລັງຈາກນື່ງມື້ ທີຮັຖບານ ຮົງກົ້ງ ໄດ້ອະນຸຍາດ ນັກເຄຶ່ອນໃຫວ ຄົນອື່ນເຂົ້າມາ.

ນາຍ ຊຽງຊົວຈີ ນື່ງໃນຈຳນວນ ຫົວຫນ້າ ນັກສືກສາຜູ້ ທີ່ເຈຣະຈາກັບ ຣັຖບານຈີນ ໃນເຫດການ ທຽນອັນຫມຽນ ໃນປີ 1989 ຖືກປະຕິເສດ ໃຫ້ເຂົ້າມາ ສນາມບີນ ຮົງກົ້ງ ແລະ ກໍ່ຖືກສົ່ງຕົວ ກັບນະຄອນ ນີວຢອກ ໃນມື້ວັນພຸດ ຕອນເຊົ້າ ເຄືອຄ່າຍເພື່ອ ປະຊາທິປະຕັຍ ໃນຮົງກົ້ງ ໃຫ້ການ ກຸ່ມດັ່ງກ່າວບອກວ່າ ນາຍ ຊຽງຊົວ ຕັ້ງໃຈ ຈະໄປຮ່ວມ ພິທີຈູດທູບ ສວດມົນຫາ ດວງວີນຍານຂອງ ສະມາຊີກທີ່ ເສັຽຊີວີດ ຍ້ອນການປາບປາມ ຂອງກຸ່ມ ທະຫານຈີນ ໃນເຫດການ ວັນນັ້ນທີ່ ຮົງກົ້ງ ດ້ວຍຫນັງສື ຜ່ານແດນຂອງ ສະຫາຮັຖ ຖືກຫ້າມເຂົ້າ ປະເທດຈາກ ທາງການຮົງກົ້ງ.

ນາຍ ເຈືອງມັນວັງ ສະມາຊີກ ສະພາຮົງກົ້ງ ຜູ້ທີ່ ສນັບສນູນກຸ່ມ ປະຊາທິປະຕັຍ ບອກວ່າຕາມ ປົກຕິແລ້ວ ບົນຫນ້າຂອງ ຣັຖບານ ຮົງກົ້ງ ມີໂອ້ລົມກັນ ກ່ຽວກັບເຫດການ ທຽນອັນຫມຽນ ແບບເປີດແປນ ແຕ່ສະພາບຄວາມ ເປັນຈີງແລ້ວ ພວກທ່ານ ປິດປະຕູທຸກ ດ້ານຂອງເຫດການ ທຽນອັນຫມຽນ. ການກະທຳ ດັ່ງກ່າວ ຂອງຣັຖບານ ຮົງກົ້ງ ທີ່ສົ່ງນັກ ເຄື່ອນໃຫວຊາວຈີນ ກັບສະຫາຣັຖ ຖືກປະນາມຈາກ ຣັຖບານ ສະຫາຣັດ.

ທ່ານ Dale Kreisher ໂຄສົກກົງສູນ ສະຫາຣັຖ ທີ່ຮົງກົ້ງກ່າວ ວ່າການ ຕັດສີນໃຈຂອງ ຮົງກົ້ງ ໃນການກະທຳ ດັ່ງກ່າວ ສ້າງຄວາມເຊື່ອມເສັຽ ໃຫ້ແກ່ຊື່ສຽງ ຂອງ ຮົງກົ້ງເອງ ທີ່ເຄີຍມີຊື່ ສຽງໃນການ ເປີດກວ້າງທາງດ້ານ ປະຊາທິປະຕັຍ ສີດເສຣິພາບ ໃນການປາກເວົ້າ ແລະການສະແດງ ອອກຮ່ວມດ້ວຍການ ຊຸ່ມນຸ່ມປະທ້ວງ ທີ່ກ່ຽວພັນທາງ ດ້ານສິດທິ ຂອງ ມະນຸສຊົນ ມາຕລອດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.