ງານສະແດງ ສິນຄ້າ ຈີນ-ອາຊຽນ ຄັ້ງທີ 6
2009.10.21
ງານສະແດງສິນຄ້າ ຄຸນນະພາບ ທີ່ຈີນໄດ້ຮ່ວມ ເປັນເຈົ້າພາບ ກັບ10 ປະເທດອາຊຽນ ໄດ້ຖືກຈັດຂື້ນ ຢູ່ເມືອງ Nanning ທາງພາກໃຕ້ ຂອງຈີນ ໃນມື້ວັນອັງຄານ ທີ20ຕຸລາ 2009 ເປັນການກະຕຽມ ຂັ້ນສຸດທ້າຍ ເພື່ອຮັບເອົາ ລະບົບ ການຄ້າເສຣີ FTA ຖ້າມກາງບັນຫາ ການຕົກຕໍ່າຂອງ ເສຖກິດໂລກ.
ງານສະແດງສິນຄ້າ ຈີນ-ອາຊຽນ ເປັນພື້ນຖານທີ່ ກໍ່ກຳເນີດຈາກ ຄຳແນະນຳຂອງ ນາຍົກຣັຖມົນຕຣີຈີນ ທ່ານ Wen Jiabao ເມື່ອ 6 ປີກ່ອນ ເພື່ອສົ່ງເສີມ ການຕິດຕໍ່ໃຫ້ ມີຄວາມເຂັ້ມແຂງ ລະຫວ່າງຈີນ ແລະປະເທດ ໃນພາກພື້ນນີ້. ງານດັ່ງກ່າວໄດ້ ຖືກຈັດຂື້ນເປັນ ເທື່ອທີ 6 ຊຶ່ງມີການ ຕົບແຕ່ງ ປ້າຍໂຄສະນາ ເປັນລັກສນະ ການຄ້າເສຣີ FTA.
ການຄ້າເສຣີ FTA ປະກອບດ້ວຍ ປະຊາກອນ ເກືອບ 2ພັນລ້ານຄົນ ໃນພາກພື້ນນີ້ ແລະຈະມີ ຜົນຜລິດຮວມຍອດ ເກືອບຮອດ 6ພັນລ້ານ ໂດລາ ສະຫະຣັຖ. ຮອງນາຍົກຣັຖ ມົນຕຣີຈີນ ທ່ານ Li Keqiang ເປັນປະທານ ເປີດງານສະແດງ ສິນຄ້າ ຄັ້ງນີ້ຢູ່ເມືອງ Nanning ເມືອງເອກພາກໃຕ້ Guangxi Zhuang ຂອງຈີນ.
ໃນພິທີເປີດງານ ດັ່ງກ່າວໄດ້ມີ ຜູ້ນຳຝ່າຍ ຣັຖບານ ພໍ່ຄ້ານັກ ທຸຣະກິດ ນັກລົງທຶນ ຈາກ10ປະເທດ ອາຊຽນ ແລະຈີນເຂົ້າຮ່ວມ. ງານສະແດງ ສິນຄ້າຈີນ-ອາຊຽນ ຄັ້ງນີ້ເປັນ ໂອກາດອັນດີ ສຳລັບການ ສົ່ງເສີມການ ຕິດຕໍ່ພົວພັນ ແລະການ ປຶກສາຫາລື ລະຫວ່າງຈີນກັບ ອາຊຽນ ກ່ອນການຄ້າເສຣີ FTA ຈະເລີ້ມກຳນົດ ໃຊ້ໃນວັນທີ1 ມົກກະຣາ 2010ນີ້.