ອົງດາໄລລາມ໋າ ພົບກັບ ໂອບາມາ
2010.02.19

ສປຈີນ ປະນາມກາຣ ພົບປະ ກັບອົງ Dalai Lama ຂອງ ປະທານາທິບໍດີ Barack Obama ໃນມື້ວັນພຣະຫັດ ຜ່ານມາ ທີ່ວ່າເປັນ ກາຣລະເມີດ ຣະບຽບ ຄວາມສັມພັນ ຣະຫວ່າງປະເທສ.
ທ່ານ Ma Zhaoxu ໂຄສົກ ກະຊວງກາຣ ຕ່າງປະເທສ ຈີນ ຮຽກທວງໃຫ້ ສະຫະຣັຖ ມີກາຣ ຂໍຂະມາ ທີ່ໃຫ້ກາຣ ຕ້ອນຮັບ ຢ່າງອົບອຸ່ນ ແກ່ອົງ ດາໄລລາມ໋າ ຜູ້ນຳທາງ ສາສນາ ຂອງຊາວທີເບຕ ຊຶ່ງທາງກາຣຈີນ ວ່າເປັນຜູ້ ພຍາຍາມ ແບ່ງແຍກດິນແດນ.
ທ່ານ Ma Zhaoxu ໄດ້ເນັ້ນວ່າ ນອກຈາກ ກາຣລະເມີດ ກົດຣະບຽບ ທາງກາຣທູຕ ຣະຫວ່າງປະເທສ ແລ້ວນັ້ນ ທາງກາຣ ສະຫະຣັຖ ຍັງບໍ່ປະຕິບັຕ ຕາມຂໍ້ສັນຍາ ທີ່ທາງ ສະຫະຣັຖ ຮັບຮູ້ວ່າ “ທີເບຕ ເປັນສ່ວນໜຶ່ງ ຂອງ ປະເທສຈີນ ແລະ ບໍ່ສນັບສນູນ ໃຫ້ທີເບຕ ເປັນເອກຣາຊ” ສະນັ້ນ ຈຶ່ງຢາກໃຫ້ ສະຫະຣັຖ ຍຸຕິກາຣ ລັກລີ້ພົບປະ ຫາຣື ກັບ ອົງດາໄລລາມ໋າ ຢ່າງສີ້ນເຊີງ ແລະ ບໍ່ໃຫ້ມີກາຣ ສົ່ງເສີມ ດ້ານກາຣເຄື່ອນໄຫວ ເພື່ອຮຽກຮ້ອງ ກາຣເປັນເອກຣາຊ ຂອງທີເບຕ ແຕ່ຢ່າງໃດ ເພາະຍິ່ງຈະ ເປັນກາຣ ສ້າງຜົລ ກະທົບກະເທືອນ ຕໍ່ສາຍກາຣ ພົວພັນ ຣະຫວ່າງ ສອງປະເທສ.
ໃນຂນະດຽວກັນ ນັ້ນ ທ່ານ Cui Tiankai ຮອງຣັຖມົນຕຣີ ກາຣຕ່າງປະເທສ ຂອງຈີນ ກໍໄດ້ຮຽກທ່ານ Jon Huntsman ເອກອັຄຣາຊທູຕ ສະຫະຣັຖ ປະຈຳ ກຸງປັກກິ່ງ ເຂົ້າພົບຢ່າງ ຮີບດ່ວນ ໃນມື້ວັນສຸກ ນີ້ ເພື່ອໃຫ້ກາຣ ອະທິບາຍ ເຖິງສາເຫຕ ທີ່ມີກາຣ ອະນຸຍາຕ ໃຫ້ຜູ້ນຳດ້ານ ຈີຕວິນຍານ ຂອງຊາວທີເບຕ ເຂົ້າພົບພໍ້ ກັບຜູ້ນຳຂອງ ສະຫະຣັຖ ດັ່ງກ່າວນີ້.
ຢ່າງໃດກໍຕາມ ກາຣພົບປະ ຂອງທ່ານ ໂອບ໋າມ໋າ ກັບອົງ ດາໄລລາມ໋າ ຢ່າງເປັນທາງກາຣ ຄັ້ງນີ້ ຍິ່ງເປັນກາຣ ສ້າງຄວາມ ບໍ່ພໍໃຈ ໃຫ້ທາງ ກຸງປັກກິ່ງ ຕື່ມອີກ ຊຶ່ງຫວ່າງ ມໍ່ໆມານີ້ ທາງກາຣຈີນ ກໍບໍ່ເຫັນພ້ອມ ນຳໂຄງກາຣ ຂາຍອາວຸທ ຂອງ ສະຫະຣັຖ ໃຫ້ແກ່ ໄຕ໊ຫວັນ ນັ້ນເຊັ່ນກັນ.