ນາຍົກໄທ ພ້ອມຈະເຈຣະຈາ ກັບກຸ່ມປະທ້ວງ

ນາຍົກຣັຖມົນຕຣີໄທ ອະພິສິດ ເວດຊາຊີວະ ວ່າ ພ້ອມທີ່ຈະເຈຣະຈາ ກັບກຸ່ມປະທ້ວງ ເສື້ອແດງ.
ມະນີຈັນ
2010.03.18
F-Taksin ສັນຍາລັກເຄື່ອງໝາຍ ຂອງກຸ່ມປະທ້ວງເສື້ອແດງ 03/17/2010
AFP

ທ່ານ ອະພິສິດ ເວດຊາຊີວະ ກ່າວໃນ ວັນພະຫັດນີ້ວ່າ ທ່ານພ້ອມ ທີ່ຈະເຈຣະຈາ ກັບພວກເສື້ອແດງ ທີ່ທໍາການປະທ້ວງ ຢູ່ບາງກອກ ໃນຂະນະນີ້ ຊື່ງໄດ້ທວງໃຫ້ ທ່ານ ລາອອກ ແລະ ໃຫ້ມີການເລືອກຕັ້ງໃໝ່ ຢ່າງບໍລໍຊ້ານັ້ນ. ຕາມຣາຍງານຂ່າວ AFP.

ມາຮອດ ວັນພຣະຫັດນີ້ ການປະທ້ວງຂອງ ກຸ່ມເສື້ອແດງ ທີ່ສນັບສນູນ ອະດີດ ນາຍົກທັກສິນ ຊີນນະວັດ ປາກົດວ່າ ດໍາເນີນໄປຢ່າງ ສັນຕິ ແຕ່ຫາກມີການໃຊ້ ວິທີການ ທີ່ຂ້ອນຂ້າງ ກະທົບກະເທືອນ ຄວາມຮູ້ສຶກຂອງຜູ້ຄົນ ໂດຍທົ່ວໄປ ເຊັ່ນເອົາເລືອດ ໄປທາໄປຖອກໃສ່ ບ້ານຂອງນາຍົກ ອະພິສິດ ແລະ ຕໍ່ໜ້າຫ້ອງການ. ທ່ານ ອະພິສິດ ກ່າວວ່າ ທ່ານຈິງໃຈ ກ່ຽວກັບການ ເຈຣະຈາ ທີ່ມີເຫດມີຜົລ:

"ທ່ານວ່າ ຖ້າການເຄື່ອນໃຫວ ຊຸມນຸມ ຫາກຍັງຢູ່ ໃນກະຕິກາ ກົດໝາຍບ້ານເມືອງ ຣັຖບານ ກໍບໍ່ຂັດຂ້ອງ ທີ່ຈະເວົ້າຈາກັນ  ຖ້າບໍ່ເປັນໄປ ຄືແນວນັ້ນແລ້ວ ກໍເປັນທີ່ຮັບ ເອົາບໍ່ໄດ້ ສໍາລັບທ່ານ".

ນັບແຕ່ການຊຸມນຸມ ປະທ້ວງໄດ້ ເລີ່ມຂຶ້ນ ທ່ານອະພິສິດ ໄດ້ຢືນຢັນ ບໍ່ປະຕິບັດ ຕາມຂໍ້ເລັ່ງທວງ ຂອງພວກປະທ້ວງ ທີ່ມີຫລາຍທີ່ສຸດ ເຖິງ 1 ແສນຄົນ ໃນວັນອາທິດຜ່ານມາ ມາຮອດ ວັນພຣະຫັດນີ້ ພວກຄົນເສືອແດງ  ຈໍານວນຫລາຍພັນຄົນ ຍັງປັກຫັລກຢູ່ ໃຈກາງເມືອງບາງກອກ ໂດຍໃຫ້ສັນຍາວ່າ ຈະກະທໍາອັນທີ່ ເອີ້ນວ່າ ສົງຄາມ ຊົນຊັ້ນ ໄປຈົນກວ່າ ຣັຖບານໄທ ຊຸດນີ້ຈະລາອອກ. 

ກຸ່ມຄົນເສື້ອແດງ ມີແຜນການປະທ້ວງ ໂດຍຈະມີຂະບວນຣົດ 2 ພັນຄັນ ເຂື່ອນຜ່ານເສັ້ນທາງ ຕ່າງໆ ໃນບາງກອກ ໃນວັນເສົາ ທີ່ຈະມາເຖິງ ແຕ່ວັນພຣະຫັດນີ້ ປາກົດວ່າ ເປັນມື້ພັກຜ່ອນ ເອົາແຮງ ພາຍຫລັງປະທ້ວງ ມາໄດ້ 4 ວັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.