ເດັກນ້ອຍ 3 ຄົນ ເສັຍຊີວິດ ຍ້ອນເບື່ອ ນົມຝຸ່ນ

ເດັກນ້ອຍ ຫລາຍຄົນ ເສັຍຊີວິດ ແລະ ຫລາຍພັນ ເຈັບປ່ວຍ ຈາກການກິນ ນົມຝຸ່ນເບື່ອ ສປຈີນ ປະກາດ ວ່າ ເດັກນ້ອຍ ຜູ້ທີສາມ ໄດ້ເສັຍຊີວິດ ຈາກການກິນ ນົມຝຸ່ນ ທີ່ມີ ສານເຄມີເບື່ອ ເຈືອປົນຢູ່ ແລະ ເດັກນ້ອຍ ຫລາຍກວ່າ 6000 ຄົນກໍາລັງ ລົ້ມປ່ວຍ.

ຣັຖມົນຕຣີ ກະຊວງ​ ສາທາຣະນະ​ສຸກ ຈີນ​ ກ່າວສົດ​ ຜ່ານ​ລາຍການ ໂທຣະທັດ ວ່າ ຈໍານວນ​ ເດັກນ້ອຍ​ ທີ່ຄົ້ນ​ພົບ​ວ່າ ​ເກີດ​ອາການ ໝາກ​ໄຂ່ຫລັງ ບໍ່​ເຮັດ​ວຽກ ມີ​ຮອດ 158 ຄົນ​ແລ້ວ.

ເປັນ​ທີ່​ ສັງ​ເກດ​ວ່າ ​ເຫດການ ມີ​ສານ​ເຄມີ​ເບື່ອ ​ໃນ​ອາຫານ ຫລື​ ໃນຜລິດ​ຜົນ ​ອື່ນໆ ​ທີ່​ເກີດ​ ຢູ່​ຈີນ ບໍ່​ແມ່ນ​ເຣື້ອງ​ໃໝ່ ​ໃນ​ປີ​ມໍ່ໆ ​ຜ່ານ​ມາ​ນີ້. ​​ເມື່ອ​ປີ 2004 ຢ່າງ​ນ້ອຍ ​ມີ​ເດັກນ້ອຍ ​ເສັຍ​ຊີວິດ 13 ຄົນ ຫລັງ​ຈາກ​ ທີ່​ໄດ້​ກິນ ​ນົມ​ຝຸ່ນ ທີ່​ບໍ່​ມີ ທາດ​ນົມ ​ເພື່ອ​ບໍາຣຸງ ຮ່າງກາຍ​ເລີຍ.

ຈີນ ​ເປັນ​ປະ​ເທດ ທີ່​ຜລິດ ນົມ​ຝຸ່ນ ​ທີ່​ໃຫຍ່​ທີ 2 ຂອງ​ໂລກ ​ແລະ ບໍລິສັດ Sanlu ກໍ​ເປັນ​ ບໍລິສັດ ​ທີ່​ຂາຍນົມ​ຝຸ່ນ ມາ​ໄດ້ 15 ປິ​ແລ້ວ ​ໂດຍ​ມີ ລະດັບ ​ຂາຍ​ທົ່ວ​ໂລກ​ ຮອດ 18.3 ສ່ວນ​ຮ້ອຍ ​ໂດຍ​ມີ ບໍລິສັດ Fonterra ຈາກ New Zealand ມີ​ຮຸ້ນ​ສ່ວນ 43 ສ່ວນ​ຮ້ອຍ.

ນາຍົກຣັຖມົນຕຣີNew Zealand ຍານາງ Helen Clark ກ່າວ​ເມື່ອ ວັນ​ຈັນ​ນີ້​ ວ່າ ບໍລິສັດ Sanlu ​ໄດ້ ຢຸດ​ການ ຜລິດ ​ແລະ ປະກາດ ​ເກັບ​ເອົາ​ສິນຄ້າ ​ທີ່​ໄດ້​ເອົາ ​ອອກ​ໄປ​ ວາງ​ຂາຍ ​ຕາມ​ຮ້ານ ​ຕ່າງໆ​ຄືນ. ​ແຕ່​ການ ກະທໍາ​ ດັ່ງກ່າວ ​ມີ​ຂື້ນ​ ຫລັງ​ຈາກ​ ທີ່ ​ເຈົ້າ​ໜ້າ​ທີ່ ​ທາງ​ການ​ຈີນ ​ໄດ້ຮັບ​ການ ຕິດ​ຕໍ່ ​ມາ​ຈາກ ຣັຖບານ New Zealand.